ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອີ​ຈິບ ເນລະ​ເທດ ນັກ​ຂ່າວ ​ຊາວອອສ​ເຕຣ​ເລຍ​ ຂອງ​ສື່​ຂ່າວ Al Jazeera


ອີ​ຈິບ​ໄດ້​ເນລະ​ເທດ ນັກ​ຂ່າວ​ຄົນ​ນຶ່ງ​ຂອງ​ສື່​ຂ່າວ Al Jazeera
ກັບ​ຄືນ​ບ້ານ​ເກີດ ຄືອອສ​ເຕຣ​ເລຍ ​ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍ
​ປ່ອຍ​ໂຕ​ຜູ້ກ່ຽວຈາກ​ການ​ຄຸມ​ຂັງ ດົນກວ່າ​ປີ​ນຶ່ງ​ມາແລ້ວ ຫຼັງຈາກ
​ທີ່​ໄດ້​ຖືກ​ຕັດສິນ​ວ່າ ມີ​ຄວາມຜິດ​ໃນ​ຂໍ້​ຫາໃຫ້ການຊ່ອຍ​ເຫຼືອ ພັກ​
ພະລາດອນພາບ​ມຸສລິ​ມ ຫຼື Muslim Brotherhood ທີ່ໄດ້​ຖືກ​
ທາງ​ການ​ຫ້າມ​ເຄື່ອນ​ໄຫວນັ້ນ.

ທ່ານ Peter Greste ​ເດີນທາງ​ອອກ​ຈາກ​ນະຄອນຫລວງ
Cairo ນຳຖ້ຽວ​ບິນ​ໄປ​ຍັງປະ​ເທດ​ເກາະ Cyprus ​ແລ້ວບິນ​ຕໍ່​ໄປ
ຍັງອອສ​ເຕຣເລຍ ຫຼັງຈາກ​ບັນດາ​ເຈົ້າໜ້າ​ທີ່​ອີ​ຈິບ ກ່າວ​ວ່າ ປະທາ
ນາທິບໍດີ Abdel Fattah el-Sissi ​ໄດ້​ອະນຸມັດ​ການ​ເນລະ​ເທດ
ຜູ້ກ່ຽວ.

ນັກ​ຂ່າວ​ດັ່ງກ່າວ ​ຖືກ​ຈຳ​ຄຸກມາ​ໄດ້ 400 ມື້​ແລ້ວ. ​ໃນ​ປີ​ກາຍ​ນີ້ ຜູ້ກ່ຽວ​ຖືກ​ຕັດສິນ​ລົງ​ໂທດ
ຈຳ​ຄຸກເປັນ​ເວລາ 7 ປີ ​ໃນ​ຂໍ້​ຫາຕ່າງໆ ທີ່ກ່ຽວ​ພັນ​ກັບ​ການ​ກໍ່​ການ​ຮ້າຍ. ​ໃນ​ຂະນະ​ທີ່ ​ທ່ານ
Greste ​ໄດ້ຮັບອິດສະຫລະພາບນັ້ນ ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ອີ​ຈິບຄົນ​ນຶ່ງ ກ່າວ​
ວ່າ ນັກ​ຂ່າວ​ຂອງ​ສື່​ຂ່າວ Al Jazeera ຄົນທີ​ສອງ ຊຶ່ງ​ເປັນຊາວ​ກາ​ນາ​ດາ​ເຊື້ອ​ສາຍ​ອີ​ຈິບ
ທ່ານ Mohammed Fahmy ທີ່​ໄດ້​ຖືກ​ຈັບໂຕໄປ ​ພ້ອມ​ກັນ​ກັບ​ທ່ານ Greste ​ໃນເດືອນ
ທັນວາ ​ປີ 2013 ​ນັ້ນ ອາດຈະ​ຖືກ​ເນລະ​ເທດກັບໄປ​ກາ​ນາ​ດາ ພາຍ​ໃນບໍ່​ເທົ່າ​ໃດມື້ ​ຂ້າງ​
ໜ້າ​ນີ້. ຜູ້ກ່ຽວ ​ແມ່ນ​ຍັງ​ພວມ​ຮັບ​ໃຊ້​ໂທດ​ຈຳ​ຄຸກ 7 ປີ​ເຊັ່ນ​ກັນ.

EGYPT AUSTRALIA JOURNALIST VIDEO
please wait

No media source currently available

0:00 0:02:23 0:00

​ແຕ່​ຫາກ​ວ່າ ບໍ່​ມີ​ຂ່າວ​ຄາວ​ກ່ຽວ​ກັບ​ຊະ​ຕາ​ກຳ​ຂອງ​ ທ່ານ Mohammed Baher ຊາວ​ອີ​ຈິບ
ຜູ້​ທີ່​ໄດ້​ຖືກ​ຕັດສິນ​ໂທດຈຳ​ຄຸກ 10 ປີ ​ໃນ​ຖານ ມີ​ກະສອບ​ລູກປືນ ​ທີ່​ຖືກ​ຍິງ​ໄປ​ແລ້ວ​
ໃນ​ຄອບຄອງ​ ພ້ອມ​ກັບ​ຂໍ້​ຫາ​ອື່ນໆ.

ບັນດາ​ເຈົ້າໜ້າ​ທີ່​ອີ​ຈິບ ​ໄດ້​ກ່າວ​ຫາ​ພວກ​ຄົນ​ທັງ​ສາມ​ວ່າ ສະໜອງ​ເວທີ​ໃຫ້​ແກ່​ ພັກ​ພາລາ​
ດອນ​ພາບ​ມຸສລິ​ມ ຂອງອະດີດ​ປະທານາທິບໍດີ Mohammed Morsi ​ ຊຶ່ງ​ເວລາ​ນີ້ ​ໄດ້​ຖືກ
​ປະກາດ​ວ່າ​ເປັນ​ອົງ​ກອນ​ກໍ່​ການ​ຮ້າຍ. ​ແຕ່ເຈົ້າໜ້າ​ທີ່ ບໍ່​ໄດ້​ສະໜອງຫຼັກຖານ​ທີ່​ຈະ​ແຈ້ງ. ​
ນັກ ​ຂ່າວທັງ​ສາມ ແລະ ບັນດາ​ຜູ້​ສະໜັບສະໜຸນ ຢືນຢັນ​ວ່າ ພວກ​ເຂົາ​ເຈົ້າ ​ພາກັນ​ປະຕິບັດ​ ໜ້າ​ທີ່ຂອງ​ຕົນ​ເທົ່າ​ນັ້ນ ​ໃນ​ລະຫວ່າງເວລາ​ ທີ່ຄວາມ​ຮຸນ​ແຮງລະ​ເບີດ​ຂຶ້ນ.

Egypt Releases Jailed Journalist as Relations With Qatar Thaw
please wait

No media source currently available

0:00 0:02:40 0:00

EGYPT BROTHERHOODCOURT VIDEO
please wait

No media source currently available

0:00 0:00:53 0:00

XS
SM
MD
LG