ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບ ກຽມຮັບມື ກັບ ການປະທ້ວງ ຂະໜາດໃຫຍ່ (ສະໄລດ໌/ວີດີໂອ)


ທະຫານອີຈິບ ກຽມພ້ອມຢູ່ເທິງລົດຫຸ້ມເກາະລຳລຽງພົນ ໃກ້ທຳນຽບປະທານາທິບໍດີ ທີ່ກຸງໄຕໂຣ (11 ກໍລະກົດ 2013)
ທະຫານອີຈິບ ກຽມພ້ອມຢູ່ເທິງລົດຫຸ້ມເກາະລຳລຽງພົນ ໃກ້ທຳນຽບປະທານາທິບໍດີ ທີ່ກຸງໄຕໂຣ (11 ກໍລະກົດ 2013)
ກຸ່ມພະລາດອນພາບມຸສລິມ ໃນອີຈິບ ຮຽກຮ້ອງໃຫ້ທຳການປະ
ທ້ວງຂະໜາດໃຫຍ່ໃນທົ່ວປະເທດ ໃນວັນສຸກມື້ນີ້ ເພື່ອໃຫ້ການ ສະໜັບສະໜຸນປະທານາທິບໍດີ ທີ່ຖືກຂັບໄລ່ອອກຈາກອຳນາດ
ທ່ານ Mohamed Morsi.

ໂຄສົກຂອງກຸ່ມພະລາດອນພາບມຸສລິມທ່ານ Gehad al-Had
dad ກ່າວຕໍ່ວີໂອເອວ່າ ການປະທ້ວງ ລຸນຫຼັງການສູດມົນພາວະ ນາໃນຕອນທ່ຽງມື້ນີ້ຈະເປັນການທ້າທາຍແບບສັນຕິຕໍ່ອັນທີ່ກຸ່ມ ດັ່ງກ່າວຖືວ່າເປັນການກໍ່ລັດຖະປະຫານ ຂອງທະຫານໂຄ່ນລົ້ມ
ຜູ້ນຳອີຈິບທີ່ຖືກເລືອກຢ່າງເສລີຄົນທຳອິດ.

ກຸ່ມພະລາດອນພາບມຸສລິມໄດ້ປະຕິເສດບໍ່ຍອມເຂົ້າຮ່ວມໃນແຜນການສ້າງຕັ້ງລັດຖະບານ
ໄລຍະຂ້າມຜ່ານໂດຍເວົ້າວ່າ ຕົນຈະສືບຕໍ່ທໍາການປະທ້ວງ ຈົນກວ່າຈະມີການແຕ່ງຕັ້ງ ໃຫ້ ທ່ານ Morsi ເຂົ້າຮັບຕຳແໜ່ງຄືນໃໝ່.



ຂະນະດຽວກັນ ພວກຕໍ່ຕ້ານທ່ານ Morsi ກໍມີແຜນການ ທີ່ຈະໄປເຕົ້າໂຮມກັນຢູ່ທີ່ນະຄອນ ຫຼວງໄຄໂຣເພື່ອສະເຫຼີມສະຫຼອງການລຸກຮືຂຶ້ນຂອງມວນຊົນທີ່ພາໃຫ້ກອງທັບໂຄ່ນລົ້ມທ່ານ Morsi ຊຶ່ງໃນເວລານີ້ຍັງຖືກພວກທະຫານຄວບຄຸມໂຕໄວ້ຢູ່.

ນັບຕັ້ງແຕ່ໄດ້ມີການປົດທ່ານ ອອກຈາກຕຳແໜ່ງໃນສັບປະດາແລ້ວນີ້ ການປະທະກັນຢ່າງ ຮຸນແຮງລະຫວ່າງສອງກຸ່ມກໍໄດ້ລະເບີດຂຶ້ນ ທີ່ຂົ່ມຂູ່ວ່າ ຈະເຮັດໃຫ້ອີຈິບຊຶ່ງເປັນປະເທດອາ
ຣັບທີ່ໃຫຍ່ທີ່ສຸດນັ້ນ ກ້າວເຂົ້າສູ່ວິກິດການທາງດ້ານສາສະໜາຂະໜາດໃຫຍ່.

ໃນວັນຈັນແລ້ວນີ້ມີພວກສະໜັບສະໜຸນພັກສາສະໜາອິສລາມຫຼາຍກວ່າ 50 ຄົນເສຍຊີວິດ ເວລາການຕໍ່ສູ້ກັນເກີດຂຶ້ນ ກັບກຳລັງຮັກສາຄວາມສະຫງົບ ໃກ້ໆອາຄານຫຼັງນຶ່ງ ໃນກຸງໄຄ ໂຣທີ່ເຊື່ອກັນວ່າ ທ່ານ Morsi ຖືກຄຸມຂັງຢູ່ນັ້ນ.

ກຸ່ມພະລາດອນພາບມຸສລິມ ກ່າວເຖິງການປະທະກັນນີ້ວ່າ ເປັນການສັງຫານໝູ່ ໂດຍເວົ້າ
ວ່າ ພວກທະຫານໄດ້ຍິງປືນເຂົ້າໃສ່ ໃນລະຫວ່າງທີ່ມີການສູດມົນພາວະນາ ໃນຕອນເຊົ້າ. ພວກທະຫານຢືນຢັດວ່າພວກຫົວຮຸນແຮງໄດ້ພະຍາຍາມ ທີ່ຈະບຸກເຂົ້າໄປໃນອາຄານຫຼັງ ດັ່ງກ່າວ.

XS
SM
MD
LG