ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບ ປະຫານຊີວິດ ເທື່ອທຳອິດ ຜູ້ກໍ່ຄວາມຮຸນແຮງ ສະໜັບສະໜູນ ທ່ານ Morsi


ພວກສະໜັບສະໜູນ ພັກພະລາດອນພາບມຸສລິມ ພາກັນຮ້ອງໂຮ ຈາກຫ້ອງຂັງ.
ພວກສະໜັບສະໜູນ ພັກພະລາດອນພາບມຸສລິມ ພາກັນຮ້ອງໂຮ ຈາກຫ້ອງຂັງ.

ອີ​ຈິບ ​ໄດ້​ທຳການປະຫານ​ຊີວິດ​ເທື່ອທຳອິດ ​ຈາກ​ຄວາມ​ຮຸນ​ແຮງ
ທີ່​ໄດ້ລະເບີດ ຂຶ້ນໃນ​ປີ 2013 ລຸນຫລັງທີ່ໄດ້ມີ​ການ​ໂຄ່ນ​ລົ້ມ​ປະ
ທານາທິບໍດີ​ນິຍົມອິສລາມທ່ານ Mohammed Morsi. ກະຊວງ
​ພາຍ​ໃນອີຈິບ​ກ່າວ​ວ່າ ທ້າວ Mahmoud Hassan Ramadan
​ໄດ້​ຖື​ກ​ແຂວນ​ຄໍ ​ໃນ​ຕອນ​ເຊົ້າວັນເສົາມື້​ນີ້.

ນັບ​ແຕ່​ທ່ານ Morsi ​ໄດ້​ຖືກຂັບໄລ່​ ອອກ​ຈາ​ກຕຳ​ແໜ່ງ ຫລາຍ​
ພັນຄົນ​ທີ່ຖືກ​ກ່າວ​ຫາ​ວ່າ ​ໃຫ້ການສະໜັບສະໜູນ ຕໍ່ພັກພະລາ
ດອນພາບມຸສລິມ ທີ່ຖືກ​ຫ້າມ​ຢູ່ໃນ​ປັດຈຸບັນ ​ໄດ້​ຖືກ​ຕິ​ດຄຸກ ​ໃນ​
ຂະນະ​ທີ່​ຜູ້​ສະ​ໜັບສະ​ໜູນພັກພະລາດອນພາບ ອີກຫຼາຍ​ຮ້ອຍ​
ຄົນ ​ໄດ້​ຖືກ​ຕັດສິນ​ລົງ​ໂທດປະຫານຊີວິດໃນ​ການ​ດຳ​ເນີນ​ຄະດີ​
ຢ່າງ​ວ່ອງ​ໄວ ທີ່​ເຮັດ​ໃຫ້​ນາໆ​ຊາດ​ບໍ່ພໍໃຈນັ້ນ.

ສະຫະ​ປະຊາ​ຊາດ ກ່າວ​ວ່າ ການ​ດຳ​ເນີນ​ຄະດີ​ແບບຮວບຮັດຕັດຕອນ​ນີ້ “ບໍ່ເຄີຍມີ​ມາ​ກ່ອນ​
ໃນ​ປະວັດ​ສາດ​ສະໄໝໃໝ່.”

ທ່ານ Abdel Fattah el-Sissi ​ເປັນ​ປະທານາທິບໍດີ ອີ​ຈິບ ​ໃນ​ປັດຈຸບັນນີ້. ທ່ານ​ໄດ້​ເປັນ
​ຫົວໜ້າ​ສືບ​ລັບພາຍ​ໃຕ້ລັດຖະບານ​ອະດີດປະທານາທິບໍດີ Hosni Mubarak ຊຶ່ງ​ທ່ານ
ເອງກໍ​ໄດ້​ຖືກ​ຂັບ​ໄລ່​ອອກຈາກຕຳແໜ່ງ ກ່ອນ​ທ່ານ Morsi ​ໄດ້ເປັນ​ຜູ້ນຳຂອງ​ປ​ະ​ເທດ.

XS
SM
MD
LG