ຜູ້ຜະລິດໄຂ່ສົດແຫ່ງນຶ່ງໃນ ສະຫະລັດ ໄດ້ປິດໂຮງງານລົງຊົ່ວຄາວໃນລັດ ເທັກຊັສ ທີ່ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ ຫຼັງຈາກໄຂ້ຫວັດນົກສາຍພັນ H5N1 ຖືກກວດພົບໃນໄກ່.
ບໍລິສັດ Cal-Maine Foods ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນອັງຄານວານນີ້ວ່າ ເຂົາເຈົ້າໄດ້ທຳລາຍໄກ່ແມ່ໄຂ່ ປະມານນຶ່ງລ້ານຫົກແສນໂຕ ແລະ ໄກ່ແມ່ໜຸ່ມ 337,000 ໂຕ, ເທົ່າກັບ 3.6 ເປີເຊັນຂອງຝູງໄກ່ຂອງເຂົາເຈົ້າທັງໝົດ, ຫລັງຈາກໄວຣັສດັ່ງກ່າວ ຖືກກວດພົບຢູ່ໂຮງງານນັ້ນ.
ບໍລິສັດດັ່ງກ່າວເວົ້າວ່າ ເຂົາເຈົ້າກຳລັງເຮັດວຽກກັບບັນດາເຈົ້າໜ້າທີ່ລັດຖະບານໃນທຸກລະດັບ ແລະ ກຸ່ມອຸດສາຫະກຳອື່ນໆເພື່ອ “ຫຼຸດຜ່ອນຄວາມສ່ຽງຂອງການລະບາດໃນອະນາຄົດ.” ບໍລິສັດໄດ້ກ່າວວ່າມັນບໍ່ມີຄວາມສ່ຽງທີ່ກ່ຽວຂ້ອງກັບໄຂ້ຫວັດໃນໄຂ່, ແລະ ບໍ່ມີໄຂ່ໜ່ວຍໃດຖືກຮຽກເກັບຄືນ.
ການປະກາດຂອງວັນອັງຄານວານນີ້ ໄດ້ມີຂຶ້ນນຶ່ງວັນຫຼັງຈາກບັນດາເຈົ້າໜ້າທີ່ສາທາລະນະສຸກຂອງລັດ ເທັກຊັສ ໄດ້ປະກາດວ່າ ຄົນຜູ້ນຶ່ງທີ່ເຮັດວຽກຢູ່ຟາມນົມກັບງົວທີ່ຕິດໄຂ້ວັດນົກຖືກກວດພົບເປັນຜົນບວກສຳລັບໄວຣັສນັ້ນ. ສູນກາງເພື່ອການຄວບຄຸມພະຍາດ ສະຫະລັດ ໄດ້ກ່າວວ່າ ນີ້ແມ່ນກໍລະນີທຳອິດທີ່ຄົນໄດ້ຕິດໄຂ້ຫວັດຈາກງົວນົມ.
ຄົນນຶ່ງໃນລັດ ໂຄໂລຣາໂດ ທາງພາກຕາເວັນຕົກຂອງປະເທດຖືກກວດພົບເປັນຜົນບວກສຳລັບໄຂ້ຫວັດນົກໃນປີ 2022 ຫຼັງຈາກລາວໄດ້ສຳຜັດໂດຍກົງກັບສັດປີກ ແລະ ການຄັດເລືອກນົກຕ່າງໆອອກ.
ກະຊວງກະສິກຳຂອງ ສະຫະລັດ ໄດ້ປະກາດການລະບາດຂອງໄຂ້ຫວັດນົກໃນງົວນົມ 11 ຝູງຢູ່ທົ່ວລັດ ເທັກຊັສ, ແຄນຊັສ, ມິຊິແກນ ແລະ ນິວ ເມັກຊິໂກ.
ຟໍຣັມສະແດງຄວາມຄິດເຫັນ