ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

16 ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ໂຈມ​ຕີ​ລົດບັ​ສໃກ້​ໆກັບ​ພິ​ຣາ​ມິດ​ກີ​ຊາ


​ລົດ​ບັ​ສ​ຄັນ​ນຶ່ງ​ທີ່​ໄດ້​ຮັບ​ຄວາ​ມ​ເສຍ​ຫາຍ ຢູ່​ບ່ອນ​ເກີດ​ລະ​ເບີດ​
ໃກ້​ໆກັບ​ຫໍ​ພິ​ພິດ​ຕະ​ພັນ ທີ່​ກຳ​ລັງ​ກໍ່​ສ້າງ​ໃໝ່ ໃນ​ນະ​ຄອນ​ໄຄ​ໂຣ ອີ​ຈິບ ວັນ​ທີ 19 ພຶດ​ສະ​ພ່ 2019.
​ລົດ​ບັ​ສ​ຄັນ​ນຶ່ງ​ທີ່​ໄດ້​ຮັບ​ຄວາ​ມ​ເສຍ​ຫາຍ ຢູ່​ບ່ອນ​ເກີດ​ລະ​ເບີດ​ ໃກ້​ໆກັບ​ຫໍ​ພິ​ພິດ​ຕະ​ພັນ ທີ່​ກຳ​ລັງ​ກໍ່​ສ້າງ​ໃໝ່ ໃນ​ນະ​ຄອນ​ໄຄ​ໂຣ ອີ​ຈິບ ວັນ​ທີ 19 ພຶດ​ສະ​ພ່ 2019.

ຢ່າ​ງ​ໜ້ອຍ 16 ຄົນໄດ້​ຮັບ​ບາດ​ເຈັບ​ຈາກ​ລະ​ເບີດ​ແຕກ ທີ່​ແນ​ໃສ່​ລົດບັ​ສໃກ້​ກັບ​ພິ​ຣາ​ມິດ
ກີ​ຊາອີ​ຈິບ ທີ່​ແຫລ່ງ​ຂ່າວ​ຮັກ​ສາ​ຄວາມ​ປອດ​ໄພ​ກ່າວ​ໃນ​ວັນ​ອາດ​ທິດ​ວານ​ນີ້.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ລົດ​ບັ​ສ​ໄດ້​ນຳ​ພາ 28 ຄົນ ສ່ວນ​ໃຫຍ່​ແມ່ນ​ນັກ​ທ່ອງ​ທ່ຽວ​ຈາກ
​ອາ​ຟ​ຣິ​ກາ​ໃຕ້. ຮູ​ບ​ພ​າບ​ວີ​ດີ​ໂອ​ທີ່​ເຜີຍ​ແຜ່​ຢູ່​ໜ້າ​ອິນ​ເຕີ​ແນັດ​ສະ​ແດງ​ໃຫ້​ເຫັນວ່າ​ປະ​ຕູ​
ປ່ອງ​ຢ້ຽມ​ລົດ​ບັສພັງ​ອອກ ຫຼື​ແຕກ​ກະ​ຈັກ​ກະ​ຈາຍ.

ລັດ​ຖະ​ມົນ​ຕີ​ທ່ອງ​ທ່ຽວຮັກ​ສາ​ວັດ​ຖຸ​ໂບ​ຮານ​ອີ​ຈິບ ທ່ານ​ນາງ​ຣາ​ເນຍ ອາ​ລ ມາ
​ຊາ​ຕ ໄດ້​ສົ່ງ​ຂໍ້​ຄວາມ​ທາ​ງ​ທວິດ​ເຕີ​ວ່າ “ໃນ​ຈຳ​ນວນຜູ້​ໂດຍ​ສານ​ 18 ຄົນ ຢູ່​ໃນ​ລົດ​ບັ​ສ
ພວກ​ເຮົາ​ສາ​ມາດ​ຢືນ​ຢັນ​ວ່າ​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ ຊຶ່ງ​ສາ​ມ​ຄົນ​ກຳ​ລັງ​ໄດ້ຮັບການ
ປິ່ນ​ປົວ​ຢູ່​ໂຮງໝໍ ເພື່ອ​ເປັນການປ້ອງກັນ.

ຍັງ​ບໍ່​ມີ​ການ​ອ້າງ​ເອົາ​ຄ​ວາມ​ຮັບ​ຜິດ​ຊອບ​ໃດໆ​ຂອງ​ການ​ວາງລະ​ເບີດດັ່ງກ່າວ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ຟ​ຣິ​ກາ​ໃຕ້ ທ່ານ​ວູ​ຊີ ມາ​ວິມ​ເບີ​ລາ
ແລະ​ທີມ​ງານຂອງ​ທ່ານ​ຢູ່​ໃນ​ອີ​ຈິບ ກຳ​ລັງ​ຢ້ຽມ​ຢາມ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຢູ່​ໂຮງ​ໝໍ.

ລະ​ເບີດ​ແຕກ​ໄດ້​ເກີດ​ຂຶ້ນ​ໃກ້ໆ​ກັບ​ຫໍ​ພິ​ພິດ​ຕະ​ພັນ​ໃຫຍ່​ອີ​ຈິບ ທີ່​ກຳ​ລັງ​ຢູ່​ພາຍ​ໃຕ້​ການ​ກໍ່​
ສ້າງ ໃກ້ໆ​ກັບ​ພິ​ຣາ​ມິດ​ກີ​ຊາ. ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຈາກ​ກະ​ຊວງວັດ​ຖຸ​ໂບ​ຮານກ່າວ​
ວ່າ ລະ​ເບີດ​ແຕກ​ບໍ່​ໄດ້​ເຮັດ​ໃຫ້​ຫໍ​ພິ​ພິດ​ຕະ​ພັນ​ເສຍ​ຫາຍ​ແຕ່​ຢ່າງ​ໃດ.

ໃນ​ເດືອນ​ທັນ​ວາຜ່ານມາ ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ​ສາມ​ຄົນ ແລະ​ຜູ້​ນຳ​ທ່ຽວ​ຊາວ​ອິ​ຈິບ
​ຄົນ​ນຶ່ງ​ໄດ້​ເສຍ​ຊີ​ວິດ ເວ​ລາ​ລະ​ເບີດ​ໄດ້​ແຕກ​ໃສ່​ລົດ​ບັ​ສ​ເຂົາ​ເຈົ້າ​ໃກ້ໆ​ກັບ​ພິ​ຣາ​ມິດ​ກີ​ຊາ.

​ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG