ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີ​ຈິບ​ ​ສົ່ງ​ລົດ​ຖັງ​ ໄປ​ປະ​ຈໍາ​ ຢູ່ທໍານຽບ ປະທານາທິບໍດີ​ (ສະໄລດ໌)


ພວກສະໜັບສະໜຸນທ່ານ Morsi ກໍາລັງຫ້ອມລ້ອມຊື່ນຊົມລົດຖັງ
ພວກສະໜັບສະໜຸນທ່ານ Morsi ກໍາລັງຫ້ອມລ້ອມຊື່ນຊົມລົດຖັງ
ກອງທັບ​ອີ​ຈິບ​ໄດ້​ສົ່ງ​ລັດ​ຖັງ​ໄປ​ປະ​ຈໍາ​ຢູ່ນອກ​ທໍານຽບປະທານາທິບໍດີ​ຢູ່​ໃນ​ນະຄອນຫຼວງ​ໄຄ​ໂຣ ຫຼັງຈາກ​ເກີດ​ເຫດການ​ປະ​ທະ​ກັນຫຼາຍບັ້ນ​ລະຫວ່າງ ພວກ​ຝ່າຍ​ຄ້ານ​ແລະ​ພວກ​ສະ​ໜັບສະ​ໜຸນ​ປະທານາທິບໍດີ Mohamed Morsi ທີ່​ໄດ້​ສັງຫານຜູ້​ຄົນ​ໄປ​ແລ້ວ 5 ຄົນ.

ກອງທັບ​ໄດ້​ສົ່ງ​ລົດ​ຖັງ​ຫ້າ​ຄັນ ​ແລະ​ລົດ​ຫຸ້ມ​ເກາະ​ອີກ​ສອງ​ຄັນ​ ໄປ​ປະ​ຈໍາ​ຢູ່​ນອກ​ບໍລິ​ເວນ​ທໍາ ນຽບປະທານາທິບໍດີ​ ເມື່ອ​ພະ​ຫັດ​ມື້​ນີ້. ປະຊາຊົນຫຼາຍ ກວ່າ 350 ​ຄົນໄດ້​ຮັບ​ບາດ​ເຈັບ​ທີ່​ນະຄອນຫຼວງຂອງ​ອີ​ຈິບ​ໃນ​ລະຫວ່າງທີ່​ເກີດ​ເຫດການຮຸນ​ແຮງ​ເປັນ​ເວລາ​ສອງ​ມື້​ນັ້ນ.

Elizabeth Arrot ຜູ້​ສື່​ຂ່າວ​ວີ​ໂອເອ ລາຍ​ງານ​ຈາກ​ບ່ອນ​ເກີດ​ເຫດ ວ່າ ​ເຫດການ​ຄວາມ​ຮຸນ​ແຮງ​ໄດ້​ເລີ່​ມຂຶ້ນ​ເມື່ອ​ວັນ​ພຸດ​ວານ​ນີ້ ​ເວລາພວກ​ສະໜັບ ສະ​ໜຸນພັກ​ສາສະໜາ​ອີສ ລາມ ​ຂອງ​ທ່ານ Morsi ​ໄດ້​ປະ​ທະ​ກັບ​ພວກປະ ທ້ວງ​ຝ່າຍຄ້ານ ທີ່​ໂກດ​ແຄ້ນ​ນໍາ​ດໍາລັດ​ຂອງ​ປາທາ​ນາ​ທິບໍດີ ທີ່​ອອກ​ເມື່ອ ​ເດືອນ​ຜ່ານ​ມາ. ດໍາລັດ​ດັ່ງກ່າວ ​ໄດ້ມອບ​ອໍານາດ​ແທບ​ວ່າ​ທັງ​ໝົດ​ໃຫ້ແກ່​ທ່ານ​ Morsi ເອງ​ ​ແລະ​ຢູ່​ເໜືອ​ການກວດ​ສອບ​ໃດໆ​ຂອງຝ່າຍ​ຕຸລາ ການ.

ຜູ້​ສື່​ຂ່າວ Arrott ​ເວົ້າ​ວ່າ ພວກ​ສະໜັບສະໜຸນ​ປະທານາທິບໍດີ​ສ່ວນຫຼາຍ ​ຢູ່​ໃນ​ນະຄອນຫຼວງ​ທີ່​ເປັນ​ອໍາມະພາດນັ້ນ ກໍ​ແມ່ນ​ພວກ​ທີ່​ຈົ່ງ​ໜວດ​ຈົ່ງ​ເຄົາ ​ແລະ​ເປັນ​ສະມາຊິກ​ຂອງ​ພັກພະລາດອນພາບ​ມຸສລິ​ມ ​ໃນ​ຂະນະ​ທີ່​ພວກ​ຝ່າຍຄ້ານຂອງປະທານາທິບໍດີ ​ປະກົດ​ວ່າ​ ຈະ​ແມ່ນ​ພວກ​ຄົນ​ໜຸ່ມ ​ແລະ​ແມ່ຍິງ.

ສື່​ມວນ​ຊົນ​ຂອງ​ຝ່າຍ​ປະ​ເທດ​ຕາ​ເວັນ​ຕົກ ​ຍັງ​ໄດ້​ລາຍ​ງານ​ວ່າ​ ມີການ​ໂຈມ​ຕີພວກນັກ​ຂ່າວ​ໂດຍ​ພວກ​ສະໜັບສະໜຸນພັກ​ພະ​ລາດ​ອນພາບ​ມຸສລິ​ມນັ້ນ​ນໍາ.

​ເຫດການ​ປະ​ທະ​ກັນ​ຢູ່​ນອກ​ບໍລິ​ເວນ​ທໍານຽບປະທານາທິບໍດີ ​ໄດ້​ເປັນ​ຂີດ ໝາຍ​ເທື່ອ​ທໍາ​ອິດ​ທີ່​ບັນດາ​ພັກ​ການ​ເມືອງ​ທີ່​ເປັນ​ຄູ່​ປໍ​ລະ​ປັກ​ ຢູ່​ໃນ​ປະ​ເທດ​ອີ​ຈິບ​ທີ່​ມີ​ການ​ແບ່ງ​ແຍກຢ່າງ​ເລິກ​ເຊິ່ງນັ້ນ ​ໄດ້​ໂຈມ​ຕີ​ຊຶ່ງ​ກັນ​ແລະ​ກັນ ນັບ​ຕັ້ງ​ແຕ່ການ​ປະ​ທ້ວງເມື່ອ​ປີຜ່ານມາ​ ເພື່ອ​ໂຄ່ນ​ລົ້ມ​ອະດີດ​ປະທານາທິບໍດີ​ຈອມ​ຜະ​ເດັດການ Hosni Mubarak ນັ້ນ.

ຂ່າວ​ອີກ​ກະ​ແສ​ນຶ່ງ ​ເວົ້າ​ວ່າ ທີ່​ປຶກສາ​ປະທານາທິບໍດີ​ອີກ​ສາມ​ທ່ານ ​ໄດ້​ປະ ກາດ​ລາ​ອອກ​ຈາກ​ຕໍາ​ແໜ່​ງ ​ເພື່ອ​ປະ​ທ້ວງ​ດໍາລັດ​ດັ່ງກ່າວ ທີ່ອະນຸມັດ​ໃຫ້ ທ່ານ Morsi ມີ​ອໍານາດໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ນັ້ນ. ​ເທົ່າ​ເຖິງ​ປັດຈຸບັນ​ນີ້ ທີ່​ປຶກສາ​ປະທານາ​ທໍ​ບໍດີ​ຫ້າ​ຄົນ ​ໃນ​ຈໍານວນ 17 ຄົນ​ໄດ້​ລາອອກ​ນັບ​ຕັ້ງ​ແຕ່​ວັນ​ທີ 22 ​ພະຈິກ​ຜ່ານ​ມາ​ນີ້.

ການ​ປະ​ທ້ວງ​ໄດ້​ລາມ​ໄປ​ຍັງ​ຫົວ​ເມືອງ​ອື່ນໆ​ໃນ​ອີ​ຈິບ ພ້ອມ​ກັບ​ຫ້ອງການ ຕ່າງໆ​ຂອງ​ພັກພະລາດອນພາບ​ມຸສລິ​ມຂອງ​ທ່ານ Morsi ກໍ​ໄດ້​ຖືກ​ຈູດ​ເຜົາ ຢູ່ທີ່​ເມືອງ Ismailia ​ແລະ​ເມືອງ Suez.

XS
SM
MD
LG