ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

21 ຄົນເສຍຊີວິດ ໃນການໂຈມຕີໂບດ ທີ່ອີຈິບ


ການໂຈມຕີສະລະຊີບ ທີ່ໂບດແຫ່ງນຶ່ງ ໃນເມືອງອາເລັກຊານເດຣຍ ປະເທດອີຈິບ (1 ມັງກອນ 2011)
ການໂຈມຕີສະລະຊີບ ທີ່ໂບດແຫ່ງນຶ່ງ ໃນເມືອງອາເລັກຊານເດຣຍ ປະເທດອີຈິບ (1 ມັງກອນ 2011)

ເຈົ້າໜ້າທີ່ອີຈິບຄົນນຶ່ງກ່າວວ່າ ມີທ່າທາງວ່າຜູ້ໂຈມຕີດ້ວຍ
ລະເບີດສະລະຊີບທີ່ຍ່າງມາຄົນນຶ່ງ ເປັນຜູ້ຢູ່ເບື້ອງຫຼັງເຫດ
ລະເບີດ ຢູ່ນອກໂບດຂອງສາສະໜາຄຣິສຕ໌ ນິກາຍຄອັບ
ຕິກທີ່ເຮັດໃຫ້ມີຜູ້ເສຍຊີວິດ 21 ຄົນໃນຕອນເຊົ້າຂອງວັນ
ເສົາມື້ນີ້.

ໃນຂັ້ນຕົ້ນ ເຈົ້າໜ້າທີ່ເວົ້າວ່າ ເຫດລະເບີດດັ່ງກ່າວເປັນ
ລະເບີດລົດທີ່ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບອີກຈຳນວນນຶ່ງ
ທີ່ເມືອງອາເລັກຊານເດຣຍໃນພາກເໜືອຂອງອີຈິບ.

ກະຊວງພາຍໃນຂອງອີຈິບກ່າວວ່າ ມີຫຼັກຖານທີ່ສະແດງ
ໃຫ້ເຫັນວ່າ ການໂຈມຕີດ້ວຍລະເບີດໃນຄັ້ງນີ້ ມີຕ່າງປະ ເທດພົວພັນນຳ.

ປະທານາທິບໍດີອີຈິບ ທ່ານ Hosni Mubarak ໄດ້ຮຽກ
ຮ້ອງໃຫ້ປະຊາຊົນທີ່ນັບຖືສາສະໜາຕ່າງໆ ຮວມທັງພວກ
ທີ່ເຊື່ອຖືໃນສາສະໜາຄຣິສຕ໌ນິກາຍຄອັບຕິກແລະສາສະໜາອິສລາມຈົ່ງໄດ້ພາກັນລຸກຂຶ້ນຕໍ່
ຕ້ານ ໃນອັນທີ່ທ່ານເອີ້ນວ່າ ການກໍ່ການຮ້າຍ ເຊັ່ນການວາງລະເບີດໂຈມຕີໂບດຂອງສາສະ
ໜາຄຣິສຕ໌ ໃນຄືນແລ້ວນີ້. ທ່ານ Mubarak ໄດ້ສະແດງຄວາມເສົ້າສະລົດໃຈຕໍ່ບັນດາຄອບ ຄົວຂອງພວກເຄາະຮ້າຍ.

ການໂຈມຕີທີ່ວ່ານີ້ ມີຂຶ້ນພຽງເຄິ່ງຊົ່ວໂມງ ຫຼັງຈາກປີໃໝ່ໄດ້ມາຮອດມາເຖິງທີ່ໂບດບ່ອນທີ່
ພວກເຫຼື້ອມໃສ ໄດ້ໄປຮ່ວມພິທີສະເຫຼີມສະຫຼອງທາງສາສະໜາ ຕ້ອນຮັບປີໃໝ່.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້ເທື່ອ ຊຶ່ງໄດ້ຕິດຕາມມາ
ດ້ວຍການປະທະກັນລະຫວ່າງພວກທີ່ນັບຖືສາສະໜາຄຣິສຕ໌ແລະສາສະໜາອິສລາມ.

XS
SM
MD
LG