ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກທ່ອງທ່ຽວອະເມຣິກັນເສຍຊີວິດ 8 ຄົນໃນອຸບັດເຫດ ລົດຕໍາກັນ ທີ່ອີຈິບ


ລົດເມນໍາທ່ຽວ ທີ່ເກີດອຸບັດເຫດ ສົ່ງຜົນໃຫ້ນັກທ່ອງທ່ຽວອາເມຣິກັນ ເສຍຊີວິດ 8 ຄົນ ທີ່ອີຈິບ, ວັນທີ 26 ທັນວາ 2010.
ລົດເມນໍາທ່ຽວ ທີ່ເກີດອຸບັດເຫດ ສົ່ງຜົນໃຫ້ນັກທ່ອງທ່ຽວອາເມຣິກັນ ເສຍຊີວິດ 8 ຄົນ ທີ່ອີຈິບ, ວັນທີ 26 ທັນວາ 2010.

ໃນ​ອຸບັດ​ຕິ​ເຫດ​ຮ້າຍ​ແຮງ​ບົນ​ຖະໜົນ​ໃນ​ອີກ​ປະ​ເທດ​ນື່ງ​ ຄືທີ່​ປະ​ເທດອີຈິບນັ້ນ ​ເຈົ້າ​ໜ້າ​ທີ່ກ່າວວ່າ ລົດ​ເມນໍາທ່ຽວຄັນນຶ່ງ​ໄດ້ແລ່ນ​ເຂົ້າ​ໄປຕໍາລົດບັນທຸກທີ່ຈອດຢູ່ຄັນນຶ່ງ ​ໃນວັນອາທິດ
ມື້ນີ້ ຍັງຜົນໃຫ້ນັກທ່ອງທ່ຽວຊາວອະເມຣິກັນ 8 ຄົນເສຍ
ຊີວິດ ແລະໄດ້ຮັບບາດເຈັບອີກຢ່າງໜ້ອຍ 21 ຄົນ. ຄົນ
ຂັບລົດບັສຊາວອີຈິບແລະພະນັກງານນໍາທ່ຽວນຶ່ງຄົນກໍ​ໄດ້ ​ຮັບບາດ​ເຈັບ.

ອົງການຂ່າວ MENA ກ່າວວ່າ ລົດບັສນໍາທ່ຽວຄັນນັ້ນ
ກໍາລັງນໍາສົ່ງຜູ້ໂດຍສານ ໄປມາລະຫວ່າງເມືອງ Aswan
ແລະ ເມືອງ Abu Simbel ເວລາມັນ​ແລ່ນ​ເຂົ້າ​ໄປ​ຕໍາລົດ ບັນທຸກທີ່ຈອດຢູ່.

ສະຖານທູດ​ສະຫະລັດທີ່​ນະຄອນຫລວງ Cairo ​ໄດ້​ອອກ​ຄໍາ​ຖະ​ແຫລ​ງສະບັບ​ນຶ່ງ ​ໃນ​ວັນ​ອາທິດ​ມື້​ນີ້ ກ່າວ​ວ່າ “ຕົນ​ຮູ້ສຶກ​ເສົ້າເສຍ​ໃຈຢ່າງ​ເລິດ​ເຊີ່ງ​ນໍາ​ອຸບັດ​ຕິ​ເຫດ​ທີ່​ໜ້າ​ສະ​ລົດ​ໃຈ​ຄັ້ງ​ນີ້” ທີ່​ໄດ້​ສົ່ງ​ຜົນ​ໃຫ້​ນັກ​ທ່ອງ​ທ່ຽວ​ອາ​ເມ​ຣິກັນ​ເສຍຊີວິດ​ແລະ​ໄດ້​ຮັບ​ບາດ​ເຈັບ ຫລາຍ​ຄົນ​ນັ້ນ.

ທາງສະຖານທູດ​ກ່າວ​ຕື່ມວ່າ ພວກ​ທີ່​ລອດ​ຊີວິດ​ມາ​ໄດ້ ​ໄດ້ຖືກ​ນໍາ​ໂຕ​ໄປ​ຮັກສາ​ພະຍາບານ ຢູ່​ໂຮງໝໍ​ຫລາຍ​ແຫ່ງ​ທີ່​ຄຸ້ນ​ເຄີຍ​ກັບ​ການ​ປິ່ນປົວ​ພວກ​ນັກ​ທ່ອງ​ທ່ຽວ ໃນ​ນະຄອນຫລວງ Cairo ນັ້ນ.

ອຸບັດ​ຕິ​ເຫດ​ບົນ​ຖະໜົນ ​ແມ່ນ​ເກີດ​ຈຶ້ນ​ເປັນ​ປະ​ຈໍາ ຢູ່​ໃນ​ອີ​ຈິບ ຊຶ່ງ​ມີ​ສາ​ເຫດ​ສ່ວນນຶ່ງ​ມາ​ຈາກ
ການ​ຮຽນຂັບ​ລົດທີ່​ບໍ່​ໄດ້​ມາດຕະຖານ ​ແລະ​ສະພາບ​ຖະໜົນຫົນທາງບໍ່​ດີ.

ທາງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ມີ​ຄໍາ​ເຕືອນ​ຢູ່​ໃນ​ເວັບ​ໄຊ້ທ໌ຂອງ​ຕົນວ່າ ຖະໜົນ​ຫົນ​ທາງ​ໃນ​ອີ​ຈິບ​ສາມ​າ​ດ​ເປັນ​ອັນຕະລາຍ​ໄດ້. ພວກ​ເຈົ້າ​ໜ້າທີ່​ສະຖານ​ທູດ​ແມ່ນ​ບໍ່ ​ໄດ້​ຮັບ​ອະນຸຍາດ​ໃຫ້​ເດ​ີນທາງ​ອອກ​ໄປ​ນອກ​ນະຄອນຫລວງ​ໄຄ​ໂຣ ​ໃນ​ຍາມ​ກາງຄືນ ຍ້ອນ​ອັນຕະລາຍ​ທາງ​ຖະໜົນ​ນັ້ນ.

ເມື່ອບໍ່ເທົ່າໃດເດືອນຜ່ານມານີ້ ກໍມີນັກທ່ອງທ່ຽວຊາວ​ຕ່າງປະ​ເທດ 14 ຄົນ ເສຍຊີວິດ ໃນ
ເຫດການລົດຕໍາກັນສອງບັ້ນ ​ໃນ​ອີ​ຈິ​ບ.

ພວກເຈົ້າໜ້າທີ່ກ່າວວ່າ ໃນແຕ່ລະປີ ຈະມີຄົນເສຍຊີວິດຍ້ອນອຸບັດຕິເຫດບົນທ້ອງຖະໜົນ ຫລາຍເຖິງ 8,000 ຄົນ.

XS
SM
MD
LG