ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລົດລະເບີດແຕກ ໃນເມືອງ ອາເລັກແຊນເດຣຍ ປະເທດ ອີຈິບ ສັງຫານ 2 ຄົນ, ບາດເຈັບ​ 4 ຄົນ


ບັນດານັກສືບສວນສອບສວນ ທຳການກວດຄົ້ນບໍລິເວນ ຫຼັງຈາກ
ລົດລະເບີດໄດ້ແຕກຂຶ້ນ ໃນເມືອງ ອາເລັກແຊນເດຣຍ, ປະເທດ ອີຈິບ. 24 ມີນາ, 2018.
ບັນດານັກສືບສວນສອບສວນ ທຳການກວດຄົ້ນບໍລິເວນ ຫຼັງຈາກ ລົດລະເບີດໄດ້ແຕກຂຶ້ນ ໃນເມືອງ ອາເລັກແຊນເດຣຍ, ປະເທດ ອີຈິບ. 24 ມີນາ, 2018.

ລົດລະເບີດຄັນນຶ່ງໄດ້ແຕກຂຶ້ນ ໃນເມືອງ ອາເລັກແຊນເດຣຍ ຂອງປະເທດ ອີຈິບ,
ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ບາດເຈັບຢ່າງ ໜ້ອຍ 4 ຄົນ. ບັນດາເຈົ້າ
ໜ້າທີ່ກ່າວວ່າ ການລະເບີດດັ່ງກ່າວ ໄດ້ແນ ເປົ້າໃສ່ຫົວໜ້າກະຊວງຮັກສາຄວາມ
ປອດໄພຂອງເມືອງ ອາເລັກແຊນ ເດຣຍ, ສອງວັນກ່ອນທີ່ປະເທດດັ່ງກ່າວ ຈະຈັດ
ການເລືອກຕັ້ງປະທານາທິບໍດີ.

ຫ້ອງການສື່ມວນຊົນລັດຖະບານຂອງ ອີີຈິບ ໄດ້ເວົ້າວ່າ ລະເບີດໄດ້ ແຕກ ຢູ່ໃກ້ໆຂະ
ບວນລົດ ທີ່ນຳພານາຍພົນ ມອສຕາຟາ ແອລ-ເນເມີ "Mostafa el-Nemr" ຜ່ານ
ບໍລິເວນຊຸມຊົນ ຂອງເມືອງ ອາເລັກແຊນເດຣຍ. ເພິ່ນບໍ່ໄດ້ຮັບບາດເຈັບ ໃນການໂຈມ
ຕີດັ່ງກ່າວ.

ລັດຖະມົນຕີກະຊວງຍຸຕິທຳຂອງ ອີຈິບ ໄດ້ສັ່ງໃຫ້ທຳການສືບສວນ ສອບສວນ “ຢ່າງ
ຮີບດ່ວນ ແລະ ກວ້າງຂວາງ” ກ່ຽວກັບ ການໂຈມຕີ ນັ້ນ, ເຊິ່ງລັດຖະບານເຊື່ອວ່າ
ແມ່ນສີມືຂອງລັດທິກໍ່ການຮ້າຍ.

ບໍ່ມີການອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດ ສຳລັບການລະເບີດດັ່ງກ່າວ,
ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ລົດໃຫຍ່ຫຼາຍຄັນ. ບັນດາ ນັກສືບສວນສອບສວນ
ໄດ້ປິດລ້ອມ ສະຖານທີ່ເກີດເຫດໄວ້ ໃນຂະນະທີ່ ເຂົາເຈົ້າຄົ້ນຫາຫຼັກຖານຢູ່.

ການໂຈມຕີນິ້ ໄດ້ມີຂຶ້ນກ່ອນຂະບວນການລົງຄະແນນສຽງ ສາມວັນຈະ ເລີ່ມຕົ້ນຂຶ້ນ
ໃນວັນຈັນມື້ອື່ນນີ້ ເພື່ອເລືອກເອົາປະທານາທິບໍດີຄົນຕໍ່ໄປ. ການເລືອກຕັ້ງແມ່ນການ
ລົງປະຊາມະຕິ ທີ່ແທ້ຈິງຕໍ່ການດຳລົງຕຳແໜ່ງສີ່ປີຂອງປະທານາທິບໍດີ ອັບແດລ ຟັດທາ
ແອລ-ຊິສຊີ "Abdel Fattah el-Sissi."

ຄູ່ແຂ່ງພຽງຜູ້ດຽວຂອງທ່ານ ຊິສຊີ ແມ່ນທ່ານ ມູສຊາ ມູສຕາຟາ ມູສຊາ "Moussa
Mustapha Moussa" ຈາກພັກ ກາດ "Ghad" ຫຼືເອີ້ນວ່າ "Tomorrow." ຄູ່ແຂ່ງຂັນ
ຄົນ ອື່ນໆແມ່ນໄດ້ຖອນຕົວອອກໄປໝົດແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG