ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ຊຸດໃໝ່ຂອງອີຈິບ ຈະນຳສະເໜີລາຍຊື່ ຄະນະລັດຖະມົນຕີ


ການເລືອກຕັ້ງໃນອີຈິບ
ການເລືອກຕັ້ງໃນອີຈິບ

ນາຍົກລັດຖະມົນຕີຊົ່ວຄາວ​ຂອງ​ອີ​ຈິບ​ກ່າວ​ວ່າ ທ່ານ​ຈະ​ແຈ້ງ​ລາຍຊື່ຄະນະລັດຖະບານ​ຂອງ
ທ່ານ​ໃຫ້​ຊາບໃນ​ວັນ​ພຸດ​ມື້​ນີ້ ​ທີ່ພິ​ເສດ​ນັ້ນ​ຄື​ຈະ​ມີ​ລັດຖະມົນຕີ​ການ​ເງິນ​ຄົນໃໝ່ ​ແລະ​ລັດ​ຖະ
ມົນຕີ​ໃນ​ລັດຖະບານ​ຊຸດ​ກ່ອນ​ປະມານສິບ​ກວ່າ​ຄົນ ທີ່​ຈະຮັບ​ໜ້າທີ່​ບໍລິຫານ​ປະ​ເທດ​ໄປ​ຈົນ
ກວ່າການ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາແຫ່ງ​ຊາດ​ສິ້ນ​ສຸດ​ລົງ ​ໃນ​ເດືອນ​ມີນາປີໜ້າ​ນີ້.

ໃນ​ການຖະ​ແຫລ​ງຕໍ່​ພວກ​ນັກ​ຂ່າວ​ເມື່ອ​ວັນ​ອັງຄານ​ວານ​ນີ້ ທ່ານ Kamal el-Ganzouri
ກ່າວ​ວ່າ ລັດຖະມົນຕີ​ການ​ເງິນ​ຄົນ​ໃໝ່​ຈະ​ແມ່ນ​ທ່ານ Mum taz al-Saeed ລັດຖະມົນຕີ
ທີ່​ມີ​ປະສົບ​ພະການສູງ ທີ່​ປະ​ເຊີນ​ກັບ​ການ​ທ້າ​ທາຍຂອງ​ການ​ສ້າງ​ສະຖຽນລະ​ພາບ​ເສດຖະ
ກິດ ທີ່ຖືກ​ຄຸກ​ຄາມ​ໂດຍ​ການກໍ່​ຄວາມ​ບໍ່​ສະຫງົບ​ນັບ​ຕັ້ງ​ແຕ່​ເດືອນ​ກຸມພາ​ຜ່າ​ນມາ​ເພື່ອ​ໂຄ່ນ
ລົ້ມ​ປະທານາທິບໍ ດີ​ຜະ​ເດັດ​ການ ທ່ານ Hosni Mubarak ນັ້ນ.

ນາ​ຍົດ​ລັດ​ຖະມົນຕີ​ຊົ່ວຄາວ​ທີ່ຖືກ​ແຕ່ງ​ຕັ້ງ​ໂດຍ​ຝ່າຍ​ທະຫານ ກ່າ​ວວ່າ ທ່ານຍັງ​ບໍ່​ຂໍ​ເປີດ​ເຜີຍ
ຜູ້​ທີ່​ຈະ​ມາ​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ທີ່​ສໍາຄັນ ນັ້ນ​ຈົນ​ກວ່າການ​ປະກາດ​ລາຍ​ຊື່​ຄະ
ນະ​ລັດຖະມົນຕີໃນ​ວັນ​ພຸດ​ມື້​ນີ້ ພວກ​ເຄຶ່ອນ​ໄຫວ​ຝ່າຍ​ຄ້ານ​ທີ່ໜຸ່ມນ້ອຍ​ຫລາຍ​ຄົນ ​ໄດ້​ພາ
ກັນ​ຮຽກຮ້ອງ​ໃຫ້​ປ່ຽນ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຄົນ​ກ່ອນ ຄື ທ່ານ Mansour
al-Eissawy ມາ​ເປັນ​ຝ່າຍ​ພົນລະ​ເຮືອນ ຜູ້ທີ່​ບໍ່ໃຊ້ພື້​ນຖານແບບ​ຕໍາຫລວດ​ຄືກັນກັບ​ທ່ານ
Eissawy ນັ້ນ.

ຊາວ​ອີ​ຈິບ​ຫລາຍ​ຄົນ​ໂກດ​ແຄ້ນ​ໃຫ້​ກະຊວງ​ພາຍ​ໃນ​ທີ່​ສັ່ງ​ໃຫ້​ພວກ​ຕໍາຫລວດ ທໍາການ​ກວາ​ດ
ລ້າງ​ຢ່າງ​ຮຸນ​ແຮງ​ຕໍ່​ພວກ​ປະ​ທ້ວງ​ຝ່າຍ​ຄ້ານ ທີ່ໄດ້​ບັງຄັບ​ໃຫ້ ທ່ານ​ມູບາຣັກ ລາ​ອອກ​ຈາກ​ຕໍາ
ແໜ່​ງ​ໃນ​ເດືອນ​ກຸມພາ​ຜ່ານ​ມາ ​ແລະ​ຜູ້​ທີ່​ປະ ທ້ວງ​ເມື່ອ​ເດືອນ​ຜ່ານ​ມາຕໍ່ຕ້ານ​ສະພາ​ທະຫານ​
ທີ່ເຂົ້າ​ກຳຕໍາ​ແໜ່​ງແທນທ່ານ ​ນັ້ນ.

ພວກ​ຜູ້​ປົກຄອງ​ຝ່າຍ​ທະຫານ​ຂອງ​ອີ​ຈິບ ກ່າວເມື່ອ​ວັນ​ອັງ​ຄານວານ​ນີ້​ວ່າ ພວກ​ເຂົາ​ເຈົ້າຈະ
ແກ້​ໄຂ​ດັດ​ແປງ​ລັດຖະທໍ​າມະນູນ ​ເພື່ອ​ມອບ​ອໍານາດ​ໃຫ້ ​ແກ່​ທ່ານ Ganzouri ຫລາຍ​ຂຶ້ນ
ກວ່າ​ຄົນ​ກ່ອນ ຄື​ທ່ານ Essam Sharaf ຜູ້​ທີ່​ຖືກແຕ່ງ​ຕັ້ງ​ໂດຍ​ຝ່າຍ​ທະຫານ​ໃນ​ເດືອນ​ມີ
ນາ​ຜ່ານ​ມາ. ທ່ານ Sharaf ​ໄດ້​ລາ​ອອກ ຫລັງ​ຈາກ​ມີ​ຄົນ​ເສຍ​ຊີວິດ 42 ຄົນ ​ໃນເຫດການ​
ປະ​ທະ​ກັນ​ລະຫວ່າງ​ຕໍາຫລວດ​ແລະ​ພວກ​ປະ​ທ້ວງ​ເມື່ອ​ເດືອນ​ພະ​ຈິກ​ຜ່ານ​ມາ​ນີ້.

ແຕ່​ສະພາ​ທະຫານ​ກ່າວ​ວ່າ ຕົນ​ຍັງ​ຈະ​ກໍາ​ອໍານາດ​ປະທານາທິບໍດີ​ຂອງຕົນ ຕໍ່​ໄປ ​ໃນ​ດ້ານ
ກອງທັບ ​ແລະ​ຝ່າຍ​ຕຸລາການ.

XS
SM
MD
LG