ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອີຈິບສືບຕໍ່ ທໍາການ ປະທ້ວງ ລັດຖະບານທະຫານ ຢ່າງບໍ່ລົດລະ (ເບິ່ງວີດີໂອ)


ຜູ້ປະທ້ວງອີຈິບຄົນນຶ່ງໄດ້ຮັບບາດເຈັບທີ່ຕາ ຍ້ອນລະເບີດນໍ້າຕາທີ່ພວກ
ເຈົ້າໜ້າທີ່ຕໍາຫລວດຍິງໃສ່, ວັນທີ 20 ພະຈິກ 2011.
ຜູ້ປະທ້ວງອີຈິບຄົນນຶ່ງໄດ້ຮັບບາດເຈັບທີ່ຕາ ຍ້ອນລະເບີດນໍ້າຕາທີ່ພວກ ເຈົ້າໜ້າທີ່ຕໍາຫລວດຍິງໃສ່, ວັນທີ 20 ພະຈິກ 2011.

ຕໍາ​ຫລວດ​ອີ​ຈິບ​ໄດ້​ຍິງ​ລະ​ເບີດ​ນໍ້າຕາ​ເປັນ​ມື້​ທີ່​ສອງໃສ່​ພວກ​ປະ​ທ້ວງ​ຕໍ່ຕ້ານລັດຖະບານ
ຫລາຍ​ພັນ​ຄົນ ​ທີ່​ກໍາລັງ​ພະຍາຍາມ​ຕັ້ງ​ແຄ້ມປະ​ທ້ວງ​ຄືນຢູ່​ໃນ​ນະຄອນຫລວງ​ໄຄ​ໂຣ ​ເພື່ອ​
ກົດ​ດັນ​ໃຫ້​ມີ​ການ​ປະຕິ​ຮູບ​ປະຊາທິປະ​ໄຕ​ໂດຍ​ລັດຖະບານ​ທະຫານ​ຂອງ​ປະ​ເທດ​ນັ້ນ.

ຜູ້​ສື່ຂ່າວວີ​ໂອ​ເອຄົນ​ນຶ່ງ​ກ່າວ​ວ່າ ພວກ​ປະ​ທ້ວງ​ທີ່​ຈະຕຸ​ລັດ​ຕາ​ເຮ​ຍ ຂອງ​ໄຄໂຣ ໄດ້​ພາກັນ
ແລ່ນ​ຫລົບໜີ ​ໃນວັນ​ອາທິດ​ມື້​ນີ້ ​ຂະນະ​ທີ່​ພວກ​ຕໍາ​ຫລວດ​ ​ຍິງ​ລະ​ເບີດນໍ້າ​ຕາ​ທີ່​ເຮັດໃນ
ອາ​ເມ​ລິ​ກາ​ໃສ່​ພວກປະ​ທ້ວງ ​ເພື່ອ​ພະຍາຍາມເຮັດ​ໃຫ້ເຂົາ​ເຈົ້າສະຫລາຍ​ຕົວ​ ​ແຕ່​ພວກ​ປະ​
ທ້ວງ​ຕໍ່ຕ້ານ​ລັດຖະບານ​ຫລາຍ​ພັນ​ຄົນ ຍັງ​ຄອບ​ຄອງ​ຈະຕຸລັດດັ່ງກ່າວ​ນັ້ນ​ໄວ້​ຢູ່ ບາງ​ຄົນ
ກາງ​ເຕັ້ນ​ແຄ້ມ ນອນ ​ແລະ​ບາງ​ຄົນ​ກໍ​ຂັດຂວາງ​ການຈະລາ​ຈອນ ພວກ​ນັກ​ເຄຶ່ອນ​ໄຫວຕໍ່
ຕ້ານ​ລັດຖະບານອີກ​ຈໍານວນ​ນື່ງ​ພະຍາຍາມ​ຍ່າງ​ໄປ​ຍັງ​ທີ່​ປະ​ທ້ວງ ​ແຕ່ໄດ້​ຖືກຕໍາຫລວດ
ສະກັດ​ກັ້ນ​ໄວ້.

ເບິ່ງວີດີໂອ ລາຍງານກ່ຽວກັບການປະທ້ວງ:

ໃນ​ວັນ​ເສົາ​ວານ​ນີ້ ຕໍາຫລວດ​ໄດ້​ໄລ່​ພວກ​ປະ​ທ້ວງ​ອອກ​ໄປ​ຈາກ​ຈະຕຸ​ລັດ ຕາ​ເຮ​ຍ ​ໂດຍ​ໃຊ້
ລູກປືນ​ຢາງ ລະ​ເ​ບີ​ດນໍ້າຕາ ​ແລະ​ໄມ້ຄ້ອນ ​ໃນ​ຂະນະ​ພວກ​ປະ​ທ້ວງ​ບາງ​ຄົນ​ຕອບໂຕ້​ພວກ​
ຕໍາຫລວດຄືນ ​ໂດຍ​ການໂຍນ​ກ້ອນ​ຄອນ​ກີດ ທີ່​ມ້າງ​ຈາກ​ຖະໜົນ ​ແລະ​ຈູດ​ຍົດ​ຕໍາຫລວດ
ຄັນ​ນຶ່ງ.

ພວກ​ເຈົ້າໜ້າ​ທີ່ກະຊວງ​ສາທາລນະ​ສຸກ​ອີ​ຈີີບກ່າ​ວວ່າ​ຜູ້​ປະ​ທ້ວງ​ອາຍຸ 23 ປີ​ຄົນ​ນຶ່ງ​ເສຍ​ຊີວິດ
ຍ້ອນ​ບາດແຜ​ຖືກ​ປືນ​ຍິງ ​ແລະ​ອີກ 676 ຄົນ​ບາດ​ເຈັບ ​ໂຮມ​ທັງ​ພວກ​ຕໍາຫລວດ​ຫລາຍ​ສິບ
ຄົນ ​ແລະ​ພວກ​ນັກ​ຂ່າວ​ຫລາຍໆ​ຄົນ. ບາງ​ຄົນ​ໄດ້ຮັບ​ການ​ປິ່ນປົວ​ຕາ ຍ້ອນ​ບາດ​ເຈັ​ບຈາກ
ລູກປືນ​ຢາງ​ນັ້ນ.

ຕໍາຫລວດ​ອີ​ຈິບ​ໄດ້​ລ່າ​ຖອຍ​ຈາກ​ຈະຕຸ​ລັດ​ໃນ​ຕອນ​ບ່າຍ​ວັນ​ເສົາ ​ໃນ​ຂະນະ​ທີ່ພວກ​ນັກ​ເຄຶ່ອນ​
ໄຫວ​ຕໍ່ຕ້ານ​ລັດຖະບານ​ຫລັ່ງ​ໄຫລ​ເຂົ້າ​ໄປ​ທີ່​ຈະຕຸ​ລັດ​ອີກ ບໍລິ​ເວນ​ດັ່ງກ່າວ​ແມ່ນ​ເປັນ​ຈຸດ​ໃຈ
ກາງ​ຂອງການ​ລຸກ​ຮືເປັນ​ເວລາ 18 ວັນ ທີ່​ໄດ້​ໂຄ່ນ​ລົ້ມ​ທ່ານ Hosni Mubarak ປະທານາທິ
ບໍດີ​ຜະ​ເດັດ​ການ​ຂອງ​ອີ​ຈິບ ​ໃນ​ເດືອນ​ກຸມພາ​ຜ່ານ​ມາ. ບໍ່​ປາກົດ​ມີກໍາລັງ​ທະຫານເຂົ້າ​ແຊກ
ແຊງໃນເຫດການວັນ​ອາທິດມື້​ນີ້.

ນອກ​ນີ້​ແລ້ວ ພວກ​ຕໍາຫລວດ​ອີ​ຈິບຍັງ​ໄດ້​ກວາດ​ລ້າງ​ພວກ​ປະ​ທ້ວງ​ຕໍ່ຕ້ານ ລັດຖະບານ​ທີ່
ເມືອງ Alexandria ​ແລະ Suez ​ໃນ​ວັນ​ເສົາ​ວາ​ນີ້ ຊຶ່ງເຈົ້າ ໜ້າ​ທີ່​ກ່າວ​ວ່າ ພວກ​ປະ​ທ້ວງ​ຄົນ
ນຶ່ງ​ເສຍ​ຊີວິດ​ທີ່​ເມືອງ Alexandria

XS
SM
MD
LG