ສະພາຂອງອີຈິບໄດ້ເປີດປະຊຸມ ທີ່ເປັນການທ້າທາຍຕໍ່ຄຳສັ່ງຂອງພວກທະຫານແລະສານສູງຂອງປະເທດ.
ສະພາຕໍ່າຂອງອີຈິບໄດ້ປະຊຸມໃນວັນອັງຄານມື້ນີ້ ບໍ່ເທົ່າໃດມື້ຫຼັງຈາກປະທານາທິບໍດີ Mohamed Morsi ໄດ້ອອກດຳລັດໃຫ້ສະພາກັບຄືນເຂົ້າຮັບໜ້າທີ່ໃໝ່ອີກ
ສະພາສູງສຸດຂອງກອງທັບອີຈິບ ໄດ້ສັ່ງຍຸບສະພາໃນເດືອນແລ້ວນີ້ ຍ້ອນສາເຫດກ່ຽວກັບການເຮັດຜິດກົດໝາຍໃນການເລືອກຕັ້ງ ຊຶ່ງເປັນການເຄື່ອນໄຫວທີ່ໄດ້ຮັບ ການເຫັນພ້ອມຈາກທາງສານສູງສຸດຂອງປະເທດ.
ປະທານສະພາຕໍ່າຂອງອີຈິບ ທ່ານ Saad el-Katani ໄດ້ກ່າວວ່າ ບັນດາສະມາຊິກສະພາ
ໄດ້ພົບປະກັນເພື່ອຊອກຫາຊ່ອງທາງໃນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ.
ລັດຖະທົນຕີການຕ່າງປະເທດສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ ຮຽກຮ້ອງໃຫ້ເຈົ້າໜ້າ
ທີ່ອີຈິບ ດຳເນີນງານຮ່ວມກັນ ເພື່ອຫຼີກເວັ້ນບໍ່ໃຫ້ການຫັນປ່ຽນຂອງປະເທດຕ້ອງພັງທະລາຍລົງ.