ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານນາງຄລິນຕັນ ພົບປະ ຜູ້ບັນຊາການສູງສຸດ ຂອງອີຈິບ


ປະທານາທິບໍດີຄົນໃໝ່ຂອງອີຈິບ ທ່ານ Mohammed Morsi
ປະທານາທິບໍດີຄົນໃໝ່ຂອງອີຈິບ ທ່ານ Mohammed Morsi

ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ພົບປະ​ກັບ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດຂອງ​ອີ​ຈິບ ຈອມພົນ Mohamed Hussein Tantawi ທີ່​ນະຄອນຫຼວງ​ໄຄ​ໂຣ ມື້​ນຶ່ງຫຼັງຈາກ​ໄດ້​ເຈລະຈາກັບ ປະທານາທິບໍດີຄົນ​ໃໝ່​ຂອງ​ອີ​ຈິບ ທ່ານ Mohamed Morsi ທີ່​ໄດ້ສາບານ​ຕົວ​ເຂົ້າ​ຮັບ​ຕໍາ​ແໜ່​ງເມື່ອ​ໄວໆ​ມາ​ນີ້.

ທ່ານ​ນາງ ຄລິນ​ຕັນ ​ແລະ​ຈອມພົນ Tantawi ທີ່​ເປັນ​ຜູ້​ນໍາ​ໄລຍະ​ຂ້າມ ຜ່ານຫຼັງຈາກ​ປະທາ​ນາ​ທິບໍດີ Hosni Mubarak ຖືກໂຄ່ນລົ້ມນັ້ນ ໄດ້ປຶກສາຫາລືກັນຫຼາຍໆເລື່ອງ ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ໂຮມທັງການໂອນ ອໍານາດທາງການເມືອງຂອງອີຈິບ ຊຶ່ງເປັນປະເທດທີ່ຕັ້ງຢູ່ຂົງ ເຂດອາຟຣິກາເໜືອ ພ້ອມກັບເລຶ່ອງຄວາມສໍາຄັນ ຂອງການປົກປ້ອງຄຸ້ມຄອງສິດທິຕ່າງໆຂອງຊາວອີຈິບທັງໝົດ ແລະເລຶ່ອງສະຖຽນລະພາບຂອງຂົງເຂດ.

ທ່ານນາງຄລິນຕັນ ມີກໍານົດຈະເຈລະຈາບັ້ນນຶ່ງຕ່າງຫາກ ກັບບັນດາຜູ້ນໍາຊາວຄຣີສຕຽນ ຂອງອີຈິບ ແລະ ບັນດາຜູ້ນໍາແມ່ຍິງ ກ່ອນຈະເດີນທາງ ໄປຍັງນະຄອນ Alexandria ເພື່ອເຂົ້າຮ່ວມໃນພິທີຊັກທຸງຊາດຂຶ້ນເສົາ ທີ່ສະຖານກົງສຸນສະຫະລັດ.

ຫຼັງຈາກ​ນັ້ນ​ໃນ​ມື້ນີ້ ທ່ານນາງຄລິນຕັນ ກໍຈະອອກເດີນທາງໄປຍັງອີສຣາແອລ.

ເມື່ອວັນເສົາວານນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດຂອງສະຫະລັດໄດ້​ໃຫ້ ການຢືນຢັນອີກ​ຄັ້ງນຶ່ງ ຕໍ່​ການ​ໃຫ້​ຄວາມ​ສະໜັບສະໜຸນ​ຂອງສະຫະລັດໃນ ການໂອນອໍານາດທາງການເມືອງຂອງອີຈິບ. ທ່ານນາງຄລິນຕັນ ກ່າວວ່າ ສະຫະລັດຢາກຈະ​ໃຫ້ການ​ຊ່ວຍ​ເຫຼືອ ແຕ່ນັ້ນມັນກໍຂຶ້ນຢູ່ກັບການຕັດສິນໃຈ ຂອງປະຊາຊົນອີຈິບເອງ ເຖິງວິທີການຂອງການໂອນອໍານາດຈະເປັນຢ່າງໃດນັ້ນ.

ນອກນີ້ແລ້ວ ທ່ານນາງຄລິນຕັນ ປະກາດສະໜອງເງິນກອງ​ທຶນວິສາຫະກິດ ຈໍານວນ 60 ລ້ານໂດລາ ແກ່ວົງການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະອີກ 250 ລ້ານໂດລາ ໃຫ້ເປັນເງິນກູ້ຢືມທີ່ມີ​ການ​ຄໍ້າປະກັນໃນພາກສ່ວນເອກກະຊົນ.

XS
SM
MD
LG