ຊາວອີຈິບຢູ່ໃນສອງເມືອງໃຫຍ່ທີ່ສຸດຂອງປະເທດ ແລະຢູ່ໃນເຂດອື່ນອີກ ພາກັນໄປປ່ອນບັດ
ອີກ ໃນການເລືອກຕັ້ງສະພາແຫ່ງຊາດຮອບຕັດສິນຊີ້ຂາດ ໂດຍທີ່ບັນດາພັກອິສະລາມຄາດ
ວ່າ ຈະສາມາດເສີມສ້າງຕໍ່ຈາກຜົນການເລືອກຕັ້ງທີ່ເຂັ້ມແຂງໃນການປ່ອນບັດຮອບທຳອິດ
ໃນອາທິດແລ້ວນີ້.
ການເລືອກຕັ້ງຮອບຕັດສິນຊີ້ຂາດ ຢູ່ໃນນະຄອນຫລວງໄຄໂຣ, ເມືອງອາເລັກຊານເດຣຍ
ແລະອີກ 7 ແຂວງອື່ນ ໄດ້ເລີ້ມຂຶ້ນໃນວັນຈັນມື້ນີ້ ແລະຈະສິ້ນສຸດລົງໃນວັນອັງຄານມື້ອື່ນ.
ການເລືອກຕັ້ງເຫລົ່ານີ ້ແມ່ນຈະຕັດສິນເລືອກເອົາຜູ້ຊະນະ ເພື່ອເຂົ້າໄປປະຈໍາ 52 ບ່ອນ
ນັ່ງໃນສະພາຕໍ່າ ທີ່ມີ 498 ບ່ອນນັ່ງນັ້ນ. ມີຜູ້ສະໝັກເລືອກຕັ້ງ ພຽງແຕ່ 4 ຄົນເທົ່ານັ້ນ
ທີ່ໄດ້ຮັບໄຊຊະນະ ໃນການເລືອກຕັ້ງຮອບທໍາອິດຂອງອາທິດແລ້ວນີ້ ໂດຍໄດ້ຮັບຄະແນນ
ສຽງຫລາຍກວ່າ 50% ໃນເຂດເລືອກຕັ້ງຂອງພວກເຂົາເຈົ້າ.
ເກືອບເຄິ່ງນຶ່ງຂອງການເລືອກຕັ້ງຮອບຕັດສິນຊີ້ຂາດ ແມ່ນການແຂ່ງຂັນກັນລະຫວ່າງກຸ່ມອິ
ສະລາມສອງກຸ່ມ ຄືພັກອິດສະຫຼະພາບແລະຄວາມຍຸດຕິທຳ ຂອງກຸ່ມພະລາດອນພາບມຸສ
ລິມແລະພັກ Salafi-Nur ຊຶ່ງເປັນ ກຸ່ມນິຍົມແນວທາງເດີມຈັດ.