ນາຍົກລັດຖະມົນຕີຊົ່ວຄາວຂອງອີຈິບ ກ່າວວ່າ ການເຄື່ອນໄຫວ
ໃດໆກໍຕາມ ຂອງສະຫະລັດ ທີ່ຈະຕັດການຊ່ວຍເຫລືອທາງທະ
ຫານແກ່ປະເທດນັ້ນ ແມ່ນ “ເປັນຮອງຮອຍທີ່ບໍ່ດີ.”
ນາຍົກລັດຖະມົນຕີ Hazem el-Beblawi ໄດ້ກ່າວຕໍ່ອົງການ
ຂ່າວ ABC ໃນການໃຫ້ສໍາພາດ ທີ່ອອກອາກາດໃນຕອນແລງ
ຂອງວັນອັງຄານວານນີ້ວ່າ ການສູນເສຍເງິນຊ່ວຍເຫລືອ ຈະມີ
ຜົນກະທົບ ຕໍ່ກອງທັບອີຈິບ "ເປັນເວລານານສົມຄວນ.” ແຕ່
ທ່ານຍັງກ່າວອີກວ່າ ກອງທັບ “ຢູ່ລອດມາໄດ້” ກ່ອນໜ້ານັ້ນ
ໃນການຊ່ວຍເຫລືອທາງທະຫານຈາກຣັດເຊຍ ເປັນເວລາ
ຫລາຍສິບປີ.
ທ່ານ Beblawi ກ່າວວ່າ ອີຈິບ ແລະສະຫະລັດ ຕ່າງກໍຕ້ອງການຊຶ່ງກັນແລະກັນ ດັ່ງດຽວກັນກັບທີ່ປະເທດຂອງທ່ານຕ້ອງການຄວາມສໍາພັນກັບຢູໂຣບ ແລະບັນດາປະເທດໃນເອເຊຍ.
ການໃຫ້ຄວາມເຫັນຂອງທ່ານ ມີຂື້ນໃນຂະນະທີ່ສະຫະລັດ ແລະສະຫະພາບຢູໂຣບ ພວມຊັ່ງຊາຕີລາຄາເບິ່ງການຊ່ວຍເຫລືອດ້ານການເງິນຕໍ່ອີຈິບ.
ສະພາກິດຈະການຕ່າງປະເທດ ຂອງສະຫະພາບຢູໂຣບກໍາລັງປະຊຸມກັນໃນວັນພຸດມື້ນີ້ ເພື່ອຫາລືກ່ຽວກັບສະຖານະການໃນອີຈິບ ນຶ່ງມື້ຫລັງຈາກປະທານາທິບໍດີສະຫະລັດ ທ່ານ Barack Obama ໄດ້ພົບປະ ກັບຄະນະລັດຖະບານຂອງທ່ານເພື່ອທົບທວນເບິ່ງ ການໃຫ້ຄວາມຊ່ວຍເຫລືອປະຈໍາປີໃນມູນຄ່າ 1 ພັນ 500 ລ້ານໂດລາແກ່ປະເທດອີຈິບ.
ບັນດາເຈົ້າໜ້າທີ່ທໍານຽບຂາວ ໄດ້ປະຕິເສດໃນວັນອັງຄານວານນີ້ວ່າ ບໍ່ໄດ້ມີການຍຸຕິໃນການຊ່ວຍເຫລືອໃດໆເທື່ອ ແລະກ່າວວ່າ ຄໍາສັ່ງໃຫ້ທົບທວນການ ຊ່ວຍເຫຼືອຂອງທ່ານ Obama ໃນເດືອນແລ້ວນີ້ ຍັງດໍາເນີນຢູ່ຕໍ່ໄປ.