ປະຊາຊົນອີຈິບຈໍານວນຫຼາຍລ້ານຄົນພາກັນຢືນລຽນແຖວກັນຢ່າງຍາວຢຽດໃນວັນພຸດມື້
ນີ້ ເພື່ອປ່ອນບັດໃນການເລືອກຕັ້ງປະທານາທິບໍດີຄັ້ງທໍາອິດ ຫຼັງຈາກອະດີດປະທານາທິ
ບໍດີໂຮສນີ ມູບາຣັກ ລາອອກຈາກຕໍາແໜ່ງໃນປີແລ້ວນີ້ທ່າມກາງການປະທ້ວງຕໍ່ຕ້ານລັດ
ຖະບານຄັ້ງໃຫຍ່.
ຄວາມເຄັ່ງຕຶງກ່ອນຈະມີການເລືອກຕັ້ງໃນຄັ້ງນີ້ສ່ວນໃຫຍ່ແມ່ນມາຈາກພວກຜູ້ສະມັກທີ່
ຕາງໜ້າພວກພິທັກຫຼືຄຸ້ມຄອງປະເທດເກົ່າທີ່ມີສາຍພົວ ພັນກັບທ່ານມູບາຣັກກັບພັກສາ
ສະໜາອິສລາມທີ່ກໍາລັງພະຍາຍາມປະ ກອບຄະນະລັດຖະບານປະສົມຂຶ້ນນັ້ນ. ທັງໝົດ
ແລ້ວ ມີຜູ້ສະມັກຮັບເລືອກຕັ້ງ 13 ຄົນ ຢູ່ໃນການເລືອກຕັ້ງຄັ້ງນີ້ ຊຶ່ງຜູ້ສະມັກຄົນນຶ່ງໄດ້
ຖອນໂຕອອກຈາກການແຂ່ງຂັນ. ການປ່ອນບັດຈະດໍາເນີນໄປເປັນເວລາ 2 ມື້.
ນາງ Elizabeth Arrott ຜູ້ສື່ຂ່າວວີໂອເອ ໄດ້ພົບເຫັນຜູ້ຄົນຢ່າງຫຼວງຫຼາຍຢູ່ຕາມໜ່ວຍ
ປ່ອນບັດເລືອກຕັ້ງແຫ່ງຕ່າງໆໃນກຸງໄຄໂຣ ຊຶ່ງນາງ Arrott ກ່າວວ່າ : ສຽງນາງ Arrott…ປະຊາຊົນພາກັນເລີ້ມໄປລຽນແຖວກ່ອນໜ່ວຍປ່ອນບັດໄຂຂຶ້ນເວລາ 8:00 ໂມງເຊົ້າ ແຕ່
ໃນເວລາຕໍ່ມານັ້ນແຖວປາກົດວ່າ ຍາວອອກໄປເລື້ອຍໆ. ປະຊາຊົນມີຄວາມຕື່ນເຕັ້ນຫຼາຍ
ທີ່ໄດ້ໄປຮ່ວມໃນການປ່ອນບັດເລືອກຕັ້ງຄັ້ງນີ້.”
ປະຊາຊົນອີຈິບປະມານ 50 ລ້ານຄົນມີສິດປ່ອນບັດ.
ໄດ້ມີການເດີນຂະບວນປະທ້ວງຄັ້ງໃຫຍ່ເກີດຂຶ້ນໃນຫຼາຍສັບປະດາກ່ອນວັນເລືອກຕັ້ງ
ຊຶ່ງມີຄວາມຢ້ານກົວກັນວ່າ ຈະເກີດຄວາມວຸ້ນວາຍຂຶ້ນນັ້ນ.
ພວກອົງການຂ່າວຕ່າງໆກ່າວວ່າ ເຈົ້າໜ້າທີ່ຕໍາຫຼວດຄົນນຶ່ງຖືກຍິງຕາຍຢູ່ນອກໜ່ວຍ
ປ່ອນບັດແຫ່ງນຶ່ງໃນກຸງໄຄໂຣໃນລະຫວ່າງການຍິງຕໍ່ສູ້ກັນລະຫວ່າງພວກສະໜັບສະ
ໜຸນຂອງພວກຜູ້ສະມັກປະທານາທິບໍດີ 2 ຄົນ.