ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນໃນເຂດໂຄງການ ເຂື່ອນນໍ້າເທີນ 2 ຮຽກຮ້ອງ ຂໍທີ່ດິນທໍາກິນເພີ່ມ


ຊາວບ້ານຈໍານວນນຶ່ງ ທີ່ອາໃສຢູ່ເຂດອ້ອມແອ້ມ ເຂື່ອນນໍ້າເທີນ II
ຊາວບ້ານຈໍານວນນຶ່ງ ທີ່ອາໃສຢູ່ເຂດອ້ອມແອ້ມ ເຂື່ອນນໍ້າເທີນ II

ປະຊາຊົນລາວທີ່ຖືກກະທົບຈາກໂຄງການເຂື່ອນນໍ້າເທີນ 2 ຮຽກຮ້ອງຂໍທີ່ດິນທໍາກິນເພີ່ມ ຂຶ້ນອີກເນື່ອງຈາກທີ່ດິນທີ່ໄດ້ຮັບການຈັດສັນຈາກກຸ່ມຜູ້ລົງທຶນນັ້ນ ມັນນ້ອຍເກີນໄປສໍາລັບ ການຄອງຊີບ.

ທ່ານ​ຄໍາ​ໃບ ດໍາ​ລັດ ​ເຈົ້າ​ແຂວງ​ໆ​ຄໍາ​ມ່ວນ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ​ໂຄງການ​ເຂື່ອນ​ນໍ້າ​ເທີນ 2 ​ໄດ້​ສ້າງ​ຜົນ​ປະ​ໂຍດ​ໃຫ້​ກັບ​ປະຊາຊົນ​ໃນ​ແຂວງ​ຄໍາ​ມ່ວນ ​ແລະ​ແຂວງ​ໄກ້​ຄຽງ​ຢ່າງ​ຫລວງ ຫລາຍ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ 6,000 ກວ່າ​ຄົນ​ທີ່​ຖືກ​ຍ້າຍ​ຈາກ 16 ບ້ານ​ໃນເຂດເມືອງ​ນາ​ກາຍ​ແລະ​ເມືອງ​ຍົມ​ມະ​ລາດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ ການ​ກໍ່ສ້າງ​ເຂື່ອນ​ນໍ້າ​ເທີນ​ 2 ນັ້ນ​ມາເຖິງ​ປັດຈຸບັນ​ນີ້​ກໍ​ປາກົດ​ວ່າ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນຈາກ​ເມື່ອ​ກ່ອນ​ໃນ​ທຸກໆດ້ານ. ທັງ​ນີ້​ ໂດຍ​ບໍ່​ວ່າ​ຈະ​ເປັນ​ການ​ມີ​ເຮືອນ​ຢູ່​ຢ່າງ​ຖາວອນ​ໃນ​ເຂດ​ຈັດ​ສັນ​ໃໝ່ ການ​ມີ​ນໍ້າ​ທີ່​ສະອາດ ການ​ມີ​ໄຟຟ້າ​ໃຊ້​ຢ່າງ​ທົ່ວ​ເຖິງ. ສ່ວນ​ເດັກນ້ອຍ​ໃນໄວ​ຮຽນ​ກໍ​ໄດ້​ເຂົ້າ​ຮຽນ​ຢ່າງ​ຄົບ​ຖ້ວນ ​ແລະ​ຍາມ​ເຈັບ​ປ່ວຍ​ກໍ​ມີ​ໂຮງໝໍ​ ທີ່​ພ້ອມ​ຈະ​ໃຫ້ການ​ຮັກສາ​ປິ່ນປົວ​ຕະຫລອດ​ເວລາ. ສ່ວນ​ປະຊາ ຊົນ​ທີ່ຢູ່​ເຂດ​ຮອບ​ອ່າງ​ນໍ້າ​ກໍ​ຍັງ​ໄດ້ຜົນ​ປະ​ໂຫຍດ​ຈາກ​ການ​ຫາ​ປາ ​ແລະ​ປະຊາຊົນ​ທີ່ຢູ່​ເຂດ​ຕອນ​ລຸ່ມ​ຂອງ​ຕົວ​ເຂື່ອນ ​ກໍ​ຍັງ​ໄດ້​ໃຊ້​ນໍ້າ​ເພື່ອ​ປະ​ໂຫຍດ​ໃນ​ດ້ານ​ກະສິກໍາ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າ​ປະຊາຊົນ 6,000 ກວ່າ​ຄົນ​ຫລື 1,282 ຄອບຄົວ​ທີ່​ຖືກ​ຍົກຍ້າຍ​ອອກ​ຈາກ​ເຂດກໍ່ສ້າງ​ເຂື່ອນນໍ້າ​ເທີນ 2 ຕ່າງ​ໄດ້​ຮັບ​ການຈັດ​ສັນ​ທີ່​ດິນ​ທໍາ​ກິນ​ພຽງ​ແຕ່ 0.6 ​ເຮັກຕ້າ ​ຕໍ່​ຄອບຄົວ​ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້​ເກີດ​ບັນຫາ​ທີ່​ດິນ​ທໍາ​ກິນ​ບໍ່​ພຽງພໍ​ສໍາລັບ​ຄອບຄົວ​ຂະໜາດ​ໃຫຍ່​.

ນອກຈາກ​ນີ້ ກໍ​ຍັງ​ປະກົດວ່າ​ໃນ​ບາງ​ໝູ່​ບ້ານ​ຈັດ​ສັນ​ໃໝ່​ນັ້ນ ​ຍັງ​ຕ້ອງ​ຜະ​ເຊີນ​ກັບ​ບັນຫາ​ຂາດ​
ແຄນ​ນໍ້າ​ສໍາລັບ​ການ​ປູກ​ພືດ​ອີກ​ດ້ວຍ ດັ່ງ​ທີ່​ປະຊາຊົນ​ລາວ​ຜູ້​ນຶ່ງ​ໃນ​ບ້ານ​ຈັດ​ສັນ​ໃໝ່​ແຫ່ງ​ນຶ່ງ​
ໄດ້​ໃຫ້ການ​ອະທິບາຍ​ເຖິງ​ສະພາບ​ການ​ທີ່​ເກີດ​ຂຶ້ນດັ່ງກ່າວ​ນີ້​ວ່າ:

“ພື້ນ​ທີ່ 0.6 ​ເຮັກຕ້າ​ທີ່​ເພີ່ ມອບ​ໃຫ້ ນັ້ນຫລະ ນໍ້າ​ປະປາ​ບໍ່​ທັນ​ເຂົ້າມາ​ແລ້ວ​ພວກ​ເຮົາ​ກໍ​ຍັງ​ຜະລິດ​ບໍ່​ໄດ້​ຍ້ອນ​ບໍ່​ມີ​ນໍ້າ ຈຶ່ງຢາກ​ໃຫ້​ເພິ່ນ​ຊ່ອຍ​ບ່ອນ​ວ່າ​ ນຶ່ງ​ກະ​ແມ່ນ​ວ່າ​ຢາກ​ໃຫ້​ເພີ່ມ​ເນື້ອ​ທີ່​ປູກຝັງ ​ເພາະວ່າ​ດິນ 0.6 ​ເຮັກ​ຕ້ານັ້ນ ຜູ້​ທີ່​ຄອບຄົວ​ນ້ອຍ ກະ​ແມ່ນກຸ້ມ​ກິນ ຄື​ຄອບຄົວ​ຂອງ​ປ້າ​ນີ້​ມີ 11 ຄົນ ກະ​ແມ່ນ​ບໍ່​ກຸ້ມ​ກິນ ຈຶ່ງ​ຢາກ​ໃຫ້​ເພິ່ນ​ເພີ່ມ​ທີ່​ດິນ​ທໍາ​ກິນ​ໃຫ້​ນັ້ນ​ແຫລະ”

ຊຶ່ງ​ຕໍ່​ກໍລະນີ​ບັນຫາ​ດັ່ງກ່າວ​ນີ້ ທ່ານ​ຄໍາ​ໃບ ກໍ​ໄດ້​ຢືນຢັນ​ວ່າ​ອໍານາດ​ປົກຄອງ​ແຂວງ​ຄໍາ​ມ່ວນ​ນັ້ນ
ບໍ່​ໄດ້​ນິ່ງນອນ​ໃຈແຕ່​ຢ່າງ​ໃດ, ​ຫາກ​ແຕ່​ໄດ້​ຈັດ​ຕຽມ​ທີ່​ດິນ​ໄວ້​ສໍາລັບ​ຈັດ​ສັນ​ເພີ່ມ​ຕື່ມ​ໃຫ້​ແກ່​ປະຊາ
ຊົນ​ເຫລົ່າ​ນີ້​ແລ້ວ ກໍ​ຄື​ການຈັດ​ສັນ​ພື້ນທີ່ 3 ເຮັກຕ້າ ສຳລັບປູກຕົ້ນໄມ້ ກັບອີກ 5 ເຮັກຕາ
ສຳລັບລ້ຽງສັດ​ ໃຫ້​ແຕ່​ລະ​ຄອບຄົວ ລວມທັງ​ຍັງ​ຈະ​ຂະຫຍາຍ​ພື້ນ​ທີ່ ​ທີ່​ຮອງ​ຮັບ​ນໍ້າ​ຈາກ​ຄອງ​
ຊົນລະປະທານໃຫ້ໄດ້ອີກກວ່າ 7,000 ​ເຮັກ​ຕ້າ​ອີກດ້ວຍ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ປະຊາຊົນ​ໃນ​ເຂດ​
ຈັດ​ສັນ ​ທັງ 1,282 ຄອບຄົວ​ດັ່ງກ່າວມີ​ທີ່​ດິນ​ທໍາ​ກິນ​ລວມກັນ ​ກວ້າງ​ກວ່າ 24,000 ​ເຮັກ ​ຕ້າ.

ໂຄງການ​ເຂື່ອນນໍ້າ​ເທີນ 2 ​ໄດ້​ເລີ່​ມຜະຫລິດ​ກະ​ແສ​ໄຟຟ້າ​ ສົ່ງ​ຂາຍ​ໃຫ້ການ​ໄຟຟ້າ​ຝ່າຍ​ຜະ
ຫລິດ​ແຫ່ງ​ປະ​ເທດ​ໄທ (EGAT) ນັບ​ຕັ້ງ​ແຕ່​ເດືອນ​ມີ​ນາປີ​ນີ້​ເປັນ​ຕົ້ນ​ມາ ​ໂດຍ​ມີ​ສັນຍາ 25
ປີ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ລັດຖະບານ​ລາວ​ມີ​ລາຍຮັບ​ຈາກ​ຄ່າ​ສໍາ​ປະທານແລະ​ພາສີ​ອາກອນ​ຕ່າງໆ​
ລວມ​ກັນ​ເຖິງ 2,000 ລ້ານ​ໂດ​ລາ ທີ່​ທາງ​ການ​ລາວ​ໄດ້​ປະກາດ​ວ່າ​ ຈະ​ນໍາ​ໄປ​ໃຊ້​ເປັນ​ງົບປະ
ມານ​ສໍາລັບ​ດໍາ​ເນີນໂຄງການ​ພັດທະນາ​ຕ່າງໆ ​ເພື່ອ​ແກ້​ໄຂ​ບັນຫາ​ທຸກ​ຈົນ​ຂອງ​ປະຊາຊົນລາວ
ເປັນ​ສໍາຄັນ.

XS
SM
MD
LG