ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ການເລືອກຕັ້ງເອົາ ສະມາຊິກສະພາຜູ້ແທນ ຮອບສອງຂອງອີຈີບ


ຊາວອີຈິບຢືນອັ່ງອໍລໍຖ້າປ່ອນບັດເລືອກຕັ້ງ ທີ່ເຂດເລືອກຕັ້ງ Giza ເມື່ອວັນທີ່ 14 ເດືອນທັນວານີ້
ຊາວອີຈິບຢືນອັ່ງອໍລໍຖ້າປ່ອນບັດເລືອກຕັ້ງ ທີ່ເຂດເລືອກຕັ້ງ Giza ເມື່ອວັນທີ່ 14 ເດືອນທັນວານີ້

ຊາວ​ອີ​ຈິບ ​ໄດ້​ເລິ່ມພາກັນ​ອອກ​ໄປ​ປ່ອນ​ບັດຮອບ​ທີ່​ສອງເອົາ​ສະມາຊິກ​ສະພາ​ຜູ້ແທນ ລຸນ
ຫລັງ​ຮອບທີ່​ນຶ່ງ ທີ່​ຄອບ​ງໍາໂດຍບັນດາພັກ​ສະສະໜາ ອີສລາມເປັນສ່ວນໃຫຍ່​ນັ້ນ.

ບ່ອນ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້​ເປີດ​ຂຶ້ນຢູ່​ເກົ້າ​ເຂດ​ເມື່ອ​ວັນ​ພຸດ​ມື້​ນີ້ ​ໂຮມ​ທັງ​ເຂດ Aswan,
Beni Suef, Giza, Ismailia, Suez ​ແລະ​ເຂດ Sohag.

ການ​ປ່ອນ​ບັດ​ຈະ​ສືບ​ຕໍ່​ໄປ​ຈົນ​ເຖິງ​ວັນ​ພະຫັດ​ມື້​ອື່ນສໍາ​ຫລັບ​ບ່ອນ​ນັ່ງ​ໃນສະພາ​ຕໍ່າ ທີ່​ມີ​ທັງ​
ໝົດ 498 ບ່ອນນັ້ນ ການເລືອກ​ຕັ້ງ​ຮອບ​ທີ່​ສາມ ທີ່ ກວມ​ເອົາ​ເກົ້າ​ແຂວງ​ທີ່​ຍັງ​ເຫລືອ​ນັ້ນ
ຊຶ່ງມີ​ກໍານົດ​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ​ມັງ ກອນ​ປີໜ້າ​ນີ້.

ກາ​ນ​ເລືອກ​ຕັ້ງ​ເອົາ​ສະມາຊິ​ກສະພາ​ຜູ້​ແທນຄັ້ງ​ນີ້ ຖື​ວ່າ​ເປັນ​ການ​ເລືອກ​ຕັ້ງ​ເທື່ອ​ທໍາ​ອິດ ນັບ
ຕັ້ງ​ແຕ່​ການ​ລຸກ​ຮື​ຂຶ້ນທີ່​ຮູ້​ກັນ​ດີ​ໃນ​ທົ່ວ​ໂລກ ​ເພື່ອ​ໂຄ່ນ​ລົ້ມ​ອະດີດ​ປະທານາທິບໍດີ Hosni
Mubarak ນັ້ນ.

ການ​ເລືອກ​ຕັ້ງ​ຫລາຍໆ​ບັ້ນ​ເອົາ​ສະມາຊິກ​ສະພາ​ສູງ​ທີ່​ມີ​ອໍານາດ​ໜ້ອຍ​ກວ່າ ນັ້ນ​ຈະ​ເລີ່​ມຂຶ້ນ
ໃນ​ທ້າຍ​ເດືອນມັງກອນ ​ແລະ​ຈະ​ສິ້ນ​ສຸດ​ລົງ​ໃນ​ເດືອນ​ມີນາ ຊຶ່ງຕໍ່​ຈາກນັ້ນສະພາ​ແຫ່ງ​ຊາດ​ຈ
ຮ່າງ​ລັດຖະທໍາ​ມະນູນ​ສະ​ບັບ​ໃໝ່​ຂຶ້ນມາ.

XS
SM
MD
LG