ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ຮຽນພາສາອັງກິດ ຄໍາສັບໃນຂ່າວ Sanctuary ແປວ່າ ສະຖານທີ່ສັກສິດ, ບ່ອນລີ້ໄພ ຫຼື ເຂດຫວງຫ້າມ


Sanctuary ແມ່ນຄໍານາມ ມີຄວາມໝາຍວ່າ ສະຖານທີ່ສັກສິດ ຫຼື ສະຖານທີ່ສັກສິດສໍາລັບລີ້ໄພ ຫຼື ເຂດຫວງຫ້າມລ່າສັດ.

Welcome to the Voice of America’s News Words.

ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸກະຈາຍສຽງ VOA.

A church in the American state of Maryland answers calls to help people in need, like Rosa Lopez.

ໂບດແຫ່ງນຶ່ງໃນລັດ ແມຣີແລນ ຂອງ ອາເມຣິກາ ອອກມາສະໜອງຕໍ່ຄຳຮຽກຮ້ອງເພື່ອຊ່ວຍເຫຼືອປະຊາຊົນທີ່ມີຄວາມຈໍາເປັນ ເຊັ່ນ ນາງ ໂຣຊາ ໂລເປສ.

SANCTUARY: SANTUARY

Lopez is living in the U.S. illegally. Immigration officials want to send her back to El Salvador. She does not want to leave her American-born children.

ນາງ ໂລເປສ ອາໄສຢູ່ໃນສະຫະລັດຢ່າງຜິດກົດໝາຍ. ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ຕ້ອງການສົ່ງນາງກັບຄືນໄປປະເທດ ແອລຊາລວາດໍ. ນາງບໍ່ຕ້ອງການທີ່ຈະໜີຈາກລູກທີ່ເກີດເປັນຊາວອາເມລິກັນຂອງນາງ.

Cedar Lane Church accepted Lopez’s request for sanctuary. She now lives there.

ໂບດ Cedar Lane ຮັບເອົາຄໍາຮ້ອງຂໍຂອງ ນາງ ໂລເປສ ສໍາລັບການລີ້ໄພຢູ່ໃນວິຫານ, ປັດຈຸບັນນີ້, ນາງກໍອາໄສຢູ່ທີ່ນັ້ນ.

In this example, sanctuary is the protection provided by a safe place.

ໃນຕົວຢ່າງນີ້, sanctuary ເປັນສະຖານທີ່ທີ່ປອດໄພ ເຊິ່ງໃຫ້ການປົກປ້ອງຕໍ່ການຖືກເນລະເທດ.

Sanctuary churches and cities in the U.S. will not share information with immigration officials about people living in the country illegally.

ໂບດຕ່າງໆ ແລະເມືອງຕ່າງໆ ໃນສະຫະລັດ ເປັນສະຖານທີ່ທີ່ປອດໄພ ຫຼື ລີ້ໄພ ທີ່ຈະບໍ່ເປີດເຜີຍຂໍ້ມູນກັບເຈົ້າໜ້າທີ່ກວດຄົນເຂົ້າເມືອງ ກ່ຽວກັບຜູ້ຄົນທີ່ອາໄສຢູ່ໃນປະເທດຢ່າງຜິດກົດໝາຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG