ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໔ ພຶດສະພາ ໒໐໒໕

ມີຜູ້ເສຍຊີວິດ 34 ຄົນ ໃນຄວາມຮຸນແຮງ ຢູ່ອີຈິບ (ວີດີໂອ/ສໄລດ໌)


ລິງໂດຍກົງ

ຫລາຍພັນຄົນພາກັນເຕົ້າໂຮມ ສະໜັບສະໜຸນ "ການປະຕິວັດຄັ້ງທີ່ສອງ" ທີ່ໂຄ່ນລົ້ມທ່ານ Morsi ໃນກຸງໄຄໂຣ.

ບັນດາ​ເຈົ້າ​ໜ້າ​ທີ່ ກະຊວງ​ສາທາລະນະ​ສຸກ​ອີ​ຈິບ ກ່າ​ວວ່າ 34
ຄົນ​ໄດ້​ເສຍຊີວິດ ​ໃນ​ເຫດ​ກໍ່ຄວາມ​ຮຸນ​ແຮງ ຢູ່​ນອກ​ຕຶກ​ຂອງ​
ທະຫານ​ແຫ່ງ​ນຶ່ງ ​ໃນ​ກຸງໄຄ​ໂຣ ບ່ອນ​ທີ່​ພວກ​ສະໜັບສະໜູນ
ປະທານາທິບໍດີ Mohammed Morsi ພາກັນ​ປະ​ທ້ວງ​ການ​
ຂັບ​ໄລ່ທ່ານອອກຈາກໜ້າ​ທີ່.

ພັກ​ພະລາດອນ​ພາບມຸສລິ​ມ ຂອງ​ທ່ານ Morsi ​ໄດ້​ຕິຕຽນ​
ທະຫານ ​ໂດຍ​ກ່າວ​ວ່າ ທະຫານ ​ໄດ້ຍິງ​ປືນ​ໃສ່​ພ​ວກປະ​ທ້ວງ
ໃນ​ວັນ​ຈັນ​ມື້​ນີ້ ທີ່​ກອງ​ບັນຊາ​ການຂອງ​ໜ່ວຍພິທັກສາ​ທາ​ລະ
ນະ​ລັດ ຫລືໜ່ວຍ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ.

ກຸ່ມ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້ ປະຊາຊົນ​ພາກັນ “ລຸກ​ຮື​ຂື້ນ​ຕໍ່ຕ້ານ​ອັນ​ທີ່​ເຂົາ​ເຈົ້າ​ຮ້ອງ​ວ່າ “ຜູ້​ທີ່​ຢາກ​ລັກ​ເອົາ​ການ​ປະຕິວັດ​ໄປ ​ດ້ວຍ​ລົດ​ຖັງ.”

​ທາງ​ກອງທັບໄດ້​ໃຫ້ຄໍາ​ອະທິບາຍ​ທີ່ແຕກ​ຕ່າງ​ໄປ ​ໂດຍ​ກ່າວ​ວ່າ “ພວກ​ກໍ່​ການ​ຮ້າຍ​ກຸ່ມ​ນຶ່ງ” ​ໄດ້​ພະຍາຍາມ​ທີ່​ຈະ​ບຸກ​ໄປ​ໃນຕຶກ ​ແລະວ່າ ​ທະຫານ​ຄົນ​ນຶ່ງ​ໄດ້ຖືກ​ຂ້າ​ຕາຍ.

Video of Muslim Brotherhood supporters and military backers
please wait

No media source currently available

0:00 0:00:56 0:00
ລິງໂດຍກົງ

ໃນ​ການ​ຕອບ​ໂຕ້​ຕໍ່​ຄວາມ​ຮຸນ​ແຮງທີ່​ເກີດ​ຂຶ້ນ​ໃນ​ວັນ​ຈັນ​ມື້ນີ້ ພັກ Salafi Nour ​ ​ຫົວຈາຮີດ
​ນິຍົມ​ຈັດ ກ່າວ​ວ່າ ຕົນ​ຈະຖອນ​ໂຕອອກຈາກການ​ເຈ​ລະ​ຈາ ​ເລື້ອງ​ການຈັດ​ຕັ້ງລັດຖະ
ບານ​ໃໝ່.

ທັງ​ສອງ​ຝ່າຍ​ໄດ້​ພາກັນ​ໂຮມຊຸມນຸມ​ຢ່າງ​ໃຫຍ່​ຫລວງ​ ໃນກຸງໄຄ​ໂຣ ​ແລະ​ໃນ​ໂຕ​ເມືອງ​ອື່ນໆ ​ຊຶ່ງໄດ້​ເກີດ​ຄວາມ​ຮຸນ​ແຮງຂຶ້ນ​ຢູ່ບາງ​ບ່ອນ​. ການ​ປະ​ທະ​ກັນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 36 ຄົນ ​ແລະ​ຫລາຍ​ກວ່າ 1,000 ຄົນ​ໄດ້​ຮັບ​ບາດ​ເຈັບ​ ຢູ່​ທົ່ວ​ປະ​ເທດ.


XS
SM
MD
LG