ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງສືບຕໍ່ ມີການປະທ້ວງ ຕໍ່ຕ້ານ ທ່ານ Morsi ໃນອີຈິບ (ວີດິໂອ ແລະສະໄລດ໌)


ພວກປະທ້ວງຊາວປະທະກັບຕໍາຫລວດ ຢູ່ໃກ້ຈັດຕຸລັດ Tahrir ໃນກຸງໄຄໂຣຂອງອີຈິບ ໃນວັນທີ 28 ພະຈິກ 2012.
ພວກປະທ້ວງຊາວປະທະກັບຕໍາຫລວດ ຢູ່ໃກ້ຈັດຕຸລັດ Tahrir ໃນກຸງໄຄໂຣຂອງອີຈິບ ໃນວັນທີ 28 ພະຈິກ 2012.
ການປະທະກັນໃນກຸງໄຄໂຣຍັງດຳເນີນຕໍ່ມີມາໃນວັນພຸດມື້ນີ້ ລະ
ຫວ່າງ ຕໍາຫລວດ ແລະພວກປະທ້ວງຊາວອີຈິບຫລາຍຮ້ອຍຄົນ
ຫຼັງຈາກໄດ້ມີການເດີນຂະບວນຄັ້ງໃຫຍ່ໃນວັນອັງຄານວານນີ້
ເພື່ອຕໍ່ຕ້ານປະທານາທິບໍດີອີຈິບ ທ່ານ Mohammed Morsi.

ຕຳຫລວດໄດ້ຍິງລະເບີດນໍ້າຕາເຂົ້າໃສ່ພວກປະທ້ວງທີ່ແກວ່ງ
ກ້ອນຫີນໃສ່ເຂົາເຈົ້າຢູ່ຖະໜົນສາຍນຶ່ງໃກ້ກັບສະຖານທູດສະ
ຫະລັດ ໃນກຸງໄຄໂຣ. ສ່ວນຊາວອີຈິບອີກກຸ່ມນຶ່ງ ແມ່ນພາກັນນັ່ງ
ປະທ້ວງ ຢູ່ທີ່ຈັດຕຸລັດ Tahrir ຊຶ່ງເປັນສູນກາງການປະທ້ວງຄັ້ງ
ໃຫຍ່ ທີ່ໄດ້ໂຄ່ນລົ້ມ ທ່ານ Hosni Mubarak ຜູ້ທີ່ກໍາຕຳແໜ່ງ
ກ່ອນທ່ານ Morsi ນັ້ນ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້


ທ່ານ Morsi ໄດ້ມອບອໍານາດໃໝ່ໃຫ້ທ່ານເອງ ຢູ່ໃນດຳລັດທີ່
ອອກໃນວັນທີ 22 ພະຈິກ ທີ່ຫ້າມສານບໍ່ໃຫ້ຄະນະຕຸລາການ ທ້າທາຍຕໍ່ການຕັດສິນຂອງທ່ານໄດ້.

ໃນວັນຈັນຜ່ານມາ ທ່ານ Morsi ໄດ້ໃຫ້ຄໍາໝັ້ນສັນຍາຕໍ່ຄະນະສະພາຕຸລາການສູງສຸດວ່າ ທ່ານຈະຈໍາກັດອໍານາດທີ່ທ່ານຫາກໍ່ມອບໃຫ້ທ່ານເອງໃໝ່ໆນັ້ນ ໃຫ້ຢູ່ໃນຂອບເຂດກ່ຽວ ກັບເລື່ອງການປົກຄອງເທົ່ານັ້ນ. ແຕ່ຢ່າງໃດກໍຕາມ ບໍ່ມີຄໍານິຍາມຂອງຄໍາວ່າ “ເລື່ອງການ ປົກຄອງ” ທີ່ປະທານາທິບໍດີ Morsi ຈະມີອໍານາດຢ່າງເດັດຂາດນັ້ນ.

ບັນດາກຸ່ມຝ່າຍຄ້ານໄດ້ຮຽກຮ້ອງໃຫ້ມີການລົບລ້າງມະຕິຂອງທ່ານ Morsi ໂດຍກ່າວຫາ ທ່ານວ່າ ທ່ານກໍາລັງພະຍາຍາມໃຊ້ອໍານາດຜະເດັດການ.

ເບິ່ງສະໄລດ໌ປະມວນພາບການປະທ້ວງໃນອີຈິບຮອດວັນທີ 28 ພະຈິກ

XS
SM
MD
LG