ໃນປະເທດໄທ ສະຖິຕິຂອງທາງການ ສະແດງໃຫ້ເຫັນ ອັດຕາ
ຄວາມຮຸນແຮງ ພາຍໃນຄອບຄົວກໍາລັງເພີ່ມທະວີຂຶ້ນໄປນັບມື້
ເຖິງແມ່ນໄດ້ມີການອອກກົດໝາຍ ເມື່ອປີ 2007 ເພື່ອພິທັກປົກ
ປ້ອງພວກເຄາະຮ້າຍກໍຕາມ. Ron Corben ຜູ້ສື່ຂ່າວວີໂອເອ
ລາຍງານຈາກບາງກອກ ວ່າແມ່ຍິງຫຼາຍໆຄົນຍັງຄົງລັງເລໃຈບໍ່
ກ້າຮ້ອງຂໍ ຄວາມຊ່ວຍເຫຼືອ ຍ້ອນພວກເຂົາເຈົ້າ ບໍ່ຮູ້ວ່າ ມີກົດ
ໝາຍປ້ອງກັນພວກເຂົາເຈົ້າ ຊຶ່ງທອງປານຈະນໍາລາຍລະອຽດ
ມາສະເໜີທ່ານໃນອັນດັບຕໍ່ໄປ.
ພວກນັກວິໄຈ ປະຈໍາສະຖາບັນ ພັດທະນາເດັກແລະຄອບຄົວ
ແຫ່ງຊາດ ຂອງມະຫາວິທະຍາໄລມະຫິດົນ ເວົ້າວ່າ ຜົນການ
ສໍາຫຼວດປະຈໍາປີຂອງເຂົາເຈົ້າຊີ້ແນະວ່າ ເມື່ອປີຜ່ານມານີ້ ມີນຶ່ງໃນເກືອບສາມຄອບຄົວໃດ
ທີ່ລາຍງານວ່າ ເກີດກໍລະນີຄວາມຮຸນແຮງພາຍໃນຄອບຄົວ.
ນາງ ສຸພາກອນ ຜູ້ເຄາະຮ້າຍຄົນນຶ່ງທີ່ຂໍໃຊ້ພຽງຊື່ຕົ້ນ ໄດ້ເຂົ້າຫາມູນນິທິ ຂະບວນການ ກ້າວໜ້າຂອງຜູ້ຊາຍແລະແມ່ຍິງ ເພື່ອຂໍຄວາມຊ່ວຍເຫຼືອ ຫຼັງຈາກທີ່ນາງຈະພະຍາຍາມ
ແຍກທາງກັບແຟນຂອງນາງ ຊຶ່ງຜູ້ເປັນແຟນໄດ້ໃຊ້ຄວາມຮຸນແຮງກັບນາງຍ້ອນຂໍແຍກທາງກັນ.
ນາງ ສຸພາກອນ ບອກວ່າ ລາວຢ້ານຫຼາຍ ເວລາແຟນລາວຂູ່ຈະເອົາປືນຍິງ ຢູ່ທີ່ຫ້ອງການ
ຂອງນາງ ແລະບອກໃຫ້ນາງກັບຄືນໄປບ້ານພ້ອມກັບລາວ. ນາງບອກວ່າ ນາງໄດ້ຂໍຮ້ອງ
ໃຫ້ເຂົາໄວ້ຊີວິດນາງ ໃນຕອນທີ່ເຂົາທໍາຮ້າຍຮ່າງກາຍນາງຢູ່ບ້ານ ໃນເວລາຕໍ່ມາ ໂດຍ
ຊຸກຫົວນາງໃສ່ຝາ ແລະພະຍາຍາມເອົາມີດແທງນາງ.
ເຖິງແມ່ນເລຶ່ອງລາວແບບນີ້ມີຂຶ້ນເປັນປະຈໍາຢ່າງແຜ່ຫຼາຍກໍຈິງ ແຕ່ທ່ານ ຈະເດັດ ຊູວິໄລ
ຫົວໜ້າມູນນິທິ ເວົ້າວ່າ ແມ່ຍິງຫຼາຍໆຄົນ ທີ່ຕົກຢູ່ໃນສະພາບການທໍານອງດຽວກັນນີ້ ກໍ
ພາກັນມິດງຽບຢູ່ ເວລາເຂົາເຈົ້າຖືກກະທໍາຮຸນແຮງ ຍ້ອນເຂົາເຈົ້າບໍ່ຮູ້ວ່າຈະສາມາດໄປ
ຂໍຄວາມຊ່ວຍເຫຼືອຢູ່ບ່ອນໃດໄດ້.
ທ່ານ ຈະເດັດ ເວົ້າວ່າ : “ເວລາພວກແມ່ຍິງມີບັນຫາໃນຄອບຄົວ ປະສົບກັບ
ຄວາມຮຸນແຮງໃນຄອບຄົວ ແມ່ຍິງສ່ວນຫຼາຍປາກເວົ້າຫຍັງບໍ່ໄດ້ ພວກເຂົາ
ເຈົ້າມີລູກ ພວກເຂົາເຈົ້າຢ້ານ ແລະບໍ່ມີຂໍ້ມູນໃດໆ. ແມ່ຍິງສ່ວນຫຼາຍບໍ່ຮູ້ວ່າ
ມີກົດໝາຍຄຸ້ມຄອງ ແລະບໍ່ມີຂໍ້ມູນທີ່ຈະຊ່ວຍເຫຼືອເຂົາເຈົ້າໄດ້.”
ໃນປີ 2007 ໄທໄດ້ຮັບຜ່ານກົດໝາຍຄຸ້ມຄອງ ພວກເຄາະຮ້າຍຈາກຄວາມຮຸນແຮງໃນ
ຄອບຄົວ ຊຶ່ງສະໜອງການບໍລິການໂດຍທັນທີແກ່ພວກເຄາະຮ້າຍ ອະນຸຍາດໃຫ້ສານ
ອອກຄໍາສັ່ງປ້ອງກັນ ແລະປັບປຸງການດໍາເນີນຄະດີໃນສານທີ່ສະດວກວ່ອງໄວ ສໍາລັບ
ກໍລະນີຄວາມຮຸນແຮງພາຍໃນຄອບຄົວ. ນອກນີ້ແລ້ວ ກະຊວງສາທາລະນະສຸກໄທຍັງ
ໄດ້ຈັດຕັ້ງ ສູນວິກິດການ ປະຕູດຽວສຸກເສີນ ຫຼື OSCC ທີ່ລາຍງານວ່າ ມີພວກເຄາະ
ຮ້າຍຫຼາຍເຖິງ 23,000 ຄົນ ໃນແຕ່ລະປີ ຄືເພີ້ມຂຶ້ນຈາກ 11,500 ຄົນ ໃນປີ 2005.
ການເຂົ້າໄປເຖິງພວກແມ່ຍິງເຄາະຮ້າຍນັ້ນ ແມ່ນໄດ້ຊ່ວຍແຈ້ງໃຫ້ພວກເຂົາເຈົ້າຊາບ
ກ່ຽວກັບຕາໜ່າງສະໜັບສະໜຸນທີ່ມີໄວ້ຊ່ວຍເຫຼືອພວກເຂົາເຈົ້າ ແຕ່ພວກນັກຄົ້ນຄວ້າ
ເວົ້າວ່າ ການແກ້ໄຂບັນຫາສາເຫດຕົ້ນຕໍນັ້ນ ແມ່ນຕ້ອງໃຫ້ພວກຜູ້ຊາຍປ່ຽນແປງທ່າທີ
ຂອງເຂົາເຈົ້າ.
ລາຍງານຂອງອົງການສະຫະປະຊາຊາດສະບັບນຶ່ງ ກ່ຽວກັບຜູ້ຊາຍແລະຄວາມຮຸນແຮງ
ພາຍໃນຄອບຄົວ ຢູ່ທົ່ວຂົງເຂດເອເຊຍ ທີ່ນໍາອອກເຜີຍແຜ່ ເມື່ອເດືອນກັນຍາຜ່ານມາ
ພົບວ່າ ມີ 25 ເປີເຊັນຂອງພວກທີ່ຖືກສໍາພາດ ຍອມຮັບວ່າ ເຂົາເຈົ້າໄດ້ທໍາການລ່ວງ
ລະເມີດທາງເພດຕໍ່ແມ່ຍິງ ຫຼືເດັກຍິງ.
James Lang ຜູ້ຮ່ວມຂຽນລາຍງານສະບັບດັ່ງກ່າວ ຈາກກຸ່ມປ້ອງກັນຄວາມຮຸນແຮງ
ທີ່ຊື່ວ່າ Partners for Prevention ຫຼືພາຄີສໍາລັບການປ້ອງກັນ ເວົ້າວ່າ ການສຶກສາ
ຄົ້ນຄວ້ານີ້ ໄດ້ເນັ້ນເຖິງບົດບາດຂອງຄວາມບໍ່ເທົ່າທຽມກັນທາງເພດ ແລະຄ່ານິຍົມດັ້ງ
ເດີມ ທີ່ໃຫ້ຄວາມສໍາຄັນແກ່ຜູ້ຊາຍຫຼາຍກ່ວາແມ່ຍິງ.
ທ່ານ ແລງ ເວົ້າວ່າ: “ ສິ່ງທີ່ເອື້ອອໍານວຍໃຫ້ມີການກໍ່ຄວາມຮຸນແຮງຂອງຜູ້ຊາຍ
ສືບຕໍ່ມາເທົ່າທຸກມື້ນີ້ ກໍຄື ວິທີທີ່ພວກເຮົາຖືກອົບລົມສັ່ງສອນໃຫ້ເປັນຜູ້ຊາຍ ຊຶ່ງ
ມັນໝາຍເຖິງການມີອໍານາດເໜືອພວກແມ່ຍິງ ເຊັ່ນຄວາມຄິດທີ່ວ່າ ໃນຖານະ
ເປັນຜູ້ຊາຍນັ້ນ ພວກເຂົາເຈົ້າຍ່ອມມີສິດບັງຄັບແມ່ຍິງແລະຮ່າງກາຍຂອງແມ່
ຍິງໄດ້ ຄືໂດຍທົ່ວໄປແລ້ວ ຜູ້ຊາຍຈະມອງເຫັນແມ່ຍິງວ່າ ເປັນສິ່ງບໍາເລີຄວາມ
ຢາກທາງເພດສໍາພັນຂອງຕົນເທົ່ານັ້ນ.”
ການສຶກສາຄົ້ນຄວ້າຂອງຢູເອັນ ພົບວ່າ ຄວາມຮຸນແຮງພາຍໃນຄອບຄົວແມ່ນມີຜົນກະ
ທົບ ຕໍ່ທຸກໆກຸ່ມສັງຄົມເສດຖະກິດ. ຢູເອັນລະບຸວ່າ ການກໍ່ຄວາມຮຸນແຮງ ອາດມີສູງ
ຂຶ້ນໃນກຸ່ມຜູ້ຊາຍ ທີ່ມີອໍານາດໜ້ອຍກວ່າເມື່ອສົມທຽບກັບກຸ່ມຜູ້ຊາຍອື່ນໆ ຫຼືມີຄວາມ
ອຸກອັ່ງໃຈ ຍ້ອນຕິດຢາເສບຕິດ ແລະຍ້ອນຄວາມຍາກຈົນ.
ຢູ່ຊຸມຊົນສະຫຼໍາຄອງເຄີຍ ຂອງບາງກອກ ຄຸນພໍ່ຄາທໍລິກ Joe Maier ທີ່ທໍາງານຢູ່ໃນກຸ່ມ
ຄົນທຸກຈົນມາໄດ້ຫຼາຍສິບປີ ເວົ້າວ່າ ຄວາມທຸກຈົນຄືຕົວສ້າງບັນຫາຂອງຄວາມຮຸນແຮງ
ຕ່າງໆໃນຄອບຄົວ ໂດຍສະເພາະຖ້າມີລູກໆ ກ່ຽວຂ້ອງນໍາ.
ຄຸນພໍ່ Joe Mailer ເວົ້າວ່າ: “ມັນເປັນຄວາມຮຸນແຮງຂອງເດັກທີ່ຖືກທອດຖິ້ມ
ແລະແມ່ຍິງບໍ່ສາມາດລ້ຽງດູ ຕາມລໍາພັງຕົນເອງໄດ້ ພວກເຂົາເຈົ້າຕ້ອງໄດ້ເອົາ
ລູກໃຫ້ຄົນອື່ນ ເພາະວ່າເຂົາເຈົ້າບໍ່ສາມາດປັກຫຼັກເປັນປຶກແຜ່ນ ບໍ່ສາມາດເປັນ
ແມ່ໄດ້. ຜູ້ເປັນພໍ່ຂອງເດັກ ບໍ່ເອົາເງິນຄໍາໃຫ້ ມີແຕ່ທ່ຽວຫຼິ້ນ ແລະກໍຫຼິ້ນການພະ
ນັນ ເປັນຕົ້ນ. ພວກຜູ້ຊາຍຈະໃຊ້ເງິນຫຼິ້ນທ່ຽວເພຶ່ອຕົນເອງ ສ່ວນແມ່ຍິງແມ່ນ
ໃຊ້ເງິນຂອງຕົນທີ່ມີ ເພື່ອລ້ຽງດູລູກ.”
ນັບຕັ້ງແຕ່ລັດຖະບານໄທ ໄດ້ປັບປຸງແລະຂະຫຍາຍວຽກງານການຊ່ວຍເຫຼືອໄປໃຫ້ຮອດ
ໃຫ້ເຖິງ ພວກແມ່ຍິງເຄາະຮ້າຍຈາກຄວາມຮຸນແຮງພາຍໃນຄອບຄົວທັງຫຼາຍ ພວກສະ
ໜັບສະໜຸນເວົ້າວ່າ ບັດນີ້ມັນເຖິງເວລາແລ້ວທີ່ຈະຫັນເຫຄວາມສົນໃຈໄປໃສ່ການປ່ຽນ
ແປງທ່າທີຂອງພວກຜູ້ຊາຍ ໃນເລຶ່ອງນີ້. ພວກນັກຄົ້ນຄວ້າຢູເອັນເວົ້າວ່າ ຄວາມພະຍາ
ຍາມແບບນັ້ນ ໜ້າຈະເລີ່ມຕົ້ນ ດ້ວຍການຍົກສະຖານະພາບຂອງພວກແມ່ຍິງຂຶ້ນອີກ
ແລະສ້າງຕັ້ງຕົວແບບໃໝ່ຂອງຄວາມເປັນລູກຜູ້ຊາຍ ທີ່ອິງໃສ່ຄວາມສະເໝີພາບ ແລະ
ຄວາມເຄົາລົບນັບຖືຊຶ່ງກັນແລະກັນ ຫຼາຍຂຶ້ນ.