ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

8 ຄົນເສຍຊີວິດ ໃນການ ປະທະກັນ ມື້ທີສອງ ຢູ່ອີຈິບ


ຜູ້ປະທ້ວງໃນອີຈິບ ແກວ່ງກ້ອນຫີນເຂົ້າໃສ່ທະຫານ ຂະນະທີ່ອາຄານຫຼັງນຶ່ງລຸກໄໝ້ເປັນແປວໄຟ ໃນລະຫວ່າງ ການປະທະກັນ ໃກ້ໆຈະຕຸລັດທາຫ໌ເຣຍ (17 ທັນວາ 2011)
ຜູ້ປະທ້ວງໃນອີຈິບ ແກວ່ງກ້ອນຫີນເຂົ້າໃສ່ທະຫານ ຂະນະທີ່ອາຄານຫຼັງນຶ່ງລຸກໄໝ້ເປັນແປວໄຟ ໃນລະຫວ່າງ ການປະທະກັນ ໃກ້ໆຈະຕຸລັດທາຫ໌ເຣຍ (17 ທັນວາ 2011)

ທີ່ປະເທດອີຈິບ ການປະທະກັນລະຫວ່າງຕຳຫຼວດ ແລະພວກປະທ້ວງທີ່ແກວ່ງກ້ອນຫີນໄດ້
ກ້າວເຂົ້າສູ່ມື້ທີສອງໃນມື້ນີ້ ໂດຍເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນແລະໄດ້ຮັບບາດເຈັບອີກ 300
ກວ່າຄົນ.

ທະຫານອີຈິບໄດ້ແກວ່ງກ້ອນຫີນລົງມາໃສ່ພວກປະທ້ວງຈາກຫຼັງຄາຂອງຕຶກອາຄານຫຼັງນຶ່ງ
ໃກ້ໆສະພາແຫ່ງຊາດໃນກຸງໄຄໂຣ ແລະກໍໃຊ້ທໍ່ຊີດນໍ້າຂະໜາດໃຫຍ່ ຂັບໄລ່ຝູງຊົນໃຫ້ແຕກ
ພ່າຍໜີ. ພວກປະທ້ວງ ທີ່ຮຽກຮ້ອງໃຫ້ຍຸຕິການປົກຄອງຂອງພວກທະຫານ ໄດ້ສ້າງເຄື່ອງ ກີດຂວາງຂຶ້ນເພື່ອປ້ອງກັນການບຸກຂອງເຈົ້າໜ້າທີ່.

ນາຍົກລັດຖະມົນຕີອີຈິບທ່ານ Kamal el-Ganzouri ກ່າວໃນຄຳປາໄສທາງໂທລະພາບວ່າ
ກຳລັງຮັກສາຄວາມສະຫງົບພະຍາຍາມທີ່ຈະປົກປ້ອງຕຶກອາຄານເຫຼົ່ານັ້ນ. ຊາວອີຈິບຈຳນວນ
ຫຼວງຫຼາຍຕ້ອງການຢາກໃຫ້ຄວາມຮຸນແຮງສິ້ນສຸດລົງ.

ຄວາມຮຸນແຮງໄດ້ລະເບີດຂຶ້ນຂະນະທີ່ຊາວອີຈິບພວມລໍຖ້າຟັງຜົນການເລືອກຕັ້ງສະພາແຫ່ງ
ຊາດຮອບສອງ ຊຶ່ງໄດ້ຈັດໃຫ້ມີຂຶ້ນໃນສັບປະດານີ້. ເປັນທີ່ປາກົດວ່າ ພັກສາສະໜາອິສລາມ
ໄດ້ເສີມຂະຫຍາຍການມີຄະແນນສຽງນຳໜ້າຢ່າງຖ້ວມລົ້ນຂອງຕົນອອກໄປຕື່ມອີກ.

ເປັນທີ່ຄາດກັນວ່າ ເຈົ້າໜ້າທີ່ເລືອກຕັ້ງຈະປະກາດໃຫ້ຮູ້ຜົນການນັບຄະແນນສຽງຂັ້ນສຸດທ້າຍ
ພາຍໃນວັນອາທິດມື້ອື່ນນີ້.

XS
SM
MD
LG