ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ອີຈິບ ບຸກເຂົ້າກວດຄົ້ນ ຫ້ອງການ ກຸ່ມນິຍົມປະຊາທິປະໄຕ


ແຜນທີ່ອີຈິບ
ແຜນທີ່ອີຈິບ

ກຳລັງ​ຮັກສາ​ຄວາມ​ສະຫງົບ​ຂອງ​ອີ​ຈິບ​ ໄດ້ບຸກ​ເຂົ້າ​ໄປ​ໃນ​ຫ້ອງການ​ຂອງ​ກຸ່ມ​ປົກປ້ອງ​ສິດທິ​ມະ
ນຸດ 17 ​ແຫ່ງໃນ​ວັນ​ພະຫັດ​ວານ​ນີ້ຮວມທັງ​ສາມ​ກຸ່ມ​ທີ່​ມີ​ສຳນັກງານ​ຢູ່​ສະຫະລັດອັນ​ເປັນ​ພາກ
ສ່ວນ​ນຶ່ງ​ ຂອງ​ການ​ສືບສວນ ​ທີ່​ພວກ​ປົກຄອງ​ທະຫານ​ກ່າວ​ວ່າ ຈະ​ເປີດ​ເຜີຍ​ໃຫ້​ຊາບ​ກ່ຽວ​ກັບ
ເງິນ​ທຶນ​ຈາກ​ຕ່າງປະ​ເທດ​ໄດ້​ຊ່ອຍ​ປຸກລະດົມ​ແບບ​ໃດໃຫ້​ເກີດ​ຄວາມ​ບໍ່​ສະຫງົບທີ່​ກຳລັງ​ດຳ​ເນີນ​
ຢູ່​ຕໍ່​ມາພາຍ​ໃນ​ປະ​ເທດ.

ຮວມຢູ່​ໃນ​ບັນດາ​ກຸ່ມ​ທີ່​ຕົກ​ເປັນ​ເປົ້າ​ໃນ​ການ​ບຸກກວດຄົ້ນຄັ້ງນີ້ກໍມີ​ສະ​ຖາ​ບັນ​ແຫ່ງຊາດ​ຂອງ​ພັກ
ເດ​ໂມ​ແຄຣັທ​ແລະ​ສະ​ຖາ​ບັນ​ລະຫວ່າງ​ປະ​ເທດ​ຂອງ​ພັກຣີພັບ​ບລີ​ກັນ ຊຶ່ງ​ທັງ​ສອງ​ກຸ່ມ​ນີ້​ແມ່ນ​ມີ​
ຄວາມ​ສຳພັນ​ກັບ​ພັກ​ການ​ເມືອງ​ທັງ​ສອງ​ຂອງ​ສະຫະລັດ ​ແລະ​ໄດ້​ຮັບ​ເງິນ​ສະໜັບສະໜຸນ​ຈາກ​
ລັດຖະບານ​ສະຫະລັດ.

ນອກ​ນັ້ນ​ແລ້ວ ຫ້ອງການ​ຂອງອົງການ Freedom House ທີ່​ມີ​ສຳນັກງານ​ຢູ່​ສະຫະລັດກໍ
ໄດ້​ຖືກ​ບຸກ​ເຂົ້າ​ໄປ​ກວດຄົ້ນພ້ອມໆ​ກັບ​ມູນ​ນິທິ Konrad Adenauer ຂອງ​ເຢຍຣະມັນ​ແລະ
ອີກ​ສອງ​ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບລັດຖະບານ​ຂອງ​ອີ​ຈິບເປັນ​ຢ່າງ​ນ້ອຍ.

ອົງການ​ຂ່າວ MENA ຂອງ​ທາງ​ການ​ອີຈິບ​ເວົ້າວ່າ ການ​ບຸກ​ເຂົ້າ​ໄປ​ກວດຄົ້ນທີ່ວ່າ​ນີ້​ແມ່ນ​ໄດ້
ຮັບ​ຄຳ​ສັ່ງ​ຈາກ​ກະຊວງ​ຍຸຕິ​ທຳ ອັນ​ເປັນ​ພາກສ່ວນ​ນຶ່ງ​ໃນ​ການ​ສືບສວນ​ໃນ​ຂອບ​ເຂດ​ທີ່​ກວ້າງ
ຂວາງ​ກ່ຽວ​ກັບ​ເລື່ອງ​ເງິນ​ທຶນ ​ຈາກ​ຕ່າງ​ປະ​ເທດ​ຂອງອົງການ​ຕ່າງໆ​ ຕະຫຼອດທັງ​ຄວາມ​ຜິດ​
ອື່ນໆຮວມທັງ​ການ​ປະຕິບັດ​ງານ​ແບບ​ທີ່ບໍ່​ໄດ້ຮັບ​ການ​ອະນຸຍາດ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ຕົນ​ມີ​ຄວາມ​ວິຕົກ​ກັງວົນ​ເປັນ​ທີ່​ສຸດ ກ່ຽວ​ການ​
ປະຕິບັດ​ງານ​ຂອງ​ຕຳຫຼວດ​ ແລະ​ທວງ​ໃຫ້​ລັດຖະບານ​ອີຈິບ ​ຢຸດ​ເຊົາ​ການຮາວີລົບ​ກວນ​ຕໍ່​ພະ
ນັກງານ​ຂອງ​ອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ​ ໃນ​ທັນທີ​ ແລະ​ໃຫ້ອີ​ຈິບ​ສົ່ງ​ຄືນ​ຊັບ​ສິນ​ທັງ​ໝົດ​ທີ່​
ຖືກ​ຢຶດ​ໄປ​ໃນ​ການ​ບຸກ​ເຂົ້າ​ໄປ​ກວດຄົ້ນຄັ້ງນີ້.

ໂຄສົກ​ກະຊວງການ​ຕ່າງປະ​ເທດ​ສະຫະລັດທ່ານ​ນາງ Victoria Nuland ກ່າວວ່າ ​ເຈົ້າໜ້າ​
ທີ່​ສະຫະລັດ​ໄດ້​ຕິດ​ຕໍ່​ໄປ​ຫາ​ນາຍົກລັດຖະມົນຕີອີີຈິບ​ທ່ານ Kamal al-Ganzouri ​ແລ້ວ ​
ແລະ​ທູ​ດອີ​ຈິບ​ປະຈຳ​ວໍ​ຊິງ​ຕັນ​ກໍ​ໄດ້​ສົ່ງ​ຄວາມ​ວິຕົກເປັນຫ່ວງ​ດັ່ງກ່າວ​ໄປຍັງ​ລັດຖະບານ​ຂອງ​ຕົນ
ແລ້ວ.

XS
SM
MD
LG