ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ອີຈິບ ກ່າວວ່າ ຜູ້ໂຈມຕີ ວັດອິສລາມ ຈະບໍ່ມີໃຜ ລອດຈາກ ການຖືກລົງໂທດ


ປະຊາຊົນຢືນຢູ່ນອກວັດອິສລາມ ອາລ ຣໍດາ ບ່ອນທີ່ເກີດ
ລະເບີດແຕກ. ເມືອງ ເບຍ ອາລ-ອາເບັດ, ປະເທດ ອີຈິບ. 25 ພະຈິກ, 2017.
ປະຊາຊົນຢືນຢູ່ນອກວັດອິສລາມ ອາລ ຣໍດາ ບ່ອນທີ່ເກີດ ລະເບີດແຕກ. ເມືອງ ເບຍ ອາລ-ອາເບັດ, ປະເທດ ອີຈິບ. 25 ພະຈິກ, 2017.

ໃນຂະນະທີ່ ອີມ່າມ ພະສາສະໜາ ອິສລາມ ກຳລັງຈະເລີ່ມສູດມົນພາວະນາຢູ່ ໃນວັດ
ຂອງ ອີຈິບ ຢູ່ແຫຼມ ຊີໄນ ທາງພາກເໜືອ ບ່ອນທີ່ມີຄວາມອ່ອນໄຫວນັ້ນ ການໂຈມ
ຕີຂອງພວກກໍ່ການຮ້າຍກໍໄດ້ເກີດຂຶ້ນ.

ພວກກໍ່ການຮ້າຍ ໄດ້ຮ້ອງຂຶ້ນວ່າ ອາລາຮູ ອັກບາ ຫຼື ພະເຈົ້າຜູ້ຍິ່ງໃຫຍ່ ພ້ອມໆກັບ
ການເປີດສາກໂຈມຕີ. ໃນການແລ່ນຜ່າຍໜີອອກໄປນັ້ນ ພວກສະແຫວງບຸນທັງຫຼາຍ
ກໍພົບເຫັນວ່າ ພວກຕົນໄດ້ຖືກປິດລ້ອມໄວ້ ດ້ວຍລົດລາພາຫະນະ ທີ່ກຳລັງຖືກເຜົາ
ໃໝ້ຢູ່. ໃນທີ່ສຸດກໍມີຜູ້ຄົນຕາຍ 305 ຄົນ ໃນນັ້ນມີເດັກນ້ອຍ 27 ຄົນຖືກຍິງຕາຍ ແລະ
128 ຄົນໄດ້ຮັບບາດເຈັບ. ທ້າວ ເອ ບິດ ເຊເລັມ ມັນຊົວ ອາຍຸ 38 ປີ ເຮັດວຽກຢູ່ໂຮງ
ງານຕົ້ມເກືອ ໄດ້ບອກຂ່າວສານ ເອພີ ວ່າ “ໝົດທຸກຄົນນອນເໝບຢູ່ ແລະ ກົ້ມຫົວລົງ
ໃສ່ພື້ນ. ຖ້າເຈົ້າເງີຍຫົວຂຶ້ນ ເຈົ້າກໍຈະຖືກຍິງ. ການຍິງປືນ ແມ່ນໄດ້ຍິງຮວດໄປທົ່ວ ທັງ
ເປັນແບບປ່ວງບ້າໃນຕອນທຳອິດ ແຕ່ແລ້ວຕໍ່ມາ ກໍຈະມີການເລືອກຍິງ. ຜູ້ໃດທີ່ພວກ
ເຂົາເຫັນວ່າຍັງບໍ່ທັນຕາຍຄັກ ຫຼືຍັງຫາຍໃຈຢູ່ ກໍຈະຖືກຍິງຊໍ້າໃຫ້ຕາຍ.”

ສ່ວນພວກທີ່ເຫັນເຫດການຄົນອື່ນໆກໍເວົ້າວ່າ ພວກຫົວຮຸນແຮງເຫຼົ່ານັ້ນ ໄດ້ຍິງໃສ່ລົດ
ໂຮງໝໍ ເວລາພວກພະນັກງານສຸກເສີນພວມຊ່ອຍກູ້ໄພ ນຳເອົາພວກຄົນເຈັບໄປໂຮງ
ພະຍາບານຢູ່.

ເມືອງ ເບຍ ອາລ-ອາເບັດ, ປະເທດ ອີຈິບ.
ເມືອງ ເບຍ ອາລ-ອາເບັດ, ປະເທດ ອີຈິບ.

ການໂຈມຕີໄດ້ແນເປົ້າໃສ່ວັດອິສລາມ ທີ່ຊາວ ຊູຟິສ ມັກເຂົ້າໄປບູຊາ, ເຂົາເຈົ້າແມ່ນ
ສະມາຊິກຂອງຂະບວນການເລິກລັບ ຢູ່ພາຍໃນສາສະໜາອິສລາມ. ພວກຫົວຮຸນແຮງ
ອິສລາມຖືວ່າ ພວກ ຊູຟິສ ເປັນຄົນນອກສາສະໜາ.

ທ່ານ ນາບິລ ຊາເດັກ ຫົວໜ້າ ໄອຍະການ ອີຈິບ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ
ພວກຄົນຮ້າຍມີຈຳນວນລະຫວ່າງ 25 ຫາ 30 ຄົນ.ບາງຄົນກໍໃສ່ໜ້າກາກ ແລະ ບາງ
ຄົນກໍບໍ່ໃສ່. ຖະແຫຼງການນັ້ນເວົ້າວ່າ ຜູ້ນຶ່ງຖືປ້າຍສີດຳ ຂຽນຄຳປະກາດທີ່ເຊື່ອຖືສາສະ
ໜາມຸສລິມທີ່ເວົ້າວ່າ ບໍ່ມີພະເຈົ້າອົງໃດນອກຈາກພະອັລລ່າ ແລະ ພະໂມຮັມມັດ ແມ່ນ
ພະອໍລະຫັນຂອງເພິ່ນ. ປ້າຍດັ່ງກ່າວເປັນແບບດຽວກັນກັບຂອງພວກ ໄອຊິສ ທີ່ບໍ່ໄດ້
ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ.

ການໂຈມຕີຂອງພວກເຄືອຂ່າຍຂອງສາສະໜາອິສລາມໃນຂົງເຂດດັ່ງກ່າວໄດ້ມີມາ
ແຕ່ປີ 2013.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG