ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຮຽກຮ້ອງ ໃຫ້ກອງທັບ ອີຈິບ ປະຕິບັດຕາມ ສັນຍາຂອງຕົນ


ສະພາສູງສຸດຂອງກອງທັບອີຈິບ
ສະພາສູງສຸດຂອງກອງທັບອີຈິບ

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ກອງທັບອີ​ຈິບ​ຈະ​ຕ້ອງ​ປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ຂອງ​ຕົນ ທີ່​ໄດ້​ໃຫ້​ໄວ້ ທີ່​ຈະ​ໂອນ​ອໍານາດ​ໃຫ້​ຜູ້​ໃດ​ກໍ​ຕາມ​ທີ່​ຊະນະການ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບ​ຊີ້​ຂາດ ​ໃນ​ຂະນະ​ທີ່​ຄະນະ​ກໍາມະການ​ກໍາກັບການ​ເລືອກ​ຕັ້ງ​ຂອງ​ອີ​ຈິບ ​ໄດ້​ເລື່ອນ​ການ​ປະກາດ​ຜົນ​ການ​ເລືອກຕັ້ງ​ປະທານາທິບໍດີ​ໃຫ້​ຊາບ​ຕາມ​ທີ່​ວາງ​ແຜນ​ໄວ້​ ໃນ​ວັນ​ພະຫັດ​ມື້​ນີ້.

​ໃນ​ການ​ໃຫ້​ສໍາພາດ​ກັບ​ນັກ​ຂ່າວ​ໃນ​ແລງ​ວັນ​ພຸດ​ວານ​ນີ້ ທ່ານ​ນາງຄລິນ​ຕັນ​ເອີ້ນ​ການ​ເຄື່ອນ​ໄຫວ​ຂອງ​ພວກທະຫານ​ໃນ​ລະຫວ່າງ​ສັບປະດາ​ຜ່ານ​ມາ​ນີ້ວ່າ ສ້າງ​ບັນຫາ​ທີ່​ຈະ​ແຈ້ງ.

ສະພາສູງ​ສຸດຂອງ​ກອງທັບ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ​ໄດ້​ປະກາດ​ໃຫ້​ຮູ້​ວ່າລັດຖະທໍາ​ມະນູນ​ຊົ່ວຄາວໄດ້ໃຫ້ອໍານາດ​ໃນ​ການສະ​ແດງ​ຄວາມ​ເຫັນ​ຂັ້ນສຸດ​ທ້າຍ​ແກ່​ພວກ​ນາຍ​ພົນ​ແລະ​ສານ​ເປັນ​ຜູ້​ຄວບ​ຄຸມ​ນະ​ໂຍບາຍພາຍ​ໃນ​ປະເທດ​ແລະ​ຕ່າງປະ​ເທດສ່ວນ​ໃຫຍ່​ນັ້ນ ຕະຫຼອດ​ທັງ​ການ​ດໍາ​ເນີນ​ຂັ້ນ​ຕອນ​ໃນ​ການສ້າງ​ຕັ້ງ​ກົດໝາຍ​ລັດຖະທໍາ​ມະນູນທີ່​ຖາວອນ​ສະບັບ​ໃໝ່​ຂອງ​ຕົນ​ຂຶ້ນ​ມາ. ພວກທະຫານ​ຍັງໄດ້ຟື້ນຟູອົງ​ປະກອບ​ບາງ​ຢ່າງ​ຂອງກົດ​ໄອ​ຍະ​ການ​ເສິກ ແລະ​ໄດ້​ຍຸບ​ລັດຖະສະພາ​ທີ່​ຄອບ​ງໍາ​ໂດຍ​ພັກ​ສາສະໜາ​ອິສລາມ​ນັ້ນ​ເຊ່ນ​ກັນ.

ທ່ານນາງຄລິນ​ຕັນ ກ່າວ​ວ່າ ອີ​ຈິບ​ຕ້ອງການ​ການ​ດໍາ​ເນີນ​ຂັ້ນ​ຕອນໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ແບບ​ເປີດ​ກວ້າງ ​ທີ່​ເຄົາລົບ​ນັບຖື​ສິດທິ​ຂອງ​ປະຊາຊົນ​ອີ​ຈິບ​ທັງ​ປວງ.

ຄະນະ​ກໍາມະການ​ກໍາກັບ​ການ​ເລືອກ​ຕັ້ງ​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຕົນ ຕ້ອງການ​ເວລາ​ຕື່ມ​ອີກ​ເພື່ອ​ທົບ​ທວນຄືນ​ເບິ່ງ​ຄໍາ​ຮ້ອງ​ຂໍ​ຈາກ​ພວກ​ຜູ້ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ທັງ​ສອງຊຶ່ງໄດ້ສ້າງ​ຄວາມ​ເຄ່ງ​ຕຶງຂຶ້ນ​ໃນ​ຂະນະ​ທີ​ມີ​ການ​ກ່າວ​ຫາ​ກ່ຽວ​ກັບການ​ສໍ້​ໂກງ​ຄະ​ແນນສຽງເພີ່ມ​ຂຶ້ນນັ້ນ. ຄະນະ​ກໍາມະການ​ດັ່ງກ່າວ​ເວົ້າ​ວ່າ ພວກຜູ້​ພິພາກສາ​ຍັງ​ພາກັນ​ພິຈາລະນາເບິ່ງ​ຄຳ​ຮ້ອງຮຽນຕ່າງໆ​ປະມານ 400 ກໍລະນີ​ກ່ຽວ​ກັບ​ການລະ​ເມີດ ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ​ແລະການ​ຂັດ​ແຍ້​ງ​ເລື້ອງ​ການ​ນັບ​ບັດ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ທີ່​ຍື່ນ​ໂດຍ​ທ່ານ Mohammed Morsi ຜູ້ສະໝັກ​ຮັບ​ເລືອກ​ຕັ້ງ​ສັງກັດ​ພັກ​ພະລາດອນພາບ​ມຸສລິ​ມ ​ແລະ​ຄູ່​ແຂງຂັນ ອະດີດ​ນາຍົກລັດຖະມົນຕີ Ahmed Shafiq ນັ້ນ.

​ເວລາ​ນີ້ ຍັງ​ບໍ່​ທັນມີ​ການ​ຕັ້ງ​ກໍານົດ​ເວລາ​ການ​ປະກາດ​ຜົນ​ຂອງຜູ້​ຊະນະ​ການ​ເລືອກຕັ້ງ​ປະທາ​ນາທີ​ບໍດີ​ໃຫ້​ຊາບ​ເທື່ອ.

XS
SM
MD
LG