ຊາວອີຈິບ ພາກັນເລີ່ມອອກໄປປ່ອນບັດເລືອກຕັ້ງເອົາລັດຖະສະພາເທື່ອທໍາອິດຫລັງຈາກ
ການລຸກຮືຂອງມະຫາຊົນທີ່ໄດ້ໂຄ່ນລົ້ມອະດີດປະທານາທິບໍດີ Hosni Mubarak ອອກ
ຈາກການປົກຄອງປະເທດມາເປັນເວລາ 30 ປີ ໃນເດືອນກຸມພາຜ່ານມາ.
ພວກປ່ອນບັດເລືອກຕັ້ງໄດ້ຢືນລຽນແຖວກັນໃນຕອນເຊົ້າວັນຈັນມື້ນີ້ ກ່ອນເວລາບ່ອນ
ປ່ອນບັດໄຂຂຶ້ນຫລາຍຊົ່ວໂມງ. ພວກຈ່າສານອີຈິບ ຫລາຍພັນຄົນ ເປັນຜູ້ຄວບຄຸມດູແລ
ການດໍາເນີນການປ່ອນບັດຄັ້ງນີ້.
ການປ່ອນບັດເລືອກຕັ້ງທີ່ບໍ່ເຂົ້າຮູບເຂົ້າຮອຍດີປານໃດ ເພື່ອເລືອກເອົາສະມາຊິກສະພາຕໍ່າ
ແມ່ນໄດ້ເລີ່ມຂຶ້ນແລ້ວ ທີ່ຫົວເມືອງໃຫຍ່ຫລາຍໆແຫ່ງ ຄືນະຄອນຫລວງໄຄໂຣ ແລະເມືອງ
Alexandria ເມືອງ Luxor ເມືອງ Port Said ແລະອີກຫ້າແຂວງ. ການເລືອກຕັ້ງຂັ້ນ
ຕັດສິນຊີ້ຂາດໃນເຂດເຫລົ່ານັ້ນ ມີກໍານົດຂຶ້ນໃນວັນທີ່ 5 ທັນວາ.
ບັນດາ 27 ແຂວງຂອງອີຈິບຈະລົງຄະແນນສຽງໃນການປ່ອນບັດສາມຮອບຕ່າງກັນ ໃນ
ຂັ້ນຕອນການເລືອກຕັ້ງທີ່ຈະເສັດສິ້ນລົງໃນຕົ້ນເດືອນມັງກອນປີໜ້ານີ້. ຕໍ່ໄປ ກໍຈະມີການ
ເລືອກຕັ້ງເອົາສະພາສູງ ທີ່ຈະສິ້ນສຸດລົງໃນເດືອນມີນາ. ຫລັງຈາກນັ້ນ ສະພາກໍຈະຮ່າງລັດ
ຖະທໍາມະນູນຊຸດໃໝ່.
ກຸ່ມພະລາດອນພາບມຸສລິມທີ່ມີອິດທິພົນ ຊຶ່ງເປັນຂະບວນການອິສລາມຫົວຮຸນແຮງທີ່ຖືກ
ສັ່ງຫ້າມຢ່າງເປັນທາງການເມື່ອຊຸມປີ 1950 ນັ້ນ ມີທ່າທາງ ວ່າຈະໄດ້ຮັບໄຊຊະນະ ມີບົດ
ບາດທີ່ເຂັ້ມແຂງຂຶ້ນກ່ວາເກົ່າ ຢູ່ໃນປະເທດທີ່ຢູ່ໃຕ້ການປົກຄອງຂອງຝ່າຍທະຫານມາໄດ້
ເກືອບຫົກສິບປີ ໃນລະບອບຜະເດັດການທີ່ບໍ່ຫຍຸ້ງກ່ຽວກັບສາສະໜານັ້ນ.
ແຕ່ພວກນາຍພົນທະຫານທີ່ປົກຄອງປະເທດອີຈິບຢູ່ໃນເວລານີ້ ໄດ້ຈັດຕັ້ງ ລະບົບການ
ເລືອກຕັ້ງແບບທີ່ຫລາຍໆຄົນຢ້ານວ່າຈະຍັງຜົນໃຫ້ສະພາແຫ່ງ ຊາດຂາດຄວາມໜ້າເຊື່ອຖື
ໄດ້. ພວກນາຍພົນທະຫານກອງທັບບົກໄດ້ ປະກາດໃຫ້ເປັນທີ່ແຈ້ງຂາວແລ້ວວ່າ ສະພາ
ຊຸດໃໝ່ບໍ່ມີສິດທີ່ຈະປົດລັດຖະ ບານທີ່ຖືກແຕ່ງຕັ້ງໂດຍສະພາທະຫານທີ່ປົກຄອງປະເທດຢູ່
ໃນເວລານີ້ໄດ້.
ເບິ່ງວີດິໂອລາຍງານພາສາອັງກິດ ກ່ຽວກັບກຸ່ມພະລາດອນພາບມຸສລິມ: