ການປະທະກັນຢ່າງຮ້າຍແຮງໃນອີຈິບຍັງດໍາເນີນຢູ່ຕໍ່ມາໃນວັນ
ອັງຄານມື້ນີ້ ເຖິງ ແມ່ນວ່າໄດ້ມີການຮຽກຮ້ອງຈາກປະທານາທິ
ບໍດີຊົ່ວຄາວຂໍໃຫ້ປະຊາຊົນຈົ່ງຢູ່ໃນຄວາມສະຫງົບ ແລະຫລີກ
ເວັ້ນຈາກການກໍ່ຄວາມຮຸນແຮງກໍຕາມ.
ບັນດາເຈົ້າໜ້າທີ່ກະຊວງສາທາລະນະສຸກ ກ່າວວ່າ ການປະ
ທະກັນ ໃນວັນອັງ ຄານມື້ນີ້ ໃກ້ກັບບ່ອນນັ່ງປະທ້ວງ ຂອງພວກ
ສະໜັບສະໜຸນ ປະທານາທິບໍດີທີ່ໂຄ່ນລົ້ມ ທ່ານ Mohammed
Morsi ຢູ່ທີ່ມະຫາວິທະຍາໄລ ໄຄໂຣ ເຮັດໃຫ້ຢ່າງໜ້ອຍ 6 ຄົນ
ເສຍຊີວິດ ແລະອີກ 33 ຄົນໄດ້ຮັບບາດເຈັບ.
ມີຢ່າງໜ້ອຍ 4 ຄົນເສຍຊີວິດໃນວັນຈັນວານນີ້ ຈາກການຕໍ່ສູ້ກັນ
ລະຫວ່າງພວກສະໜັບສະໜຸນ ແລະພວກຕໍ່ຕ້ານທ່ານ Morsi.
ປະທານາທິບໍດີຊົ່ວຄາວ ທ່ານ Adly Mansour ໄດ້ຖະແຫຼງຕໍ່
ໂທລະພາບຂອງ ລັດໃນແລງວັນຈັນວານນີ້ ບອກຊາວອີຈິບວ່າ ການປະນີປະນອມເປັນສິ່ງຈໍາເປັນ ເພື່ອໃຫ້ປະເທດຊາດສາມາດກ້າວໄປຂ້າງໜ້າ. ທ່ານກ່າວວ່າ :
“ພວກເຮົາ ຢາກເລີ້ມຕົ້ນໜ້າໃໝ່ ທີ່ປາດສະຈາກຄວາມລໍາອຽງກຽດຊັງ ແລະການແບ່ງ
ແຍກກັນ. ພວກເຮົາຕ້ອງການຢາກຊຸກຍູ້ໃຫ້ຜູ້ໃດກໍຕາມທີ່ພະຍາຍາມເຮັດແນວໃດ
ແນວນຶ່ງແກ່ປະເທດຂອງລາວ ແລະບໍ່ແມ່ນທໍາລາຍລ້າງ. ມັນເຖິງເວລາແລ້ວທີ່ຈະສ້າງຕັ້ງປະເທດຊາດ ບົນພື້ນຖານຂອງການປະນີປະນອມ ໃນເລື້ອງທີ່ຜ່ານມາ ເພື່ອເຫັນແກ່ອະນາຄົດຂ້າງໜ້າ.”
ໃນຂະນະດຽວກັນ ກຸ່ມປົກປ້ອງສິດທິມະນຸດ Human Right Watch ກໍາລັງຮຽກຮ້ອງໃຫ້ລັດຖະບານອີຈິບຈົ່ງຫາທາງຍຸຕິຄວາມຮຸນແຮງທາງສາສະໜາຢ່າງ ຮີບດ່ວນ ໂດຍເນັ້ນໜັກໃສ່ການໂຕມຕີຊາວຄຣິສຕຽນ ໃນຮອບຫຼາຍໆອາທິດທີ່ ຜ່ານມາ ນັບຕັ້ງແຕ່ໄດ້ມີການໂຄ່ນລົ້ມທ່ານ Morsi.
ກຸ່ມ Human Right Watch ກ່າວໃນວັນອັງຄານມື້ນີ້ ພວກເຈົ້າໜ້າທີ່ຄວນສອບສວນຢ່າງຮີບດ່ວນເບິ່ງເຫດຮ້າຍເຫຼົ່ານີ້ ແລະບັນດາຜູ້ນໍາທາງສາສະໜາ ແລະການເມືອງ
ຄວນ “ປະນາມການໂຈມຕີທາງສາສະໜາທີ່ ເປັນອັນຕະລາຍທີ່ພວມເພີ້ມທະວີຂຶ້ນ”
ນັ້ນ.