Welcome to the Voice of America’s News Words.
ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວຂອງສະຖານີ ວິທະຍຸ-ໂທລະພາບ VOA.
In March, Ekrem Imamoglu was the surprise winner of the election for mayor in Istanbul, Turkey.
ໃນເດືອນມີນາ, ທ່ານ ເອແກຣມ ອິມາໂມກຣູ, ເປັນຜູ້ຊະນະທີ່ສ້າງຄວາມປະຫຼາດໃຈ ໃນການເລືອກຕັ້ງເປັນເຈົ້າຄອງນະຄອນອິສຕັນບູລ, ປະເທດເທີກີ.
MOMENTUM: MOMENTUM
His victory ended 25 years of ruling by President Recep Tayyip Erdogan’s party in the city.
ໄຊຊະນະຂອງທ່ານ ເຮັດໃຫ້ການປົກຄອງຈາກພັກຂອງປະທານາທິບໍດີ ຣີເຊັບ ຕາຍຢິບ ເອີດວນ ຢູ່ໃນເມືອງແຫ່ງນີ້ ສິ້ນສຸດການປົກຄອງເປັນເວລາ 25 ປີລົງ.
But in May, election officials canceled the result and ordered a new election.
ແຕ່ໃນເດືອນ ພຶດສະພາ, ບັນດາເຈົ້າໜ້າທີ່ການເລືອກຕັ້ງ ໄດ້ອອກມາຍົກເລີກຜົນການເລືອກຕັ້ງ ແລະໄດ້ສັ່ງໃຫ້ມີການເລືອກຕັ້ງຄືນໃໝ່.
Supporters of Imamoglu are protesting the decision.
ບັນດາຜູ້ສະໜັບສະໜູນ ທ່ານ ອິມາໂມກລູ ດໍາເນີນການປະທ້ວງຕໍ່ການຕັດສິນດັ່ງກ່າວນັ້ນ.
They say it is a way to build momentum toward the June election.
ພວກເຂົາເຈົ້າກ່າວວ່າ ມັນເປັນວິທີທີ່ຈະສ້າງແຮງຜັກດັນໄປສູ່ການເລືອກຕັ້ງໃນເດືອນມິຖຸນາ.
Momentum is the force or speed of movement.
Momentum ແມ່ນຜົນບັງຄັບໃຊ້ ຫຼື ຄວາມໄວຂອງການປະຕິບັດການເຄື່ອນໄຫວ.
In this example, momentum is a force that makes something continue or grow stronger as time passes.
ໃນຕົວຢ່າງນີ້, momentum ແມ່ນຜົນບັງຄັບໃຊ້ທີ່ເຮັດໃຫ້ບາງສິ່ງບາງຢ່າງຍັງຄົງສືບຕໍ່ ຫຼືເຕີບໃຫຍ່ເຂັ້ມແຂງ ເຖິງແມ່ນເວລາຈະຜ່ານໄປແລ້ວກໍຕາມ.
ຟໍຣັມສະແດງຄວາມຄິດເຫັນ