ລັດຖະມົນຕີຕ່າງປະເທດອີຈິບລາອອກຈາກຕໍາແໜ່ງ ແລະນາຍົກລັດຖະມົນຕີໄດ້ແຕ່ງຕັ້ງຮອງ
ນາຍົກລັດຖະມົນຕີ 2 ທ່ານ ໃນການເອົາບາດກ້າວທໍາອິດໄປສູ່ການຊັບຊ້ອນຄະນະລັດຖະ
ບານຂັ້ນກ້ວາງຂວາງ ທີ່ມີວັດຖຸປະສົງເພື່ອເອົາໃຈພວກປະທ້ວງ.
ໃນວັນເສົາວານນີ້ ນາຍົກລັດຖະມົນຕີ Essam Sharaf ຮັບເອົາການ ລາອອກຈາກຕໍາ
ແໜ່ງຂອງລັດຖະມົນຕີຕ່າງປະເທດ Mohammed al-Orabi ທີ່ຖືກເບິ່ງເຫັນວ່າ ໃກ້ຊິດ
ເກີນໄປກັບອະດີດຄະນະລັດຖະບານຂອງປະທານາທິບໍດີ Hosni Mubarak ທີ່ໄດ້ຖືກ
ປົດອອກຈາກຕໍາແໜ່ງໄປນັ້ນ.
ພ້ອມດຽວກັນ ທ່ານ Sharaf ໄດ້ແຕ່ງຕັ້ງຜູ້ນໍາພັກການເມືອງທີ່ເກົ່າແກ່ທີ່ສຸດຂອງອີຈິບ
ທ່ານ Ali al-Silmi ແລະນັກເສດຖະສາດ Hazem Beblawi ໃຫ້ເປັນຮອງທ່ານ. ຄາດ
ວ່າ ນາຍົກລັດຖະມົນຕີຈະປະກາດ ຄະນະລັດຖະບານໃໝ່ຂອງທ່ານໃຫ້ຮູ້ໃນວັນຈັນມື້ອື່ນ.
ພວກປະທ້ວງໄດ້ພາກັນພັກແຮມຄືນຢູໃນຈtຕຸລັດ Tahrir ໃນໃຈກາງກຸງໄຄໂຣ ມາໄດ້ດົນ
ກວ່າ 1 ສັບປະດາແລ້ວ ຮຽກຮ້ອງໃຫ້ມີການປະຕິຮູບໄວຂຶ້ນ.
ຈtຕຸລັດ Tahrir ແມ່ນເປັນຈຸດໃຈກາງຂອງການປະທ້ວງທີ່ໄດ້ສົ່ງຜົນໃຫ້ທ່ານມູບາຣັກ ຕ້ອງ
ລາອອກຈາກຕໍາແໜ່ງໄປໃນເດືອນກຸມພາຜ່ານມານັ້ນ.