ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ຊາວອີຈິບ ຊຸມນຸມປະທ້ວງ ຂະນະທີ່ ລໍຖ້າຟັງຜົນເລືອກຕັ້ງ (ສະໄລດ໌)


ຊາວອິຢິຍຄົນນຶ່ງ ທີ່ສະໜັບສະໜຸນ ຜູ້ສະໝັກ ພັກສາສະໜາອິສລາມ ທ່ານ Mohammed Morsi ຖືປ້າຍເປັນພາສາ ອາຣັບທີ່ກ່າວວ່າ ທ່ານ Mohammed Morsi ເປັນປະທານາທິບໍດີ ຂອງອີຈິບ.

​ປະ​ເທດ​ອີ​ຈິບ ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ສະມາຊິກ​ຂອງ​ພັກສາ
​ສະໜາ​ອິສລາມ​ໄດ້​ໂຮມ​ຊຸມນຸມ​ກັນ​ທີ່​ຈະ​ຕຸ​ລັດ Tahrir ໃນ​ກຸງໄຄ​ໂຣ ໃນ​ຕອນ​ເຊົ້າຂອງ​
ວັນສຸກມື້ນີ້ ເພື່ອ​ປະ​ນາມ​ໃນ​ອັນທີ່​ເຂົາ​ເຈົ້າ​ເຫັນ​ວ່າ​ ​ເປັນຍາດ​ແຍ່ງເອົາອໍານາດ​ຂອງ
ພວກ​ທະຫານທີ່ປົກ​ຄອງປະ​ເທດຊົ່ວ​ຄາວແລະ​ຮຽກຮ້ອງ​ໃຫ້​ບັນ ດາ​ເຈົ້າ​ໜ້າ​ທີ່ເປີດ​
ເຜີຍ​ຜົນ​ການ​ເລືອກຕັ້ງປະທານາທິບໍດີ​ຮອບ​ຕັດສິນ​ຊີ້ຂາດ ​ໃນ​ສັບປະດາ​ແລ້ວ ​ທີ່ໄດ້​
ມີ​ການ​ຊັກ​ຊານັ້ນ.

ຄະນະ​ກໍາມະການ​ເລືອກ​ຕັ້ງ​ຂອງ​ອີ​ຈິບໄດ້ເລື່ອນ​ເວລາ​ໃນ​ການ​ປະກາດ​ຜົນ​ການ​ເລືອກ​
ຕັ້ງ ຊຶ່ງໄດ້ກໍານົດ​ໃສ່​ວັນພະຫັດຜ່ານ​ມາ ​ຍ້ອນ​ທາງ​ຄະນະ​ກຳມະການ​ເວົ້າ ວ່າ ຕົນຕ້ອງ
ການ​ເວລາ​ຕື່ມ ​ເພື່ອ​ສືບສວນ​ເບິ່ງ​ການ​ກ່າວ​ຫາ ກ່ຽວ​ກັບ​ການ​ສໍ້​ໂກງ ຄະ​ແນນ​ສຽງ​
ຂອງ​ຜູ້​ສະມັກປະທານາທິບໍດີ​ທັງ​ສອງ.

​ບັນດາເຈົ້າໜ້າ​ທີ່ພັກ​ພະລາດ​ອນພາບມຸສລິ​ມ ​ໄດ້​ເຕືອນ​ກ່ຽວ​ກັບການ​ປະ​ເຊີນ​ໜ້າ​ກັນ
ລະ​ຫວ່າງ​ປະຊາ​ຊົນ ​ແລະ​ພວກ​ທະ​ຫານທີ່​ປົກຄອງ​ປະ​ເທດ ຖ້າ​ຫາກ​ວ່າ​ຜູ້​ສະ​ມັກ​ຂອງ​
ຕົນ​ຄື ທ່ານ Mohammad Morsi ຫາກ​ບໍ່​ໄດ້​ຖືກ​ປະກາດ​ໃຫ້ເປັນ​ຜູ້​ຊະນະ.

ທັງທ່ານ Morsi ​ແລະ​ອ​ະດີດ​ນາຍົກລັດຖະມົນ​ຕີ Ahmed Shafig ຕ່າງ​ກໍ​ອ້າງ ວ່າ​ຕົນ
​ເປັນ​ຜູ້ໄດ້ຮັບ​ໄຊຊະນະ ​ແລະ​ພວກ​ສະໜັບສະໜຸນຂອງບຸກຄົນ​ທັງ​ສອງ​ພາ ກັນ​ຂົ່ມຂູ່​ວ່າ
​ຈະ​ມີ​ປະຕິກິລິຍາ​ຕອບ​ໂຕ້​ຢ່າງ​ຮຸ​ນ​ແຮງຖ້າ​ຫາກ​ຜູ້​ສະໝັກ​ຂອງ​ເຂົາ​ເຈົ້າ​ຫາກ​ເສຍ​ໄຊ.

​ອົງການ​ຂ່າວ MENA ຂອງ​ທາງ​ການ​ອີ​ຈິບ ​ລາຍ​ງານ​ວ່າ ຄະນະ​ກໍາມະການ​ເລືອກ​ຕັ້ງ
ອາດ​ຈະ​ປະກາດ​ຜົນ​ການ​ບັດ​ຄະ​ແນນ​ສຽງ ພາຍ​ໃນ​ວັນ​ເສົາ ຫລື​ວັນ​ອາທິດຈະ​ມາ​ນີ້.

XS
SM
MD
LG