ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ຂັ້ນຕັດສິນຊີ້ຂາດ ກໍາລັງດຸເດືອດ ລະຫວ່າງ ສອງພັກໃຫຍ່ອີສລາມ ຂອງອີຈິບ


ແມ່ຍິງຄົນນຶ່ງກໍາລັງປ່ອນບັດເລືອກຕັ້ງໃນອີຈິບ
ແມ່ຍິງຄົນນຶ່ງກໍາລັງປ່ອນບັດເລືອກຕັ້ງໃນອີຈິບ

ປັດຈຸບັນ​ນີ້​ອິຈິບ​ກໍາລັງ​ປ່ອນ​ບັດ​ເປັນ​ມື້​ທີ່​ສອງ​ໃນ​ການ​ເລືອກ​ຕັ້ງຂັ້ນ​ຕັດສິນ​ຊີ້​ຂາດ​ເອົາ​ສະມາ
ຊິກ​ສະພາແຫ່ງ​ຊາດ ​ໂດຍ​ມີ​ພັກ​ຄູ່​ແຂ່ງຂອງສາສະໜາອີສລາມພວມແຂ່ງຂັນ​ກັນ​ຢ່າງ​ດຸ​ເດືອດ
ຫຼາຍຂຶ້ນນັບມື້ ສໍາລັບ​ການ​ລົງ​ຄະ​ແນນ ສຽງ​ໃນ​ສອງ​ຫົວ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ອີ​ຈິບ ​ແລະ
ໃນ​ອີກ​ເຈັດ​ແຂວງ.

ການ​ລົງ​ຄະ​ແນນ​ສຽງ​ຂັ້ນ​ຕັດສິນ​ຊີ້​ຂາດ​ສໍາ​ຫລັບ​ 52 ບ່ອນ​ນັ່ງ​ ໃນເຂດນະຄອນ​ຫລວງ​ໄຄ​
ໂຣ ເມືອງອາ​ເລັກ​ຊານ​ເດຣຍ ​ແລະ​ແຂວງ​ອື່ນໆ ​ໄດ້​ເລິ່ມ ຕົ້ນ​ຂຶ້ນ​ເມື່ອ​ວັນ​ຈັນ​ວານ​ນີ້ ​ແລະ​
ຈະ​ສິ້ນສຸດ​ລົງ​ໃນ​ຕອນແລງ​ວັນ​ອັງຄານ​ມື້​ນີ້. ​ໃນ​ການ​ແຂ່ງຂັນ​ເອົາ​ບ່ອນນັ່ງ 24 ບ່ອນນັ້ນ
ແມ່ນລະຫວ່າງ​ຜູ້​ສະມັກ​ເລືອກ​ຕັ້ງຈາກສອງ​ພັກໃຫຍ່ໆອີສລາມ​ຂອງ​ອີ​ຈິບ ຄືພັກ​ອິດສະຫຼະ
ພາບແລະຄວາມ ຍຸຕິທຳຂອງກຸ່ມພະລາດອນພາບ​ມຸສລິ​ມ ​ແລະ​ອະນຸລັກ​ນິຍົມ​ຈັດ Salafist
Nour ນັ້ນ.

ມີຜູ້​ສະໝັກ​ພຽງ​ສີ່​ຄົນທໍ່ນັ້ນ ຊະນະ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທໍາອິດ​ເມື່ອ​ສັບປະດາ​ຜ່ານ​ມາ
ທີ່​ໄດ້ຮັບ​ຫລາຍ​ກວ່າ 50 ​ເປີ​ເຊັນ​ຂອງ​ຄະ​ແນນ​ສຽງ ​ແລະ​ຫລີກ​ລ່ຽງ​ການ​ເລືອກ​ຕັ້ງ​ຂັ້ນ​ຕັດ
ສິນ​ຊີ້​ຂາດໃນຮອບສອງ.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ລະດັບຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ພັກ​ຂູ່​ແຂ່ງ​ອີສລາມ ​ແມ່ນ​ສູງ​
ຫລາຍ ​ໃນ​ຫລາຍ​ເຂດ​ເລືອກ​ຕັ້ງ​ຕັດສິນ​ຊີ້​ຂາດ​ເມື່ອວັນ​ຈັນ​ວານ​ນີ້ ​ໂດຍ​ທີ່ພວກ​ສະໜັບສະ
ໜຸນພັກ Nour ​ໄດ້​ສັ່ງ​ໃຫ້​ພວກພະນັກງານ​ຫາ​ສຽງ​ຂອງ​ກຸ່ມ​ພະລາດອນພາບ​ອີສລາມ​ໃຫ້
ໜີ​ອອກ​ຈາກ​ເຂດອ້ອມ​ແອ້ມສະຖານ​ປ່ອນ​ບັດ ພວກ​ປົກຄອງ​ປະ​ເທດ​ຝ່າຍ​ທະຫານ​ຂອງ​
ອີ​ຈິບ ໄດ້​ກຳນົດໃຫ້​ສະຖານ​ປ່ອນ​ບັດ​ເປັນເຂດທີ່​ພວກ​ໂຄສະນາ​ຫາ​ສຽງເຂົ້າໄປບໍ່ໄດ້ ຈາກ
ໝົດ​ທຸກ​ພັກ ​ເພື່ອ​ພະຍາຍາມ​ຄໍ້າປະກັນ​ໃຫ້​ມີ​ການ​ປ່ອນ​ບັດ​ທີ່​ຍຸ ຕິ​ທໍາ.

ຂະນະ​ນີ້ພັກ​ອີສລາມ​ສອງ​ພັກ ກໍາລັງ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ໄດ້​ຜົນ​ການ ລົງ​ຄະ​ແນນ​ທີ່​
ເຂັ້ມ​ແຂງ​ຈາກ​ການ​ປ່ອນ​ບັດສຳລັບພັກໃນ​ອາທິດ​ຜ່ານ​ມາ ທີ່​ຈັດ​ຂຶ້ນ​ໃນ​ເວລາ​ດຽວ​ກັນ​ກັບ
ຮອບ​ທໍາ​ອິດຂອງ​ການ​ລົງ​ຄະ​ແນນ​ສຽງ ສໍາ​ລັບ​ຜູ້​ສະມັກ​ເລືອກ​ຕັ້ງ​ແຕ່ລະຄົນ ຜົນ​ການ
ເລືອກ​ຕັ້ງ​ສຳລັບ​ພັກ​ການ​ເມືອງໄດ້​ ມີການ​ເປີ​ດ​ເຜີຍ​ເມື່ອ​ວັນອາທິດ​ຜ່ານ​ມາທີ່​ສະແດງໃຫ້
ເຫັນວ່າພັກອິດສະຫຼະ ພາບແລະຄວາມຍຸຕິທຳມີ​ຄະ​ແນນ​ນໍາ​ໜ້າ ຄື 37 ​ເປີ​ເຊັນ ສ່ວນພັກ
Nour ມີຄະແນນເປັນທີ​ສອງ ຄື 24 ​ເປີ​ເຊັນ ​ແລະ​ພັກ​ຫົວເສລີອີຈິບ ມີຄະແນນ ເປັນອັນ
ດັບ​ສາມ ຄື 13 ​ເປີ​ເຊັນ.

ຈໍານວນພວກ​ມາ​ປ່ອນ​ບັດ​ຂັ້ນ​ຕັດສິນ​ຊີ້​ຂາດ​ເບົາບາງລົງ​ເມື່ອ​ວັນ​ຈັນ ຄື​ໜ້ອຍກວ່າ​ການ​ປ່ອນ
ບັດ​ຮອບ​ທໍາ​ອິດ ​ເມື່ອ​ວັນ​ທີ່ 28-29 ​ເດືອນ​ພະຈິກ ຜ່ານ​ມາ ຄະນະ​ກໍາມະ​ການ​ເລືອກ​ຕັ້ງ
ຂອງ​ອີ​ຈິບ ຍັງ​ລົດ​ລະດັບ​ການ​ປະ ​ເມີນ​ຂອງ​ຜົນ​ການ​ເລືອກ​ຕັ້ງ​ຮອບ​ທໍາ​ອິດ ຈາກ 62 ​ເປີ​
ເຊັນ ມາ​ເປັນ 52 ​ເປີ​ເຊັນ.

ພວກ​ປະຊາຊົນ​ທີ່​ຍັງ​ເຫລືອ​ຂອງ 18 ​ແຂວງ​ຂອງ​ອີ​ຈິບ ຈະ​ຮ່ວມ​ການ​ລົງ ຄະ​ແນນ​ສຽງ​ເອົາ
ສະມາຊິກ​ສະພາ​ຕໍ່າ​ ​ໃນ​ສອງ​ຂັ້ນ ​ໃນ​ບໍ່​ເທົ່າ​ໃດ​ອາທິດ ຕໍ່ໜ້າ​ນີ້ ການ​ເລືອກ​ຕັ້ງ​ເອົາ​ສະມາ
ຊິກ​ສະພາ​ສູງ​ທີ່​ມີ​ອໍານາດ​ໜ້ອຍ​ກວ່າ​ນັ້ນ ຈະ​ເລີ່​ມຕົ້ນ​ໃນ​ທ້າຍ​ເດືອນ​ມັງກອນ ​ແລະ​ຈະ​ສິ້ນ​ສຸດ
ລົງ​ໃນ​ເດືອນ​ມີນາ ປີ ໜ້າ​ນີ້.

XS
SM
MD
LG