ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອີຈິບ ພາກັນໄປປ່ອນບັດ ເກີນໂຕເລກຄາດໝາຍ (ເບິ່ງວີດີໂອແລະສະໄລດ໌)


ພວກແມ່ຍິງອີຈິບກໍາລັງກັບບ້ານຫລັງຈາກປ່ອນບັດເລືອກຕັ້ງແລ້ວ
ພວກແມ່ຍິງອີຈິບກໍາລັງກັບບ້ານຫລັງຈາກປ່ອນບັດເລືອກຕັ້ງແລ້ວ

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາ​ຄັ້ງ​ທໍາ​ອິດ​ຂອງ​ອີ​ຈິບ ນັບ​ຕັ້ງ ​ແຕ່ການ​ໂຄ່ນ
ລົ້ມ​ອະດີດ​ປະທານາທິບໍດີ Hosni Mubarak ​ໄດ້​ດໍາ​ເນີນຕໍ່​ໄປ​ ຫລັງ​ຈາກ​ພວກ​ພວກນັກ
ສັງເກດການໆເລືອກຕັ້ງ​ລາຍ​ງານ​ວ່າ ມີຜູ້ໄປປ່ອນບັດເກີນ​ຄາດໝາຍ ​ແລະ​ບັນຍາກາດ​
ເປັນ​ໄປ​ຢ່າງ​ສັນຕິ ​ໃນ​ມື້​ຜ່ານ​ມາ.

ວັນ​ອັງຄານ​ມື້​ນີ້​ເປັນ​ຂີດ​ໝາຍ​ຂອງ​ວັນ​ທີ່​ສອງ​ໃນຂັ້ນຕອນການ​ລົງ​ຄະ​ແນນ​ສຽງແບບຍືດ
ຍາວ ​ໃນ​ຫົກ​ອາທິດ​ຕໍ່ໜ້າ​ນີ້​ ຢູ່ໃນ 27 ​ແຂວງ​ຂອງ​ອີ​ຈິບ​ນັ້ນ.

ຄາດ​ກັນ​ວ່າ ກຸ່ມ​ພະລາດອນ​ພາບ​ມູສລິ​ມທີ່​ມີ​ອິດ​ທິພົນ ຊຶ່ງ​ເປັນ​ກຸ່ມ​ການ​ເຄຶ່ອນ​ໄຫວ​ອິສ
ລາມນິຍົມແນວທາງ​ປານ​ກາງ​ ​ທີ່ໄດ້​ຖືກ​ສັ່ງ​ຫ້າມ​ມາ​ຕັ້ງ​ແຕ່​ຊຸມ​ປີ 1950 ນັ້ນ​ ຈະໂຜ່​ໂຕ​ຂຶ້ນ
ມາ​ເປັນກຸ່ມມີອໍານາດ​ໃຫຍ່​ທີ່​ສຸດ ​ແຕ່​ກໍປາດ​ສະ​ຈາກການກຳສຽງສ່ວນຫຼາຍແບບເດັດຂາດ
ເວລາ​ຜົນ​ການ​ເລືອກ​ໄດ້​ພິມ​ເຜີຍ​ແຜ່​ໃນ​ເດືອນ​ມັງກອນ​ປີ​ໜ້າ​ນີ້.

ການ​ເລືອກ​ຕັ້ງ​ຄັ້ງ​ປະວັດ​ສາດ​ນີ້ ຈະ​ຕັດສິນ​ໃຫ້​ເຫັນວ່າ ພັກ​ເສລີພາບ ​ແລະ​ຍຸຕິ​ທໍາ ຫລື
Freedom and Justice Party ຂອງ​ກຸ່ມດັ່ງກ່າວ​ຕຽມ​ການ​ທີ່​ຈະ​ນໍາພາ​ອີ​ຈິບ​ໄປ​ສູ່​
ແນວທາງ​ອີສລາມ​ຫລາຍ​ຂຶ້ນ ຫລັງຈາກ​ການ​ປົກຄອງແບບ​ຜະ​ເດັດ​ການ​ ໂດຍຝ່າຍ​ທະ
ຫານ​ທີ່​ບໍ່​ຫຍຸ້ງ​ກ່ຽວ​ກັບ​ສາສະໜາ​ມາ​ໄດ້​ເກືອບ​ຫົກ​ສິບ​ປີນັ້ນ​ໄດ້ຫລື​ບໍ່.

ຕະຫລອດມື້ຂອງ​ວັນ​ຈັນວານ​ນີ້ ຝູງ​ຊົນ​ທີ່​ໜາແໜ້ນ ​ໄດ້​ພາກັນ​ອອກໄປ ຍັງ​ບ່ອນປ່ອນ
ບັດ​ເລືອກ​ຕັ້ງ ​ເຖິງ​ແມ່ນ​ທ່າມກາງ​ຄວາມ​ເປັນຫ່ວງ​ດ້ານ ຄວາມປອດ​ໄພ ​ແລະ​ຄວາມ​ວຸ້ນ
ວາຍ ຈາກ​ການ​ກໍ່​ຄວາມ​ຮຸນ​ແຮງ​ໃນ​ອາທິດ ກ່ອນ​ໜ້າການປ່ອນ​ບັດ​ມີຂຶ້ນ​ກໍ​ຕາມ ພວກ
ປ່ອນ​ບັດ​ຫລາຍ​ຄົນ ກ່າວ​ວ່າ ພວກ​ເຂົາ​ເຈົ້າມີ​ໂອກາດ​ໄດ້​ປ່ອນ​ບັດ​ເປັນ​ເທື່ອ​ທໍາ​ອິດ ​ໃນ​ຂະນະ
ທີ່​ບາງ​ຄົນ ຫວັງ​ວ່າການ​ເລືອກ​ຕັ້ງ​ຄັ້ງ​ນີ້​ຈະ​ມີ​ໝາກຜົນດີ ຊຶ່ງ​ບໍ່​ເໝືອນ​ກັບການເລືອກຕັ້ງຄັ້ງ ກ່ອນໆໃນຮອບທົດສະວັດຜ່ານ​ມາ.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ມື້​ທໍາ​ອິດ​ນັ້ນ ​ໄດ້​ຕໍ່​ເວລາ​ອອກ​ໄປ​ອີກ​ສອງ​ຊົ່ວ​ໂມງ ​ໃນ​ບາງ​ເຂດ.

XS
SM
MD
LG