ຜູ້ສະໝັກເລືອກຕັ້ງທີ່ໄດ້ຮັບຄະແນນສູງສຸດສອງທ່ານ ໃນການເລືອກຕັ້ງ ປະທານາທິບໍດີຮອບທໍາອິດຂອງອີຈິບ ໄດ້ຍື່ນມືໄປຫາຝ່າຍຄູ່ແຂ່ງເມື່ອວັນເສົາວານນີ້ ເພື່ອຊີ້ແຈງວິໄສທັດຂອງເຂົາເຈົ້າ ກ່ຽວກັບການສ້າງສາອີຈິບ ໃຫ້ເປັນປະເທດໃໝ່ ຖ້າຫາກຊະນະການເລືອກ ຕັ້ງໃນຮອບຕັດສິນຊີ້ຂາດໃນເດືອນໜ້ານີ້.
ທ່ານ Ahmed Shafiq ອະດີດນາຍົກລັດຖະມົນຕີ ຜູ້ນິຍົມແນວທາງໂລກ ໄດ້ຊົມເຊີຍການປະຕິວັດ ທີ່ມີຊື່ສຽງ ທີ່ໄດ້ໂຄ່ນລົ້ມປະທານາທິບໍດີ Hosni Mubarak ນັ້ນ ແລະປະຕິຍານວ່າ ຈະບໍ່ມີການສ້າງຕັ້ງລະບອບເກົ່າຄືນມາອີກ. ທ່ານ Shafiq ກ່າວວ່າ ທ່ານກໍາລັງຍື່ນມືຂອງທ່ານໄປຫາທຸກໆພະລັງການເມືອງ ໂດຍສະເພາະພວກຊາວໜຸ່ມ ທີ່ເປັນກະດູກສັນຫຼັງຂອງການລຸກຮືນັ້ນ ແລະວ່າ ຈະບໍ່ມີໃຜຖືກແຍກອອກ ຫຼືຖືກຜັກດັນໃຫ້ໜີຫ່າງໂດຍລັດຖະບານຊຸດໃໝ່.
ແຕ່ທ່ານ Mohammed Mursi ຜູ້ສະໝັກເລືອກຕັ້ງຂອງພັກພະລາດອນ ພາບມຸສລິມ ບໍ່ໃຫ້ຄວາມສໍາຄັນແກ່ທ່ານ Shafiq ແລະຖືວ່າທ່ານເປັນສັນ ຍະລັກຂອງລະບອບເກົ່າຢູ່ ແລະປະຕິເສດໃຫ້ຄວາມຮ່ວມມືໃດໆ ໂດຍກ່າວວ່າລະບອບເກົ່າໄດ້ເຮັດໃຫ້ປະເທດຊາດຫຼົ້ມຈົມ. ທ່ານ Mursi ສັນຍາວ່າ ຈະຕັ້ງລະບອບໃໝ່ຂຶ້ນມາບົນພື້ນຖານຂອງລະບອບທີ່ໂຮມເອົາທຸກພັກຝ່າຍຢູ່ໃນປະເທດ.
ເບິ່ງວີດີໂອກ່ຽວກັບທ່ານ Mohammed Mursi:
ທ່ານ Mursi ໄດ້ກ່າວເນັ້ນຍໍ້າຄໍາວ່າ “ປະຊາທິປະໄຕ” ຄັ້ງແລ້ວຄັ້ງເລົ່າ ໃນຄວາມພະຍາຍາມເພື່ອຜ່ອນເບົາຄວາມຢ້ານກົວຂອງພັກຝ່າຍຄ້ານທີ່ນິຍົມທາງໂລກນັ້ນ. ທ່ານ Mursi ກ່າວອີກວ່າ ເປົ້າໝາຍຂອງພວກເຮົາກໍຄື ໃຫ້ປະເທດຊາດມີສະຖຽນລະພາບ ການພັດທະນາ ເສລີພາບ ປະຊາທິປະໄຕ ແລະເປັນປະເທດໃໝ່ ທີ່ຢູ່ພາຍໃຕ້ລັດຖະທໍາມະນູນ. ແຕ່ຝ່າຍທີ່ຄັດຄ້ານທ່ານ Mursi ກ່າວຫາທ່ານ ວ່າ ສະໜັບສະໜຸນ ລະບອບນັບຖືພະເຈົ້າເປັນໃຫຍ່ ໂດຍອິງໃສ່ຄໍາພີ ຄູຣັນ ແລະກົດໝາຍ ອີສລາມນັ້ນ.
ຜົນການເລືອກຕັ້ງທີ່ບໍ່ເປັນທາງການ ຂອງການເລືອກຕັ້ງຮອບທໍາອິດເມື່ອ ວັນພຸດ ແລະວັນພະຫັດອາທິດແລ້ວນີ້ ພົບວ່າ ທ່ານ Mursi ເປັນ ຜູ້ໄດ້ ຣັບຄະແນນນໍາໜ້າ ຕິດຕາມດ້ວຍທ່ານ Shafiq ທີ່ໄດ້ຮັບຄະແນນ ລອງທີ່ບໍ່ຫລຸດກັນປານໃດ.
ຜົນການເລືອກຕັ້ງຂັ້ນສຸດທ້າຍ ຈະປະກາດໃຫ້ຮູ້ໃນວັນອັງຄານຈະມານີ້ ແລະການເລືອກຕັ້ງ ຮອບຕັດສິນຊີ້ຂາດ ໄດ້ກໍານົດໃສ່ວັນທີ່ 16 ແລະ 17 ເດືອນມິຖຸນາ.