ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 49 ຄົນ ເສຍຊີວິດ ຍ້ອນລົດໄຟ ຕໍາລົດບັດ ຢູ່ອີຈິບ


ເຈົ້າໜ້າທີ່ຂອງອີຈິບສໍາຫລວດເບິ່ງຊາກຫັກພັງທີ່ເກີດຈາກອຸປະຕິເຫດ ລົດໄຟຄວາມໄວສູງ ຕໍາກັບລົດບັດຄັນນຶ່ງ ທີ່ກໍາລັງຮັບສົ່ງນັກຮຽນອານຸບານ ໄປໂຮງຮຽນ ຢູ່ພາກໃຕ້ຂອງປະເທດ ໃນວັນທີ 17 ພະຈິກ 2012 (AP Photo/Mamdouh Thabet)
ເຈົ້າໜ້າທີ່ຂອງອີຈິບສໍາຫລວດເບິ່ງຊາກຫັກພັງທີ່ເກີດຈາກອຸປະຕິເຫດ ລົດໄຟຄວາມໄວສູງ ຕໍາກັບລົດບັດຄັນນຶ່ງ ທີ່ກໍາລັງຮັບສົ່ງນັກຮຽນອານຸບານ ໄປໂຮງຮຽນ ຢູ່ພາກໃຕ້ຂອງປະເທດ ໃນວັນທີ 17 ພະຈິກ 2012 (AP Photo/Mamdouh Thabet)
ພວກເຈົ້າໜ້າທີ່ຂອງອີຈິບກ່າວວ່າ ລົດໄຟຄວາມໄວສູງຂະ
ບວນນຶ່ງ ໄດ້ຕໍາກັບ ລົດບັດຮັບສົ່ງນັກຮຽນຄັນນຶ່ງ ເຮັດໃຫ້
ຢ່າງໜ້ອຍ 49 ຄົນເສຍຊີວິດ ຊຶ່ງສ່ວນໃຫຍ່ແມ່ນເດັກນ້ອຍ
ເກືອບໝົດ.

ພວກເຈົ້າໜ້າທີ່ເວົ້າອີກວ່າ ອຸປະຕິເຫດດັ່ງກ່າວໄດ້ເກີດຂຶ້ນ
ໃນວັນເສົາມື້ນີ້ ຢູ່ ຫ່າງຈາກນະຄອນຫລວງໄຄໂຣ ປະມານ
300 ກິໂລແມັດ ໄປທາງທິດໃຕ້ ຊຶ່ງຢູ່ໃກ້ກັບບ້ານ Manfalut
ໃນແຂວງ Assiut ທາງພາກໃຕ້ຂອງປະເທດ.

ລົດບັດຮັບສົ່ງນັກຮຽນດັ່ງກ່າວ ບັນຈຸເດັກນ້ອຍອາຍຸລະຫວ່າງ
ສີ່ ຫາຫົກປີ ຫລາຍກວ່າ 60 ຄົນ ໃນເວລາມັນຖືກລົດໄຟຕໍາໃນ
ຂະນະທີ່ແລ່ນຂ້າມທາງ ລົດໄຟໄປ. ພວກເຈົ້າໜ້າທີ່ຍັງລາຍ
ງານເພີ້ມອີກວ່າ ນອກຈາກຈະມີຄົນ ເສຍຊີວິດ 49 ຄົນແລ້ວຍັງມີຄົນໄດ້ຮັບບາດເຈັບອີກ 18 ຄົນ.

ເຈົ້າແຂວງໆດັ່ງກ່າວເວົ້າວ່າ ປະຕູທີ່ຕັນທາງລົດໄຟນັ້ນເປີດຢູ່ໃນຂະນະທີ່ລົດໄຟຕໍາກັບ ລົດບັດນັ້ນ ແລະເວົ້າວ່າ ພະນັກງານຍາມປະຕູຂ້າມທາງລົດໄຟ ນອນລັບຢູ່ໃນຕອນນັ້ນ. ຜູ້ກ່ຽວໄດ້ຖືກກັກຕົວໄວ້ແລ້ວ.

ລັດຖະມົນຕີກະຊວງໂຍທາແລະຂົນສົ່ງ ທ່ານ Mohamed Rashad ໄດ້ລາອອກຈາກ ຕໍາແໜ່ງໃນເວລາອັນສັ້ນໆ ລຸນຫລັງມີການປະກາດວ່າ ເກີດອຸປະຕິ ເຫດດັ່ງກ່າວ. ປະ ທານາທິບໍດີອີຈິບ ທ່ານ Mohamed Morsi ໄດ້ອອກຄໍາສັ່ງໃຫ້ບັນດາລັດຖະມົນຕີ ກະຊວງສໍາຄັນອື່ນໆ ສະໜອງການຊ່ວຍເຫລືອແກ່ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈາກອຸປະຕິເຫດດັ່ງກ່າວ.

ລະບົບລົດໄຟຂອງອີຈິບເຄີຍມີປະຫວັດອັນບໍ່ດີໃນດ້ານຄວາມປອດໄພຢູ່ແລ້ວ.
XS
SM
MD
LG