ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນນ້ອຍ ຊົງ​​​ຮູບ​ໄຂ່ ຈະຫຼັ່ງໄຫຼ ອອກສູ່ ທ້ອງຕະຫຼາດ ໃນອະນາຄົດ


Drone ຫຼື ​ເຄື່ຶອງບິນ​ບໍ່​ມີ​ຄົນ​ຂັບ​ທີ່ອອກ​ແບບແຕກ​ຕ່າງຢ່າງໃຫຽ່ຈະຫຼັ່ງ​ໄຫຼ ອອກ​ມາ​ສູ່​ມື​ຜູ້ຊົມໃຊ້ ​ໃນ​ເດືອນ​ຕຸລາ​ນີ້. ​ເ​ຄື່ອງຍົນຮູບ​ໄຂ່ ທີ່​ບິນ​ຢູ່ເທິງ​ທ້ອງຟ້າ ທີ່​ເອີ້ນ​ວ່າ PowerEgg ນີ້ ຍັງ​ແຕກ​ຕ່າງ​ໄປ​ຈາກ Drone ທົ່ວ​ໄປ ກໍ​ເພາະວ່າ ​ມັນ​ສາມາດຖືກ​ບັງຄັບໄດ້ ​ດ້ວຍ​ການ​ໃຊ້​ທ່າທາງຂອງມື.​ນັກຂ່າວ VOA ​- Deborah Block ມີ​ລາຍ​ງານ​ຂອງ​ເລື້ອງ​ນີ້ ຊຶ່ງວັນນະ​ສອນຈະ​ນຳເອົາ​ລາຍ​ລະອຽດ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

Drone ຫຼື ​ເຄື່ອງບິນບໍ່​ມີ​ຄົນ​ຂັບໃໝ່ ຮູບ​ໄຂ່​ ຊຶ່ງ​ບໍ່​ມີ​ສິ່ງ​ໃດ​ເໝືອນຢູ່​ໃນ​ທ້ອງ​ຕະຫຼາດ. ດ້ວຍ​ການ​ກົດ​ທາງ​ລຸ່ມຂອງ​ເຄື່ອງ​ຍົນ​ທີ່​ຕິດ​ໃບ​ພັດ​ສີ່​ໃບ ທີ່​ເປີດແຜ່ອອກ​ໃນ​ຂ້າງ​ທາງ​ຖະໜົນ. ນອກນັ້ນມັນ​ຍັງ​ຈະສົ່ງ​ພາບ​ວີ​ດີ​ໂອ ​ຄຸນະພາບ​ສູງ ທີ່​ຮູ້​ກັນ​ວ່າ HD ທີ່​ຈະ​ຊ່ອຍ​ໃຫ້​ພວກ​ຊົມໃຊ້ສາມາດ​ສົ່ງ​ຮູບພາບ​ແລະ​ຂໍ້​ມູນ​ຕ່າງ​ໆ​ໄປ​ຫາ​ບັນຊີ​ທາງ​ສື່​ ສັງຄົມ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ຂະນະທີ່​ເຄື່ອງຍົນພວກ​ນີ້ ບິນ​ເວີ່ນຢູ່ເທິງ​ອາກາດ​ແລ້ວ.


Drone PowerEgg ຫຼື ເ​ຄື່ອງຍົນ​ຮູບ​ໄຂ່ ນີ້ອອກ​ແບບ​ໂດຍ ບໍລິສັດ PowerVision ຊຶ່ງ​ເປັນ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່​ລະດັບ​ໂລກ.

ທ່ານ Huber Hu (CEO PowerVision Europe) ປະທານ​ບໍລິສັດ PowerVision ພາກ​ພື້ນ​ຢູ​ໂຣບ ກ່າວ​ວ່າ “ກ້ອງ​ຂອງ PowerEgg ສາມາດ​ຖ່າຍ​ພາບ​ໄດ້ 4 k ວີ​ດີ​ໂອ ​ແລະ ພາບ​ນິ້ງ 12- meg pixel. ມັນ​ຍັງ​ສາມາດບັນຈຸ​ນ້ຳ​ທ່ຽງ ທີ່​ເອີ້ນ​ວ່າ gimbal ຊຶ່ງ​ຈະບໍ່​ໃຫ້​ຮູບ ພາບສັ່ນ​ສະ​ເທືອ​ນ. ຍ້ອນ​ການ​ອອກ​ແບບ​ທີ່​ແປກ ​ແລະ​ບໍ່​ເໜືອ​ນ​ໃຜ ຂາ​ຂອງ​ມັນຈຶ່ງ​ສາມາດ​ພັບ​ໄດ້ ​ເພາະສະ​ນັ້ນ​ຈະ​ບໍ່​ມີ​ຂາ​ສ່ວນ​ໃດ​ປິດ​ບັງ​ວີ​ວ ຕ່າງໆ ​ແລະ gimbal ທີ່​ວ່າ​ນີ້ ຈະສາມາດ​ຖ່າຍ​ພາບໄດ້ 360 ອົງສາ ທີ່​ເອີ້ນ​ວ່າ panoramic.”

Drone ສາມາດ​ທີ່​ຈະ ຕາມ​ເປົ້າ​ໝາຍ ຫຼື​ສົ່ງ​ໃຫ້​ໄປ​ທາງ​ໃດ ກໍ​ໄດ້​ຕາມ​ເຄື່ອງ​ບັງຄັບ​ຂ້າງ​ນອກ. ​ແຕ່ວ່າ ​ມັນ​ຍັງເປັນ Drone ​ເຄື່ອງທຳ​ອິດ ທີ່​ສາມາດ​ບັງຄັບ​ດ້ວຍ​ການ​ເໜັງຕີງຂອງແຂນ.

ທ່ານ Hu ກ່າວ​ວ່າ “ມັນ​ປະຕິບັດ​ໜ້າ​ທີ່​ຄ້າຍໆ​ຄື​ກັນ​ກັບ​ເຄື່ອງ​ບັງຄັບ​ຫຼິ້ນ​
ເກ​ມ. ​ເຈົ້າ​ພຽງ​ແຕ່​ຍ້າຍ​ມື ​ແລ້ວ Drone ກໍ​ຈະເຄື່ອນ​ຍ້າຍຕາມ​ມື​ຂອງ​ທ່ານ​ທີ່​ເຄື່ອນ​ໄຫວໄປ.”

ຄື​ກັນ​ກັບ Drones ຊະນິດ​ອື່ນໆ PowerEgg ຍັງ​ມີ ກ້ອງ​ທີ່​ສາມາດ​ຖ່າຍຕົວ​ມັນ​ເອງ​ທີ່​ເອີ້ນ​ວ່າ selfie mode ທີ່​ສາມາດ​ຕິ​ດຕາມໜ້າ​ຂອງ​ຜູ້​ບັງຄັບຂອງ​ມັນ. ​ແຕ່​ມັນ​ຍັງ​ສາມາດ​ທີ່​ຈະ​ເກັບ​ກຳ​ພາບ​ອັດ​ໂຕ​ໂນ​ມັດ ທີ່​ຖ່າຍ​ທຳ​ໄດ້​ຍາກ ດ້ວຍ​ມື​ບັງຄັບ.

ເຄື່ອງ PowerEgg ສາມາດ​ບິນຂຶ້ນ ​ໄດ້ 5 ແມັດ ຕໍ່​ວິນາທີ.

ທ່ານ Hu ກ່າວ​ວ່າ “Drone ລຳ​ນີ້ຈະ​ສາມາດ​ບິນ​ໄດ້ໄວ 47 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຊຶ່ງ​ນັ້ນ​ຖື​ວ່າ​ໄວ ​ແລະ​ສາມາດ​ບິນສູງ​ກວ່າ 2 ພັນ ​ແມັດ ແຕ່ກົດ​ລະບຽບ​ການ​ຂໍ​ຮ້ອງ​ໃຫ້​ພວກ​ທີ່​ໃຊ້ເຄື່ອງ​ບິນ​ພວກ​ນີ້ ບິນໃນ​ຄວາມ​ສູງຕ່ຳກວ່າ 120 ຫຼື 115 ​ແມັດ.”

ໃນເມື່ອ PowerEgg ​ມີ​ຂະໜາດ​ນ້ອຍ​ແລະ​ສາມາດ​ບັນຈຸ​ໃສ່​ຖົງພາຍ​ໄດ້ ພວກ​ທີ່​ຊົມ​ໃຊ້ມັນ ​ໂດຍ​ທີ່​ບິນ​ມັນ​ຢູ່​ຕາມ​ເດີ່ນ​ຫຼັງ​ບ້ານ​ ຫຼື​ບໍ່ ກໍເວລາ​ເດີນທາງ​ທ່ອງທ່ຽວ ພະ​ຈົນ​ໄພ​ຕ່າງໆ ທີ່​ສາ​ມາດ​ເກັບ​ກຳ​ຮູບ​ພາບ​ຕ່າງໆ ຈາກມູ​ມມອງ​ທີ່​ແປກ​ໃໝ່​ແລະ​ແຕກ​ຕ່າງ​ອອກ​ໄປ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG