ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Kailash Satyarthi ແລະ Malala Yousafzai ໄດ້ຮັບ ລາງວັນໂນແບລ ສັນຕິພາບ


ນາງ Malala Yousafzai ນັກຕໍ່ສູ້ ເພື່ອເສລີພາບ ໃນການສຶກສາ ຂອງເດັກຍິງ ຢູ່ໃນປາກິສຖານ ປະເທດຂອງນາງ.
ນາງ Malala Yousafzai ນັກຕໍ່ສູ້ ເພື່ອເສລີພາບ ໃນການສຶກສາ ຂອງເດັກຍິງ ຢູ່ໃນປາກິສຖານ ປະເທດຂອງນາງ.

ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ ​ໄດ້​ຖືກ​ມອບ​ໃຫ້​ນັກ​ເຄື່ອນ​
ໄຫວ​ດ້ານ​ການ​ສຶກສາ​ປາ​ກິ​ສຖານ ນາງ Malala Youzafsai
​ແລະຜູ້​ລົນນະ​ລົງວ່າ​ດ້ວຍ​ສິດທິ​ເດັກນ້ອຍ​ອິນ​ເດຍ ທ່ານ Kai
lash Satyarthi.

​ໃນ​ການ​ປະກາດ​ຊື່​ຜູ້​ຊະນະ​ລາງວັນ​ດັ່ງກ່າວ​ໃຫ້​ຊາບ​ໃນ​ວັນ​ສຸກ
​ມື້​ນີ້ ຄະນະ​ກຳມະການ​ໃຫ້​ລາງ​ວັນ​ໂນ​ແບ​ລ Norway ກ່າວ​ວ່າ
ລາງວັນດັ່ງກ່າວ​ໄດ້​ຖືກ​ມອບ​ໃຫ້​ ສຳລັບ”ການ​ຕໍ່ສູ້​ຂອງ​ພວກ
​ເຂົາ​ເຈົ້າ ​ຕໍ່ຕ້ານ​ການ​ກົດ​ຂີ່​ປາບ​ປາມ​ພວກ​ເດັກນ້ອຍ ແລະ​
ພວກ​ຍຸວະຊົນ ​ແລະ​ເພື່ອ​ສິດທິຂອງ​ພວກ​ເດັກນ້ອຍ​ໝົດ​ສູ່​
ຄົນ ເພື່ອ​ໃຫ້​ໄດ້​ຮັບການ​ສຶກສາ.”

ນາງ​ມາລາ​ລາ ​ເວລາ​ນີ້​ມີ​ອາຍຸ 17 ປີ ​ໄດ້​ທຳ​ການ​ສົ່ງ​ເສີມ​ການ​ສຶກສາ​ໃຫ້​ແກ່​ພວກ​ເດັກນ້ອຍ
ໃນ​ປາ​ກິ​ສຖານ ມາ​ເປັນ​ເວລາ​ຫຼາຍ​ປີ ​ເວລາ​ລາວຖືກ​ຍິງ​ທີ່​ຫົວ​ໃນ​ປີ 2012.

ນາງ​ໄດ້ຖືກ​ສົ່ງ​ໄປຮັບການ​ປິ່ນປົວ​ ເປັນ​ພິ​ເສດ​ທີ່​ອັງກິດ ບ່ອນ​ທີ່​ນາງ​ໄດ້​ຟື້ນໂຕ​ຄືນ ​ແລະ​ໄດ້
ສືບ​ຕໍ່ ຕໍ່ສູ້​ເພື່ອ​ສິດທິ​ຂອງ​ພວກ​ແມ່ຍິງ​.

ນັກເຄື່ອນໄຫວເພື່ອສິດທິເດັກນ້ອຍອິນເດຍ ທ່ານ Kailash Satyarthi ສະແດງຄວາມດີໃຈ ກັບນັກຂ່າວ ຢູ່ຫ້ອງການຂອງທ່ານ ທີ່ນິວ ແດລລີ, ວັນທີ 10 ຕຸລາ 2014.
ນັກເຄື່ອນໄຫວເພື່ອສິດທິເດັກນ້ອຍອິນເດຍ ທ່ານ Kailash Satyarthi ສະແດງຄວາມດີໃຈ ກັບນັກຂ່າວ ຢູ່ຫ້ອງການຂອງທ່ານ ທີ່ນິວ ແດລລີ, ວັນທີ 10 ຕຸລາ 2014.

ທ່ານ Kailash Satyarthi ​ໄດ້​ເປັນ​ຫົວໜ້າ​ໃນ​ການ​ປະ​ທ້ວງ​ ​ແລະ​ການ​ເດີນ​ຂະ​ບວນໃນ​ຮູບ
ແບບ ​ຕ່າງໆ ຊຶ່ງທັງ​ໝົດໄດ້​ດຳ​ເນີນ​ໄປ​ຢ່າງ​ສັນ​ຕິ ​ແນ​ໃສ່​ເພື່ອຕໍ່ຕ້ານການ​ສວຍ​ໃຊ້​ປະໂຫ​ຍດ ພວກເດັກນ້ອຍ ​ເພື່ອ​ຜົນກຳ​ໄລ​ດ້ານ​ການ​ເງິນ. ນອກ​ນັ້ນ ​ຜູ້ກ່ຽວ​ຍັງ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ
ໃນການພັດທະນາ​ຂໍ້​ຕົກລົງ​ລະຫວ່າງ​ຊາດ​ທີ່​ສຳຄັນຕ່າງໆ ​ວ່າ​ດ້ວຍ​ສິດ​ຂອງ​ພວກ​ເ​ດັກນ້ອຍ​ເຊັ່ນກັນ.

Pakistan’s Malala, India’s Satyarthi Win Nobel Peace Prize
please wait

No media source currently available

0:00 0:02:36 0:00

ພວກທີ່ໄດ້ຮັບລາງວັນໂນແບລ ປະເພດຕ່າງໆໃນປີນີ້:"

XS
SM
MD
LG