ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງໃນອີຈິບ

ພວກພະນັກງານຮັບຜິດຊອບການປ່ອນບັດ ກຳລັງນັບຄະແນນຢູ່ສູນກາງນັບຄະແນນສຽງເລືອກຕັ້ງເອົາຜູ້ແທນ ສະພາແຫ່ງຊາດ ພາຍຫລັງທີ່ບ່ອນປ່ອນບັດຕ່າງໆ ຢູ່ຄຸ້ມ Abdeen ຂອງນະຄອນ Cairo ໃນອີຈິບໄດ້ປິດລົງ ໃນວັນອາທິດແລ້ວນີ້ ວັນທີ 28 ພະຈິກ 2010.

ໃນ​ວັນອາທິດ​ມື້ນີ້ ປະຊາຊົນອີຈິບ ​ພາກັນໄປ​ບ່ອນ​ບັດ​ໃນ​ການເລືອກ​ຕັ້ງເອົາ​ຜູ້​ແທນ​ ສະພາ​ແຫ່ງ​ຊາດຮອບຕັດສິນ​ຊີ້ຂາດ ​ຊຶ່ງ​ຄາດວ່າຈະນຳ​ເອົາ​ໄຊ​ຊະນະ​ຢ່າງ​ຖ້ວມລົ້ນ​ ມາ​ໃຫ້​ ພັກປະຊາທິປະໄຕ​ແຫ່ງຊາດ ຫລື National Democratic Party ຂອງ ​ປະທານາທິບໍດີ Hosni Mubarak.

ຄາດ​ວ່າ ພັກດັ່ງກ່າວຈະ​ສາມາດ​ຍາດເອົາ​ບ່ອນນັ່ງມາ​ໄດ້ເກືອບທັງໝົດ​ ຍົກ​ເວັ້ນ​ ຈຳນວນບໍ່​ເທົ່າ​ໃດ​ບ່ອນ ລຸນ​ຫລັງ​ທີ່​ກຸ່ມ​ຝ່າຍ​ຄ້ານ​ໃຫຍ່​ສຸດ ສອງກຸ່ມ​ໄດ້​ຖອນ​ໂຕ​ອອກ​ຈາກ​ການ​ເລືອກ​ຕັ້ງ ໂດຍກ່າວ​ຫາ​ວ່າມີ​ການ​ສໍ້​ໂກງ​ຄະ​ແນນ ​ໃນ​ການເລືອກ​ຕັ້ງຮອບ ທຳ​ອິດໃນ​ວັນ​ອາທິດ​ແລ້ວນີ້.

ພັກ​ຝ່າຍ​ຄ້ານ Muslim Brotherhood ຫລື ພັກ​ອ້າຍ​ນ້ອງ​ຊາວ​ມຸສລິ​ມ ​ແລະພັກ Wafd ​ທີ່​ຖອນອອກ​ໄປ​ນັ້ນ ໄດ້​ປະກາດ​ແຜນການຂອງ​ພວກ​ເຂົາ​ເຈົ້າ ​ວ່າ​ຈະ​ຍື່ນ​ຄຳ​ຟ້ອງຮ້ອງກ່ຽວກັບ​ການລະ​ເມີດລະບຽບການ​ເລືອກ​ຕັ້ງ ​ໄປ​ຫາລັດຖະມົນຕີ​ກະຊວງ ຍຸດຕິ​ທຳ​ຂອງ​ປະ​ເທດ.

XS
SM
MD
LG