ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບດໍາເນີນຄະດີ ອະດີດ ປ. ມູບາຣັກ (ເບິ່ງວີດີໂອ)


ອະດີດປະທານາທິບໍດີ ໂຮສນີມູບາຣັກ ຢູ່ໃນຄອນເຫລັກຢູ່ຕໍ່ໜ້າສານ
ຖືກດໍາເນີນຄະດີໃນກຸງໄຄໂຣ ໃນມື້ນີ້
ວັນທີ 3 ສິງຫາ 2011
ອະດີດປະທານາທິບໍດີ ໂຮສນີມູບາຣັກ ຢູ່ໃນຄອນເຫລັກຢູ່ຕໍ່ໜ້າສານ ຖືກດໍາເນີນຄະດີໃນກຸງໄຄໂຣ ໃນມື້ນີ້ ວັນທີ 3 ສິງຫາ 2011


















ອີ​ຈິບ​ເລີ້ມທໍາ​ການ​ດໍາ​ເນີນ​ຄະດີ​ອະດີດ​ປະທານາທິບໍດີ ​ໂຮ​ສນີ ມູບາຣັກ ທີ່​ໄດ້​ໄປ​ມີໜ້າ​ຢູ່
ໃນ​ສານ​ໃນ​ວັນ​ພຸດ​ມື້​ນີ້ ຊຶ່ງ​ເປັນ​ເວລາ​ເກືອບ 6 ​ເດືອນ​ຫລັງ​ຈາກ​ທ່ານ​ຖືກໂຄ່ນ​ລົ້ມ​ໃນ
ການ​ປະຕິວັດ​ຂອງ​ມະຫາຊົນເປັນ​ເວລາ 18 ມື້​ ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​ໄປ​ສູ່​ລະ
ບອບ​ປະຊາທິປະ​ໄຕ​ນັ້ນ.

ທ່ານ​ມູບາຣັກ ​ໄດ້​ປະຕິ​ເສດ​ຢ່າງ​ເດັດຂາດ​ຕໍ່​ຂໍ້​ກ່າວ​ຫາ​ທັງ​ໝົດ​ຕໍ່​ທ່ານໃນ​ການ​ດໍາ​ເນີນ​ຄະ
ດີ​ທີ່​ກຸງ​ໄຄ​ໂຣ ຊຶ່ງໃນ​ລະຫວ່າງ​ການ​ດໍາ​ເນີນ​ຄະດີນັ້ນ ທ່ານ​ໄດ້​ນັ່ງ​ອີງເທີ້ງ​ຢູ່ເທິງ​ຕຽງ​ໂຮງ
ໝໍຢູ​ໃນ​ຄອກ​ໃຫຍ່ໆ​ອັນນຶ່ງ​ທີ່​ໄດ້​ສ້າງ ຂຶ້ນ​ຢູ່​ທາງ​ໜ້າ​ສານ​ສໍາລັບໃຫ້​ພວກ​ຈໍາ​ເລີຍ​ທັງ​ໝົດ
ເຂົ້າ​ໄປຢູ​ໃນ​ນັ້ນ.

ອະດີດ​ຜູ້​ນໍາ​ອີ​ຈິບ​ຖືກ​ກ່າວ​ຫາ​ວ່າ ອອກ​ຄໍາ​ສັ່ງ​ໃຫ້ເຂັ່ນຂ້າ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ
ໃນ​ລະຫວ່າງ​ການປະຕິວັດ​ ທີ່​ໄດ້​ປົດ​ທ່ານອອກ​ຈາກຕໍາ​ແໜ່​ງ. ປະຊາຊົນ​ຈໍານວນ​ເກືອບ
900 ຄົນ​ໄດ້​ເສຍ​ຊີວິດ​ໄປ​ໃນ​ລະຫວ່າງ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ຄັ້ງນັ້ນ.

ທ່ານ​ມູບາຣັກປະ​ເຊີນ​ກັບ​ການ​ລົງ​ໂທດ​ປະຫານ​ຊີວິດ​ ຖ້າ​ຖືກສານ​ຕັດສິນວ່າ​ມີ​ຄວາມ​ຜິດ​ແທ້​.
ນອກ​ນັ້ນ​ທ່ານ​ຍັງ​ຖືກ​ກ່າວ​ຫາ​ຖານ​ທໍາ​ການ​ສໍ້​ລາດ​ບັງ​ຫລວງ ​ໃຊ້​ອໍານາ​ດ​ເກີນ​ຂອບ​ເຂດ
ແລະ​ໃຊ້​ຈ່າຍ​ເງິນ​ຫລວງ​ຢ່າງ​ຟຸມ​ເຟືອຍ.

ລູກ​ຊາຍ​ຂອງ​ທ່ານ 2 ຄົນ ຄື​ທ້າວ Alaa ​ແລະ​ທ້າວ Gamal ທີ່ຖືກ​ດໍາເນີນ​ຄະດີ​ໃນ
ວັນ​ພຸດ​ມື້​ນີ້​ເຊ່ນ​ກັນ ຢືນ​ຢູ່​ຄຽງ​ຂ້າງ​ທ່ານ​ມູບາຣັກ ​ແລະໄດ້ເວົ້າລົມ​ກັບ​ທ່ານ​ໃນ​ລະຫວ່າງ
ການ​ພິຈາລະນາ​ຄະດີ​. ພວກ​ລູກ​ຊາຍ​ທັງ​ສອງ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ຕໍ່​ເຂົາ​ເຈົ້າທຸກ​ຢ່າງ​.

ພວກ​ຝູງ​ຊົນ​ພາກັນໂຮມຊຸມນຸມ ​ຢູ່​ຂ້າງ​ນອກສານ​ ​ແລະ​ພາກັນ​ເບິ່ງ​ການ​ດໍາ​ເນີນ​ຄະດີ​ໃນ​ຈໍ​
ໂທລະພາບຂະໜາດ​ໃຫຍ່. ມີຕໍາຫລວດ​ຫລາຍ​ຮ້ອຍ​ຄົນຢືນ​ຍາມຢູ່​ທາງ​ນອກ​ສານ ບ່ອນ​ທີ່​
ໃນຕອນ​ນຶ່ງ​ພວກ​ສະໜັບສະໜຸນແລະ​ພວກ​ຄັດຄ້ານ​ທ່ານ​ມູບາຣັກ ​ໄດ້​ແກວ່ງ​ກ້ອນ​ຫີນ​ໃສ່​
ກັນ.

ພວກ​ຈໍາ​ເລີ​ຍອື່ນໆ​ທີ່​ຖືກ​ດໍາ​ເນີ​ຄະດີ​ໃນ​ວັນ​ພຸດ​ມື້​ນີ້ ​ແມ່ນ​ຮວມທັງ​ອະດີດລັດຖະມົນຕີ​ກະຊວງ
ພາຍ​ໃນ​ຂອງລັດຖະບານ​ທ່ານ​ມູບາຣັກ ຜູ້​ບັນຊາ​ການຕໍາຫລວດ 6 ທ່ານ ​ແລະ​ນັກທຸລະກິດ
ທ່ີ​ມີ​ຊື່​ສຽງ​ຄົນ​ນຶ່ງ​ທີ່​ຖືກ​ດໍາ​ເນີນຄະດີ​ລັບ​ຫລັງ​ນັ້ນ. ທ່ານ​ມູບາຣັກ​ໄດ້​ຖືກ​ກັກບໍລິ​ເວນໃຫ້ຢູ່​ໃນ
ບ້ານເຮືອນ​ ​ທີ່​ສະຖານ​ທີ່​ຕາກ​ອາກາດ Sham el-Sheikh ​ແຄມ​ທະ​ເລ​ແດງ​ ພ້ອມ​ກັບ​
ຄອບຄົວ​ຂອງ​ທ່ານ ມາຕັ້ງ​ແຕ່​ຖືກ​ໂຄ່ນ​ລົ້​ມ.

ອໍານາ​ດ​ຕຸລາ​ການຂອງ​ອີ​ຈິບ​ໄດ້​ຍ້າຍ​ບ່ອນ​ດໍາ​ເນີນ​ຄະດີ​ມາ​ຍັງໂຮງຮຽນ​ນາຍ​ຮ້ອຍ​ຕໍາຫລວດ​
ໃນ​ກຸງ​ໄຄ​ໂຣ ຍ້ອນ​ເຫດຜົນ​ດ້ານ​ຄວາມ​ປອດ​ໄພ.

ເບິ່ງວີດີໂອ ການດໍາເນີນຄະດີໃນສານ ເປັນພາສາອາຣັບ

XS
SM
MD
LG