ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຈິບ ປະກາດໃຊ້ ກົດພາວະສຸກເສີນ ຫຼັງຈາກການໂຈມຕີ ທີ່ແຫຼມ Sinai.


egypt26october14
please wait
Embed

No media source currently available

0:00 0:01:07 0:00

ເບິ່ງວີດີໂອເລື້ອງນີ້.

ປະທານາທິບໍດີ Abdel Fattah el-Sissi ​ແຫ່ງ​ອີ​ຈິບ ກ່າວ​ວ່າ
ການ​ໂຈມ​ຕີ​ດ່ານກວດກາຂອງ​ກອງທັບ​ແຫ່ງ​ນຶ່ງ​ທີ່​ແຫຼມ Sinai ທີ່
​ສັງຫານ 30 ຄົນ ແມ່ນ​ເປັນ “ການ​ປະຕິບັດ​ງານ​ທີ່​ໄດ້​ຮັບທຶນ​
ຈາກ​ຕ່າງປະ​ເທດ”
​ແລະ​ພວກ​ທີ່​ທຳ​ການ​ໂຈມ​ຕີ​ຄັ້ງ​ນີ້ “ຈະ​ຕ້ອງ​
ຖືກ​ນຳ​ມາແຂນ​ຄໍ​.”

​ໃນ​ວັນ​ເສົາ​ວານ​ນີ້ ທ່ານ el-Sissi ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ເອົາ​
ມາດ​ຕະການ​ທີ່​ແຂງ​ແຮງຕໍ່​ພວກ​ຫົວ​ຮຸນ​ແຮງ ​ໂດຍ​ກ່າວ​ວ່າ ມີ​ອຳ
ນາດ​ຕ່າງປະ​ເທດ​ທີ່​ຢາກ “ຫັກຫຼັງຂອງ​ອີ​ຈິບ” ​ແລະ​ປະ​ເທດ​
ຂອງ​ທ່ານ​ກຳລັງພົວພັນ​ນຳ​ການ​ຕໍ່ສູ້ ທີ່​ຈະ​ດຳ​ເນີນ​ໄປ​ຢ່າງ​ຍາວ​
ນານ.

ອີ​ຈິບໄດ້ປະກາດ​ໃຊ້ ​ພາວະ​ສຸກ​ເສີນ​ເປັນ​ເວລາ 3 ​ເດືອນ​ໃນ​ພາກ​ເໜືອ​ແລະ​ພາກ​ກາງຂອງ​ແຫຼມ Sinai ​ແລະ​ໄດ້​ປິດ​ຊາຍ​ແດນRafah ຂ້າມ​ໄປຍັງ​ເຂດ​ກາຊາ ຫຼັງ​ຈາກ​ການ​ໂຈມ​ຕີ 2 ບັ້ນ​ຂອງ​ພວກ​ກໍ່​ການ​ຮ້າຍ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້.

ລະ​ເບີດ​ລົດຄັນ​ນຶ່ງ​ແຕກ​ຂຶ້ນ ທີ່​ດ່ານ​ກວດກາ​ແຫ່ງ​ນຶ່ງ​ຂອງ​ກອງທັບ ຢູ່​ໃກ້ໆ​ກັບ​ເມືອງ al-Arish ​ແລະ​ຕໍ່​ມາ​ ມື​ປືນກຸ່ມ​ນຶ່ງໄດ້​ໂຈມ​ຕີພວກ​ທະຫານ​ທີ່​ດ່ານ​ກວດກາ​ອີກ​ແຫ່ງ​ນຶ່ງ.

ບັນດາ​ນັກວິ​ເຄາະ​ດ້ານ​ການ​ເມືອງ ກ່າວ​ວ່າ ການ​ໂຈມ​ຕີ​ເຫຼົ່າ​ນີ້​ໄດ້​ສ້າງຄວາມ​ໂກດ​ແຄ້ນ​
ໃຫ້​ແກ່​ຊາວ​ອີ​ຈິບ​ຫຼາຍ​ຄົນ​ທີ່​ຢາກ​ຍຸດຕິ​ຄວາມ​ຮຸນ​ແຮງ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ປະນາມ​ຄວາມ​ຮຸນ​ແຮງ​ດັ່ງກ່າວ ​ແລະ​ກ່າວ​ວ່າ ອີ​ຈິບ
​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ ​ແມ່ນຕ້ອງການ​ຄວາມ​ສະຫງົບແລະ​ສະຖຽນ​ລະ​ພາບ.

XS
SM
MD
LG