ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານ​ອີ​ຈິບ​ ປະກາດໃຫ້​ ກຸ່ມ Hamas ​ເປັນ​ອົງການ​ກໍ່​ການ​ຮ້າຍ


ຊາວ​ໜຸ່ມປາ​ແລັສ​ໄຕ​ນ໌ ຖືທຸງການເຄື່ອນໄຫວຂອງ Hamas ໃນລະຫວ່າງການໂຮມຊຸມນຸມຢູ່ໃກ້ໆ ກັບເມືອງຊາຍແດນ Rafah ລະຫວ່າງ ເຂດ Gaza Strip ແລະ ອີຈິບ ເມື່ອວັນທີ 5 ກຸມພາ 2015 ເພື່ອປະນາມການຕັດສິນ ຂອງສານອີຈິບ ທີ່ຫ້າມການເຄື່ອນໄຫວ ຂອງພະແນກທະຫານຕິດອາວຸດ ຊາວປາ​ແລັສ​ໄຕ​ນ໌ ມຸສລິມ.
ຊາວ​ໜຸ່ມປາ​ແລັສ​ໄຕ​ນ໌ ຖືທຸງການເຄື່ອນໄຫວຂອງ Hamas ໃນລະຫວ່າງການໂຮມຊຸມນຸມຢູ່ໃກ້ໆ ກັບເມືອງຊາຍແດນ Rafah ລະຫວ່າງ ເຂດ Gaza Strip ແລະ ອີຈິບ ເມື່ອວັນທີ 5 ກຸມພາ 2015 ເພື່ອປະນາມການຕັດສິນ ຂອງສານອີຈິບ ທີ່ຫ້າມການເຄື່ອນໄຫວ ຂອງພະແນກທະຫານຕິດອາວຸດ ຊາວປາ​ແລັສ​ໄຕ​ນ໌ ມຸສລິມ.

ສານ​ອີ​ຈິບ​ແຫ່ງ​ນຶ່ງ ​ໄດ້​ປະກາດໃຫ້​ ກຸ່ມ Hamas ຂອງ​ຊາວ
​ປາ​ແລັສ​ໄຕ​ນ໌ ​ເປັນ​ອົງການ​ກໍ່​ການ​ຮ້າຍ ​ໂດຍ​ກ່າວ​ວ່າ ອົງການ
​ດັ່ງກ່າວ​ມີ​ເປົ້າ​ໝາຍ​ແນ​ໃສ່ໂຈມຕີ ທັງ​ພົນລະ​ເຮືອນ ​ແລະ ກອງ
​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ຢູ່​ໃນ​ແຫລມ Sinai ຂອງ​ອີ​ຈິບ.

​ການ​ຕັດສິນໃນ​ວັນ​ເສົາວານ​ນີ້ ເປັນການແຍກອີ​ຈິບ​ອອກ​ຈາກ
​ກຸ່ມ​ກໍ່​ການ​ຮ້າຍ Hamas ຕື່ມອີກ ຊຶ່ງ​ໃນ​ຄັ້ງນຶ່ງ​ ກຸ່ມດັ່ງກ່າວ​ເຄີຍ
ມີສາຍສຳພັນ​ອັນອົບ​ອຸ່ນ ກັບ​ລັດຖະບານ​ ຂອງອະດີດພັກ​ພະລາ
​ດອນ​ພາບມຸສລິ​ມ ຫຼື Muslim Brotherhood ທີ່​ທາງ​ການໄດ້
​ຫ້າມ​ເຄື່ອນ​ໄຫວ​ແລ້ວໃນ​ເວລາ​ນີ້ ​ແລະ ອະດີດ​ປະທານາທິບໍດີ
Mohammed Morsi ຜູ້​ທີ່​ຖືກ​ຂັບ​ໄລ່​ອອກ ​ໃນ​ປີ 2013 ນັ້ນ.

ສານ​ດັ່ງກ່າວ ​ເວົ້າວ່າ ຕົນ​ມີ​ເອກະສານ​ຕ່າງໆ ທີ່ຢັ້ງຢືນ​ວ່າ ກຸ່ມ​ Hamas ​ໄດ້​ສົມຮູ້​ຮ່ວມ​ຄິດ​ກັບ​ພັກ​ພະລາ​ດອນ​ພາບມຸສລິ​ມ ​ໃນ​ການ​ປະຕິບັດ​ການ​ໂຈມ​ຕີ ຕໍ່​ກຳລັງ​ຮັກສາ​ຄວາມ​ປອດ​ໄພ.

ການ​ຕັດສິນ​ບັ້ນນຶ່ງກ່ອນໜ້ານີ້ ​ໄດ້​ເພັ່ງ​ເລັງ​ໃສ່ ພະແນກທະຫານຂອງ​ກຸ່ມ Hamas ທີ່ເອີ້ນວ່າ Izzedine al-Qassam Brigades. ສານ​ແຫ່ງ​ນຶ່ງ​ໃນ​ນະຄອນ Cairo ​ໄດ້​ປະກາດໃຫ້​ໜ່ວຍ​ທະຫານ​ດັ່ງກ່າວ​ ເປັນກຸ່ມຜິດກົດໝາຍ ​ໃນ​ເດືອນ​ມັງກອນ​ຜ່ານ​ມາ​.

ກຸ່ມ Hamas ​ໄດ້​ຕອບ​ໂຕ້​ຕໍ່​ການຕັດສິນດັ່ງກ່າວຂອງ​ສານ ດ້ວຍ​ຄຳ​ຖະ​ແຫລ​ງທີ່ເອີ້ນການ
ຕັດສິນ​ນັ້ນ​ວ່າ “ອັນຕະລາຍ” ​ ແລະ ​ເປົ້າໝາຍແນ​ໃສ່​ຊາວ​ປາ​ແລັສ​ໄຕ​ນ໌ ​ເອງ.

XS
SM
MD
LG