ວີດີໂອລາຍງານພາສາອັງກິດ - ການປະທ້ວງລ່ວງໜ້າການເລືອກຕັ້ງສັ່ນສະເທືອນ
ອີຈິບ ເປັນມື້ມີສາມ:
ກະຊວງສາທາລະນະສຸກອີຈິບກ່າວວ່າ ປະຊາຊົນ 20 ຄົນໄດ້ເສຍຊີວິດ ແລະຫລາຍກວ່າ
1700 ຄົນໄດ້ຮັບບາດເຈັບໃນການປະທະກັນເປັນເວລາ 3 ມື້ ລະຫວ່າງຕໍາຫລວດແລະ
ພວກປະທ້ວງ ໃນຂະນະທີ່ພວກກໍາລັງຮັກສາຄວາມປອດໄພສືບຕໍ່ທໍາການຕໍ່ສູ້ກັບພວກ
ນັກເຄື່ອນໄຫວທີ່ນິຍົມປະຊາທິປະໄຕໃນການເດີນຂະບວນປະທ້ວງທົ່ວປະເທດນັ້ນ.
ຜູ້ສື່ຂ່າວວີໂອເອລາຍງານມາຈາກນະຄອນຫລວງໄຄໂຣ ໃນວັນຈັນມື້ນີ້ວ່າ ພວກປະທ້ວງ
ຍັງສືບຕໍ່ຍຶດຄອງຈະຕຸລັດ Tahrir ໃນໃຈກາງເມືອງຫລວງໃນຂະນະທີ່ພວກຕໍາຫລວດ
ຍິງແກສນໍ້າຕາໃສ່ພວກປະທ້ວງທີ່ແກວ່ງກ້ອນຫິນໃສ່ພວກເຂົາເຈົ້າ. ຕໍາຫລວດກໍາລັງ
ພະຍາຍາມຂັບໄລ່ພວກປະທ້ວງ ໃຫ້ອອກໄປຈາກຈະຕຸລັດແຫ່ງນັ້ນ ບ່ອນທີ່ພວກນັກ
ເຄື່ອນໄຫວໄດ້ພາກັນພັກຄ້າງຄືນມາຕັ້ງແຕ່ວັນສຸກ ເປັນຄືນທີສາມລຽນຕິດ. ພວກປະ
ທ້ວງກ່າວຫາພວກທະຫານທີ່ປົກຄອງປະເທດວ່າ ບໍ່ດໍາເນີນການໄວພໍ ເພື່ອນໍາພາປະ
ເທດກັບຄືນໄປຢູ່ພາຍໃຕ້ການປົກຄອງຂອງພົນລະເຮືອນນັ້ນ.
ຕໍາຫລວດແລະທະຫານອີຈິບໄດ້ຂັບໄລ່ພວກປະທ້ວງ ອອກໄປຈາກຈະຕຸລັດເປັນເວລາ
ສັ້ນໆໃນວັນອາທິດວານນີ້ ໂດຍຍິງແກສນໍ້າຕາ ລູກປືນຍິງນົກແລະລູກປືນຢາງໃສ່ເຂົາ
ເຈົ້າ ແຕ່ພວກປະທ້ວງໄດ້ກັບໄປຍຶດເອົາຈະຕຸລັດດັ່ງກ່າວຄືນໃນຕອນແລງວານນີ້. ນັບ
ແຕ່ນັ້ນມາ ການປະທ້ວງຕໍ່ຕ້ານລັດຖະບານກໍໄດ້ແຜ່ລາມໄປຍັງຫລາຍຫົວເມືອງຂອງ
ອີຈິບ ຮວມທັງເມືອງ Alexandria ແລະເມືອງ Suez ນໍາ.
ພວກນັກເຄື່ອນໄຫວນິຍົມປະຊາທິປະໄຕ ໄດ້ກ່າວຕໍາໜິຕິຕຽນສະພາປົກຄອງທະຫານ
ທີ່ໄດ້ວາງຫລັກຊີ້ນໍາຕ່າງໆສໍາລັບຮ່າງກົດໝາຍລັດຖະທໍາມະນູນສະບັບໃໝ່ ທີ່ຈະຮັກ
ສາກິດຈະກໍາທາງດ້ານທະຫານບາງຢ່າງໄວ້ ບໍ່ໃຫ້ຢູ່ໃຕ້ການຄວບຄຸມຂອງພວກພົນ
ລະເຮືອນ. ນອກນີ້ ພວກນັກເຄື່ອນໄຫວຍັງຢາກໃຫ້ອໍານາດປົກຄອງທະຫານຢຸດເຊົາ
ດໍາເນີນຄະດີພວກພົນລະເຮືອນໃນສານທະຫານນັ້ນນໍາ.