ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຈິບແລະສະຫະລັດ ຍັງເຈລະຈາກັນ ກ່ຽວກັບກໍລະນີ ພວກນັກເຄຶ່ອນໄຫວ


ທ່ານ Sam LaHood ກັບບິດາ ທ່ານ Ray LaHood ຕອນທີ່ ຜູ້ເປັນບິດາສາບານໂຕເຂົ້າຮັບຕໍາແໜ່ງລັດຖະມົນຕີ​ກະ
ຊວງ​ຂົນ​ສົ່ງ​ສະຫະລັດ​.
ທ່ານ Sam LaHood ກັບບິດາ ທ່ານ Ray LaHood ຕອນທີ່ ຜູ້ເປັນບິດາສາບານໂຕເຂົ້າຮັບຕໍາແໜ່ງລັດຖະມົນຕີ​ກະ ຊວງ​ຂົນ​ສົ່ງ​ສະຫະລັດ​.

ພວກ​ເຈົ້າໜ້າ​ທີ່​ສະຫະລັດ​ກ່າວ​ວ່າ
ລັດຖະບານ​ປະທານາທິບໍດີໂອ​ບາ
​ມາກໍາລັງ​ທໍາ​ການ​ປຶກສາ​ຫາລື​ກັນ
​ຢ່າງ​ຂຸ້ນຂ້ຽວກັບ​ອີ​ຈິບ ​ເພື່ອ​ຫາ
​ທາງ​ແກ້​ໄຂບັນຫາ​ຂອງ​ພວກ​ນັກ​
ເຄຶ່ອນ​ໄຫວເພື່ອ​ປະຊາທິປະ​ໄຕ
​ຫລາ​ຍສິບ​ຄົນ ​ໂຮມທັງ​ຊາ​ວ​ອາ​ເມ
​ລິ​ກັນ 16 ຄົນ ທີ່​ມີ​ກໍານົດ​ຈະ​ຖືກ
​ດໍາເນີນ​ຄະດີ​ໃນ​ວັນ​ອາທິດມື້​ນີ້.

ຊາວ​ອາ​ເມ​ລິ​ກັນ​ຈໍານວນ​ດັ່ງ​ກ່າວ
ແມ່ນ​ຢູ່​ໃນ​ພວກ​ນັກ​ເຄຶ່ອນ​ໄຫວ​
ປະຊາທິປະ​ໄຕຈໍານວນ 43 ຄົນ
ທີ່​ຖືກ​ກ່າວ​ຫາ​ວ່າ​ໄດ້​ຮັບ​ເງິນ​ຜິດ​
ກົດໝາຍ​ຈາກ​ຕ່າງ ປະ​ເທດ​ແລະ
​ໄດ້​ດໍາ​ເນີນ​ກິດ​ຈະ​ກໍາທາງ​ດ້ານ
​ການ​ເມືອງ​ທີ່​ບໍ່​ກ່ຽວຂ້ອງ​ກັບພາ
ລະກິດ​ດ້ານ​ສັງຄົມ​ພົນລະ​ເຮືອນ​
ຂອງ​ພວກ​ເຂົາເຈົ້ານັ້ນ.

ກໍ​ລະ​ນີດັ່ງກ່າວ​ໄດ້​ກາຍ​ເປັນ​ເລຶ່ອງ
​ໃຫຍ່ແລະ​ເພີ່​ມທະວີ​ຄວາມ​ເຄັ່ງ​ຕຶງຂຶ້ນ ລະຫວ່າງ​ນະຄອນຫລວງ​ໄຄ​ໂຣ ກັບ​ວໍ​ຊິງ​ຕັນ​ດີ​ຊີ ​
ແລະ​ມີ​ຂຶ້ນ​ໃນ​ຂະນະ​ທີ່ສະຫະລັດ​ກໍາລັງ​ພະຍາຍາມ​ສ້າງ​ຄວາມ​ສໍາພັນ​ທີ່​ດີ​ຂຶ້ນກວ່າ​ເກົ່າ​ກັບ
​ສະພາທະຫານ​ອີ​ຈິບ ທີ່​ເຂົ້າມາ​ກໍາ​ອໍານາດ​ບໍລິຫານ​ປະເທດ​ເມື່ອ​ປີ​ຜ່ານມາ ລຸນຫລັງ​ຈາກ
​ການ​ປະ​ທ້ວງ​ເພື່ອ​ໂຄ່ນລົ້ມ​ປະທານາທິບໍດີ Hosni Mubarak ຂອງ​ອີ​ຈິບນັ້ນ.

ຊາວ​ອາ​ເມຣິກັນ​ທີ່​ຖືກ​ກ່າວ​ຫາ​ດັ່ງກ່າວ ​ແມ່ນ​ໄດ້​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້ເດີນທາງອອກ​ຈາກ​ອີ​ຈິບ
ຫລັງຈາກ​ມີ​ບາງ​ຄົນ​ໄດ້​ໜີ​ອອກ​ໄປ​ແລ້ວນັ້ນ ​ແລະ​ບາງ​ຄົນ​ທີ່ ຍັງ​ເຫລື​ອ​ໄດ້​ໄປ​ຂໍ​ລີ້​ໄພ​ທີ່​ສະ
ຖານທູດ​ສະຫະລັດ​ໃນ​ນະຄອນຫລວງ​ໄຄໂຣ ​ໃນ​ຈໍານວນຊາ​ວ​ອາ​ເມຣິກັນ​ດັ່ງກ່າວທີ່​ຖືກ
ກ່າວ​ຫາ​ນັ້ນ​ ກໍມີນາຍ Sam LaHood ຜູ້​ອໍານວຍ​ການ​ສະຖາ​ບັນຣີພັບ​ບລິ​ກັນ​ລະຫວ່າງ
ຊາດ​ຂອງ​ອີ​ຈິບ ຫລື IRI ​ແລະເປັນ​ລູກ​ຊາຍ​ຂອງ​ທ່ານ Ray LaHood ລັດຖະມົນຕີ​ກະ
ຊວງ​ຂົນ​ສົ່ງ​ສະຫະລັດ​.

ພວກ​ຕ້ອງ​ສົງ​ໃສ​ທີ່​ຍັງ​ເຫລືອ​ກໍ​ມີ​ໂຮມ​ທັງ​ຊາວ​ເຢຢຣະມັນ ປາ​ເລ​ສຕາຍ ຈໍ​ແດນ ​ແລະ​ອີ​ຈິບ.

ຂະນະ​ດຽວ​ກັນ​ວໍ​ຊິງ​ຕັນ​ໄດ້​ເຕືອນ​ອີ​ຈິບ​ວ່າ ​ຖ້າ​ຫາກ​ອີ​ຈິບ​ຍັງ​ມຸ້ງ​ໝັ້ນ​ກັບ​ການດໍາ​ເນີນ​ຄະດີ​
ຊາວ​ອາ​ເມ​ຣິກັນ​ດັ່ງ​ກ່າວ​ຕໍ່​ໄປ​ແລ້ວ​ນັ້ນ ສະຫະລັດ​ກໍ​ຈະຕັດ​ເງິນ​ຊ່ວຍ​ເຫລືອ​ປະ​ຈໍາປີ​ດ້ານ​ທະ
ຫານ​ຈໍານວນ 1.3 ພັນ​ລ້ານ​ໂດ​ລາໃຫ້​ແກ່​ອີ​ຈິບນັ້ນ​ໂດຍ​ທັນທີ.

XS
SM
MD
LG