ລັດຖະມົນຕີກະຊວງສຶກສາຂອງ ກຳປູເຈຍ ກ່າວວ່າ ຄວາມ
ພະຍາຍາມໃນປີນີ້ ເພື່ອປ້ອງກັນນັກຮຽນປີສຸດທ້າຍບໍ່ໃຫ້ກ່າຍ ກັນໃນການສອບເສັງແມ່ນໄດ້ຜົນດີ, ແລະ ທ່ານກໍໝັ້ນໃຈວ່າຜົນ ທີ່ອອກມາຈະໄດ້ດີກວ່າການສອບເສັງຈົບຊັ້ນໃນປີ 2015. ນັກຮຽນຫຼາຍຄົນ ກໍຈະຫວັງເຊັ່ນດຽວກັນ, ເພາະວ່າຫ້ອງປີກາຍ ນີ້ແມ່ນໄດ້ເສັງຕົກ 60 ເປີເຊັນ ຫຼັງຈາກລັດຖະບານ ໄດ້ນຳສະເໜີ ນະໂຍບາຍ “ຫ້າມກ່າຍ” ອອກມາ. Robert Carmichael ລາຍງານຈາກ ພະນົມເປັນ ແລະ ພຸດທະສອນ ຈະນຳລາຍ ລະອຽດ ມາສະເໜີທ່ານ.
ນັກຮຽນ ກຳປູເຈຍ ທີ່ຮຽນໜັງສືໃນປີສຸດທ້າຍໄດ້ພາກັນເສັງຈົບຊັ້ນຮຽນຂອງພວກເຂົາ, ເຊິ່ງ ຫຼາຍຄົນແມ່ນຕື່ນເຕັ້ນວ່ານະໂຍບາຍ “ຫ້າມກ່າຍ” ຂອງລັດຖະບານຈະເຮັດໃຫ້ ໂອກາດ ໃນການເຂົ້າຮຽນຕໍ່ຢູ່ມະຫາວິທະຍາໄລຂອງພວກເຂົາຫຼຸດນ້ອຍລົງ.
ນັກຮຽນບາງຄົນໄດ້ໄປອະທິຖານຢູ່ວັດ ເພື່ອໃຫ້ປະສົບຄວາມສຳເລັດໃນຕອນທ້າຍ ອາທິດ, ພ້ອມດ້ວຍນັກຮຽນທີ່ໝົດຫວັງຄົນໜຶ່ງ ກ່າວຕໍ່ໜັງສືພິມ Pnom Penh Post ວ່າ ລາວຫວັງ ວ່າກຳມະການຍາມຫ້ອງເສັງ ຈະອະນຸຍາດໃຫ້ນັກຮຽນກ່າຍກັນ “ດ້ວຍວິທີທີ່ ນ້ອຍໆ, ຄືວ່າການອ່ານຄຳຕອບຂອງກັນແລະກັນ.”
ໃນກໍລະນີນີ້ ຄວາມຫວັງຂອງລາວ ແມ່ນໄດ້ຖືກທຳລາຍແລ້ວ, ນະໂຍບາຍດັ່ງກ່າວແມ່ນ ໄດ້ຖືກບັງຄັບໃຊ້ຢ່າງເຂັ້ມງວດ.
ຢ່າງຫຼີກລ້ຽງບໍ່ໄດ້ນັກຮຽນບາງຄົນ ໄດ້ພະຍາມສ່ຽງດວງຂອງ ພວກເຂົາ, ນັກຮຽນຈຳນວນ ໜຶ່ງແມ່ນຖືກຈັບໄດ້ຍ້ອນລັກເບິ່ງເຈ້ຍນ້ອຍ, ແລະ ນັກຮຽນຊັ້ນທີ 11 ຄົນໜຶ່ງທີ່ພະຍາຍາມ ສົ່ງເຈ້ຍຂອງລາວ ໃນຂະນະທີ່ອ້າຍທີ່ບໍ່ຄ່ອຍສະຫຼາດປານໃດຂອງລາວຖືກຈັບໄດ້.
ສຳລັບສ່ວນໃຫຍ່ແລ້ວ, ມັນເບິ່ງຄືວ່າ, ການກ່າຍກັນໃນການສອບເສັງທີ່ເປັນນິໄສມາແຕ່ ດົນນານ ຕອນນີ້ໄດ້ຖືກລົບລ້າງແລ້ວ.
ລັດຖະມົນຕີກະຊວງສຶກສາ ທ່ານ Hang Chuan Naron ແມ່ນຜູ້ທີ່ຢູ່ເບື້ອງຫຼັງຂອງ ນະໂຍບາຍນີ້, ເປັນກຸນແຈສຳຄັນໃນ ຄວາມພະຍາຍາມທີ່ຈະປະຕິຮູບການສຶກສາຂອງ ທ່ານ ແລະ ຮັບປະກັນວ່າລະບົບການສຶກສາທີ່ຜ່ານມາເຊິ່ງ ອະນຸຍາດໃຫ້ມີການ ກ່າຍກັນແມ່ນໄດ້ ຖືກທົດແທນໂດຍ ວັດທະນະທຳແຫ່ງຄຸນ ຄວາມດີ ທີ່ເປັນຜົນປະໂຫຍດໃຫ້ແກ່ຜູ້ທີ່ດຸໝັ່ນ ຂະຫຍັນພຽນ.
ລັດຖະມົນຕີ Naron ທີ່ໄດ້ຖືກແຕ່ງຕັ້ງໃຫ້ເຂົ້າຮັບຕຳແໜ່ງປີກາຍນີ້, ແມ່ນມີຄວາມຄິດໃນ ແງ່ບວກວ່າ ຜົນຂອງການສອບເສັງຜ່ານຈະສູງກວ່າ ໃນປີນີ້. ສ່ວນໜຶ່ງ, ທ່ານກ່າວວ່າ, ນັ້ນກໍຍ້ອນວ່ານັກຮຽນໄດ້ຮ່ຳຮຽນຫຼາຍຂຶ້ນ, ແຕ່ວ່າການປ່ຽນແປງອື່ນໆກໍໄດ້ມີສ່ວນໃນ ການຊ່ວຍເຊັ່ນກັນ, ລວມທັງການພັດທະນາຝຶກອົບຮົມບັນດາຄູອາຈານ.
ທ່ານ Hang Chuon Naron ກ່າວວ່າ “ພວກເຮົາໄດ້ເຫັນການປ່ຽນແປງໃນທັດສະນະຄະຕິຂອງບັນດານັກຮຽນ ໂດຍສະເພາະພວກເຮົາໄດ້ຮັບການລາຍງານຈາກໂຮງຮຽນວ່າ ພວກເຂົາຕັ້ງໃຈຮຽນໜັກຂຶ້ນກວ່າເກົ່າ, ພວກເຂົາໄປຈ້າງຮຽນເພີ່ມໃນວັນເສົາ ແລະ ວັນອາທິດ ທີ່ສອນໂດຍບັນດາຄູອາຈານ.”
ທ່ານລັດຖະມົນຕີຫວັງວ່າ ການລົບລ້າງການລັກກ່າຍໃນຍາມສອບເສັງຈະເປັນຈຸດເລີ່ມ ຕົ້ນ ໃນການຮັກສາຄວາມສາມາດທີ່ເໝາະສົມກັນ ອັນທີ່ເກີດມາຈາກລະບົບການສຶກສາຂອງ ກຳປູເຈຍ, ເຊິ່ງດົນມາແລ້ວໄດ້ສ້າງບັນດິດທີ່ຂາດຄວາມສາມາດ ຕາມຄວາມຕ້ອງ ການຂອງສະຖານທີ່ເຮັດວຽກຕ່າງໆ.
ທ່ານ Hang Chuon Naron ກ່າວວ່າ “ແນ່ນອນ, ທ່ານຮູ້ບໍ, ພວກເຮົາຂາດແຄນຢູ່ ເພາະວ່າ ສຳລັບໜຶ່ງປີມັນບໍ່ພໍຢູ່ແລ້ວ ເພາະວ່າສຳລັບເລື່ອງຂອງບາງວິຊາຮຽນມັນໃຊ້ເວລາຢ່າງໜ້ອຍສອງ ສາມປີ ທ່ານຮູ້ບໍ, 2 ຫຼື 3 ປີ. ແຕ່ວ່າ ພວກເຮົາຈະເຫັນຄວາມກ້າວໜ້າຫຼາຍຂຶ້ນຕື່ມອີກຖ້າທຽບໃສ່ປີທີ່ຜ່ານມາ, ແລະ ຂ້າພະເຈົ້າເຊື່ອວ່າມັນເປັນການປ່ຽນແປງສະພາບຈິດໃຈຂອງບັນດານັກຮຽນ. ແລະ ມັນໄດ້ສ້າງນິໄສອັນໃໝ່ໃຫ້ແກ່ພວກເຂົາ.”
ການປ່ຽນແປງອື່ນໆລວມມີ ການຂຶ້ນເງິນເດືອນໃຫ້ຄູ, ອາຈານໃຫ້ສູງຂຶ້ນ, ແລະ ເຮັດໃຫ້ແນ່ໃຈວ່າໂຮງຮຽນໄດ້ປັບປຸງສະຖານທີ່ຕ່າງໆ ແລະ ບໍລິຫານໃຫ້ດີຂຶ້ນກວ່າເກົ່າ.
ລັດຖະມົນຕີ Naron ກ່າວວ່າ ການປັບປຸງຈຸດບົກຜ່ອງໃນລະບົບການສຶກຂອງ ກຳປູເຈຍ ຈະບໍ່ເປັນເລື່ອງທີ່ງ່າຍ ແຕ່ວ່າ, ມັນກໍມີເຫດຜົນດີທີ່ຈະເລີ່ມປ້ອງກັນການລັກກ່າຍໃນຍາມສອບເສັງເພາະ ວ່າມັນບໍ່ພຽງແຕ່ຈະສະແດງໃຫ້ເຫັນຄວາມບົກຜ່ອງໃນລະບົບເທົ່ານັ້ນ, ແຕ່ມັນກໍຍັງຈະບັງຄັບໃຫ້ນັກຮຽນຕັ້ງໃຈຮຽນໜັງສືເຊັ່ນກັນ.
ທ່ານ Naron ໄດ້ກ່າວວ່າ “ການໃຊ້ຈ່າຍໃນທຸກສິ່ງ ຄືການຊື້ປຶ້ມ ຕຳລາການຮຽນ, ໃຊ້ຈ່າຍເພີ່ມເຕີມໃນວັດຖຸການສຶກສາ, ແມ່ນກະທັ້ງເພີ່ມເງິນເດືອນຄູ ອາຈານໃຫ້ສູງຂຶ້ນ. ຖ້າພວກນັກຮຽນບໍ່ຮ່ຳ ຮຽນແລ້ວເຈົ້າກໍບໍ່ສາມາດປະສົບຄວາມສຳເລັດ ໄດ້.”
ສຳລັບຊັ້ນຮຽນປີ 2015, ຈາກຫຼັກຖານເລັກໆນ້ອຍໄດ້ສະເໜີວ່າ ນັກຮຽນສ່ວນໃຫຍ່ປະຕິບັດຕາມນະໂຍບາຍໃໝ່ໃນການຫ້າມກ່າຍຢ່າງເອົາຈິງເອົາຈັງ ແລະ ໃຊ້ເວລາພິເສດໃນການອ່ານປຶ້ມຂອງພວກເຂົາ. ໃນໄວໆນີ້ພວກເຂົາຈະຄົ້ນພົບວ່າ ຄວາມພະຍາຍາມດັ່ງກ່າວນັ້ນ ຈະເປັນຜົນດີຫຼືບໍ່.
ຜົນຂອງການສອບເສັງ ແມ່ນມີກຳນົດອອກໃນກາງເດືອນກັນຍານີ້.