ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍປະເທດພາກັນຍົກຍ້າຍ ປະຊາຊົນຂອງຕົນ ອອກໄປຈາກອີຈິບ


ພວກຜູ້ໂດຍສານທີຍັງຕົກຄ້າງທີ່ລໍຖ້າກັບປະເທດຂອງຕົນ
ພວກຜູ້ໂດຍສານທີຍັງຕົກຄ້າງທີ່ລໍຖ້າກັບປະເທດຂອງຕົນ

ຫຼາຍປະເທດຕື່​ມອີກກໍາລັງ​ຈັດສົ່ງເຮຶອບິນ ໄປຍົກຍ້າຍ
ປະຊາຊົນຂອງພວກເຂົາ ເຈົ້າອອກຈາກປະເທດອີຢິບ
ທີ່ກໍາລັງວຸ້ນວາຍຢູ່ນີ້ ​ໃນ​ຂະນະ​ທີ່ພວກຜູ້ນໍາຈາກທົ່ວ
ໂລກໄດ້ຮຽກຮ້ອງ​ໄປ​ຍັງປະທານາທິບໍດີ Hosni
Mubarak ໃຫ້ຊອກຫາຊ່ອງແກ້ໄຂວິກິດການຢ່າງສັນຕິ
ເພື່ອຍຸຕິການປະທ້ວງຕໍ່ຕ້ານລັດຖະບານທີ່ໄດ້ດໍາເນີນ
ມາເປັນເວລານຶ່ງອາທິດນັ້ນ.

ລັດຖະມົນຕີຊ່ອຍວ່າການຕ່າງປະ​ເທດສະຫະລັດ ຮັບຜິດ
ຊອບ​ເລື້ອງກົງສູນ ທ່ານນາງ Janice Jacobs ໄດ້ຖະ
ແຫລງຕໍ່ພວກນັກຂ່າວວ່າ ເຄື່ອງບິນຖ້ຽວທໍາອິດຂອງ
ສະຫະລັດນັ້ນ ແມ່ນມີໝາຍກໍານົດທີ່ຈະອອກຈາກນະ ຄອນຫລວງໄຄໂຣ ໃນວັນຈັນວັນນີ້.

ໃນຂະນະດຽວກັນ ໂທລະພາບຂອງລັດຖະບານຈີນກໍ
ປະກາດວ່າ​ ເຮືອບິນຂອງຕົນ ກໍກໍາລັງເດີນທາງ​ໄປ​ຍັງ
ອີ​ຈິບເພື່ອ​ເລີ້ມອົບ​ພະຍົບຊາວຈີນຈໍານວນ 500 ຄົນອອກຈາກເດີນບິນຂອງໄຄໂຣ. Azer-
baijan, India, Iraq, ຍີ່ປຸ່ນ, ແລະ ເທີກີ ກໍລ​ວມຢູ່​ໃນ​ພວກປະເທດທີ່ໄດ້ສົ່ງເຮືອບິນໄປຮັ
ເອົາປະຊາຊົນຂອງຕົນອອກຈາກອີຈິບໃນວັນອາທິດວານນີ້.

ໃນຖະແຫລງການໃນວັນອາທິດວານນີ້ ກະຊວງການຕ່າງປະເທດຂອງຈີນກ່າວວ່າ ປັກກິງ
ຫວັງວ່າອີຈິບຈະກັບຄືນສູ່ສະພາບປົກກະຕິແລະທຸ່ນທ່ຽງໃນໄວໆນີ້.

ກ່ອນໜ້ານັ້ນ ປະທານາທິບໍດີສະຫະລັດທ່ານ Barack Obama ກໍໄດ້ຮຽກຮ້ອງໃຫ້ມີ
ການຫັນປ່ຽນຢ່າງເປັນລະບຽບ​ໄປ​ສູ່​ການ​ປົກຄອງ​ທີ່​ຕອບສະໜອງ​ແກ່ປະຊາ​ຊົນຫລາຍ​ຂຶ້ນ
ໃນອີຈິບນັ້ນ ໃນຂະນະທີ່ພວກຜູ້ນໍາເອີຣົບຮຽກຮ້ອງໃຫ້ມີການເລືອກຕັ້ງທີ່ເສລີແລະຍຸຕິທໍາ
ໃນປະເທດທີ່ມີພົນລະ​ເມືອງ​ເປັນ​ຄົນອາຣັບຫຼາຍທີ່ສຸດໃນໂລກນັ້ນ.




XS
SM
MD
LG