ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຶກສາ ກໍຍັງໄດ້ກາຍມາເປັນຜູ້​ຮັບ​ເຄາະ​ຈາກສົງຄາມ ສໍາລັບເດັກນ້ອຍຊາວຢູເຄຣນ

ແຟ້ມຮູບ-ນາງໂອລຮາ ໂຄວາເລັບວ໌ສກາ (Olha Kovalevska), ຄູສອນວັນນະຄະດີຢູເຄຣນ ຢູ່ທີ່ໂຮງຮຽນ ທີ່ດໍາເນີນງານໂດຍກອງທຶນຢູເຄຣນທີ່ເຂັ້ມແຂງ ໃນນະຄອນຫຼວງວໍຊໍ, ໂປແລນ, ເຊິ່ງສອນບັນດານັກຮຽນຜູ້ອົບພະຍົບ ໃນວັນທີ 3 ມິຖຸນາ 2023.

ເດັກນ້ອຍຫຼາຍລ້ານຄົນທົ່ວປະເທດຢູເຄຣນ ແລະ ຢູ່ໃນ 7 ປະເທດເພື່ອນບ້ານສໍາລັບລີ້ໄພ ກໍາລັງດ້ອຍໂອກາດທາງດ້ານການສຶກສາ ແລະທັກສະຕ່າງໆທີ່ຈໍາເປັນ ເພື່ອຊ່ວຍຟື້ນຟູ ຢູເຄຣນ ທີ່ຖືກທໍາລາຍລ້າງ ຈາກການຮຸກຮານປະເທດຂອງພວກເຂົາເຈົ້າໂດຍຣັດເຊຍ, ອີງຕາມອົງການກອງທຶນເພື່ອເດັກນ້ອຍແຫ່ງ ອົງການສະຫະປະຊາຊາດ ຫຼື UNICEF.

“ຢູ່ໃນ ຢູເຄຣນ, ການໂຈມຕີໃສ່ໂຮງຮຽນຫຼາຍແຫ່ງ ຍັງຄົງດໍາເນີນຕໍ່ແບບບໍ່ຫຼຸດໜ້ອຍລົງ, ເຊິ່ງໄດ້ເຮັດໃຫ້ບັນດາເດັກນ້ອຍເຫຼົ່ານັ້ນມີຄວາມທຸກໃຈ ແລະ ບໍ່ມີບ່ອນຫວ່າງທີ່ປອດໄພເພື່ອສຶກສາຮໍ່າຮຽນ,” ກ່າວໂດຍ ທ່ານນາງຣີຈີນາ ເດີ ໂດມີນີຊິດ (Regina De Dominicis), ຜູ້ອໍານວຍການພາກພື້ນ ຢູໂຣບ ແລະ ເອເຊຍກາງ ຂອງອົງການ UNICEF.

ແຟ້ມຮູບ-ເດັກນ້ອຍຄົນນຶ່ງ ກໍາລັງຫຼິ້ນຢູ່ໃກ້ກັບໂຮງຮຽນໝາຍເລກ 21. ເຊິ່ງໄດ້ຖືກທໍາລາຍໂດຍກອງທັບ ຣັດເຊຍ, ໃນເມືອງ ເຊີນີຮີບ, ຢູເຄຣນ, ວັນທີ 16 ມັງກອນ 2023. (AP Images for Global Partnership for Education)
ແຟ້ມຮູບ-ເດັກນ້ອຍຄົນນຶ່ງ ກໍາລັງຫຼິ້ນຢູ່ໃກ້ກັບໂຮງຮຽນໝາຍເລກ 21. ເຊິ່ງໄດ້ຖືກທໍາລາຍໂດຍກອງທັບ ຣັດເຊຍ, ໃນເມືອງ ເຊີນີຮີບ, ຢູເຄຣນ, ວັນທີ 16 ມັງກອນ 2023. (AP Images for Global Partnership for Education)

ທ່ານນາງກ່າວໃນການ​ຖະ​ແຫຼງ​ຂ່າວ ​ເມື່ອວັນອັງຄານແລ້ວນີ້ວ່າ “ນີ້ ບໍ່ພຽງແຕ່ເຮັດໃຫ້ເດັກນ້ອຍຂອງຢູເຄຣນ ຕ້ອງຕໍ່ສູ້ເພື່ອຄວາມກ້າວໜ້າທາງດ້ານການສຶກສາຂອງພວກເຂົາເຈົ້າເທົ່ານັ້ນ, ແຕ່ພວກເຂົາເຈົ້າຍັງໄດ້ພະຍາຍາມຕໍ່ສູ້ເພື່ອຮັກ ສາໃນສິ່ງທີ່ພວກເຂົາເຈົ້າໄດ້ຮຽນຮູ້ມາ ໃນຍາມທີ່ໂຮງຮຽນຂອງພວກເຂົາເຈົ້າເຄີຍດໍາເນີນການສອນມາຢ່າງຄົບຖ້ວນ.”

ທ່ານນາງເດີ ໂດມີນີຊິດ ເດີນທາງໄປຢ້ຽມຢາມຢູເຄຣນ ໃນອາທິດແລ້ວນີ້ ແລະກໍໄດ້ພົບກັບບັນນາຄູອາການຈໍານວນນຶ່ງຢູ່ທີ່ນັ້ນ ຜູ້ເຊິ່ງທ່ານນາງກ່າວວ່າ ໄດ້ຮັບບາດເຈັບຈາກການໂຈມຕີ ໃສ່ບໍລິເວນທີ່ຢູ່ອາໄສ ຂອງພົນລະເຮືອນ ໃນເມືອງ ຣອມນີ (Romny) ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG