ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການປະທະກັນ ຫລັງການຕັດສິນ ປະຫານຊີວິດ ນັກໂທດ ຢູ່ອີຈິບ


ຜູ້ຊົມກິລາຕະບານຂອງສະໂມສອນ Al-Ahly ຊາວອີຈິບ ສະແດງຄວາມດີໃຈ ຕໍ່ການຕັດສິນໂທດປະຫານຊີວິດຂອງສານ ຕໍ່ພວກທີ່ກໍ່ຄວາມຮຸນແຮງໃນປີກາຍນີ້ ຢູ່ໃນສະຖານທີ່ຂອງ ສະໂມສອນ ໃນນະຄອນຫລວງໄຄໂຣ, ວັນທີ 26 ມັງກອນ 2013.
ຜູ້ຊົມກິລາຕະບານຂອງສະໂມສອນ Al-Ahly ຊາວອີຈິບ ສະແດງຄວາມດີໃຈ ຕໍ່ການຕັດສິນໂທດປະຫານຊີວິດຂອງສານ ຕໍ່ພວກທີ່ກໍ່ຄວາມຮຸນແຮງໃນປີກາຍນີ້ ຢູ່ໃນສະຖານທີ່ຂອງ ສະໂມສອນ ໃນນະຄອນຫລວງໄຄໂຣ, ວັນທີ 26 ມັງກອນ 2013.
ເຈົ້າໜ້າທີ່ອີຈິບເວົ້າວ່າ ມີ 8 ຄົນ ຊຶ່ງລວມທັງຕໍາຫລວດ 2 ຄົນ
ເສຍຊີວິດໃນວັນເສົາມື້ນີ້ ຢູ່ນອກຄຸກແຫ່ງນຶ່ງ ທີ່ເມືອງ Port Said
ລຸນຫລັງທີ່ສານ ໄດ້ອອກຄໍາຕັດສິນປະຫານຊີວິດ ຕໍ່ພວກກໍ່ຄວາມ
ວຸ້ນວາຍຮ້າຍແຮງຂຶ້ນ ໃນລະຫວ່າງທີ່ມີການແຂ່ງຂັນເຕະບານ
ຂອງປະເທດດັ່ງກ່າວ.

ການປະທະກັນໄດ້ເກີດຂຶ້ນໃນວັນເສົາມື້ນີ້ ລະຫວ່າງພີ່ນ້ອງຂອງ
ພວກທີ່ຖືກຕັດ ສິນປະຫານຊີວິດ ແລະຕໍາຫລວດຍາມຄຸກທີ່ຂັງ
ພວກທີ່ຖືກຕັດສິນຢູ່ນັ້ນ. ມີ ລາຍງານວ່າ ມີຜູ້ບາດເຈັບອີກຈຳ
ນວນນຶ່ງ ຢູ່ໃນການປະທະກັນດັ່ງກ່າວນີ້.

ກ່ອນໜ້ານັ້ນ ສານທີ່ນະຄອນໄຄໂຣ ໄດ້ຕັດສິນປະຫານຊີວິດ 21
ຄົນ ທີ່ຖືກ ກ່າວຫາວ່າ ໄດ້ເຂົ້າຮ່ວມໃນການກໍ່ຄວາມຮຸນແຮງ ໃນລະຫວ່າງການແຂ່ງຂັນ ເຕະບານ ໃນປີກາຍນີ້ ຢູ່ໃນເມືອງ Port Said ທີ່ເຮັດໃຫ້ 74 ຄົນເສຍຊີວິດນັ້ນ.

ພີ່ນ້ອງຂອງພວກທີ່ເສຍຊີວິດໄປ ໄດ້ພາກັນຮ້ອງໃຫ້ຂຶ້ນຢູ່ໃນສານ ເມື່ອມີການປະກາດຄໍາ ຕັດສິນດັ່ງກ່າວ ແລະໄດ້ຮ້ອງຂຶ້ນວ່າ “ພະເຈົ້າຜູ້ຍິ່ງໃຫຍ່.”

ຜູ້ພິພາກສາ ອ່ານຊື່ຂອງທັງໝົດ 21 ຄົນນັ້ນ ດັງໆ.

ສ່ວນການຕັດສິນລົງໂທດສໍາລັບ 52 ຄົນທີ່ຍັງເຫລືອນັ້ນ ຈະຖືກປະກາດໃນວັນທີ 9 ມີນາ.

ດັ່ງເປັນປະເພນີປະຕິບັດກັນມາໃນອີຈິບ ການຕັດສິນລົງໂທດປະຫານຊີວິດ ຈະຖືກສົ່ງໄປ ຫາເຈົ້າໜ້າທີ່ຂັ້ນສູງທາງສາສະໜາ ທ່ານ Grand Mufti ເພື່ອຂໍຄໍາເຫັນດີຈາກທ່ານ.
XS
SM
MD
LG