ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເປັນປະເທດທີ່ຂ້ອຍມັກທີ່ສຸດປະເທດນຶ່ງໃນໂລກ.


ໃນສອງ​ອາທິດ​ທີ່​ແລ້ວ​ນີ້​ທາງລາຍ​ການຊີວິດ​ຊາວ​ລາວ​ໃນຕ່າງ​ແດນຂອງ VOA ​ໄດ້​ນຳການ​ສຳພາດກັບສອງ​ໜຸ່ມ ວອງ ວາງ​ແລ​ະ ​ໄຊສະຫວາດ ຊຶ່ງ​ເປັຍ​ຜູ້ນຳ​ພາ​ຂອງ​ທີ​ມ​ເຕະບານ​ຂອງ​ໂຮງຮຽນ​ສອນ​ພາສາ​ອັງກິດ​ທີ່​ຊຽງ​ຂວາງ ປະ​ເທດ​
ລາ​ວ​ໄປ​ແລ້ວ ​ແລະ​ຄ່ຳ​ຄືນນີ້ ຜູ້​ອຸບປະຖຳ​ລາຍ​ໃຫ່ຽ​ທ່ານ Gareth Carter ຊາວ​ອັງກິດ​ທີ່​ອາ​ໄສຢູ່ສະ​ວີ​ເດັນໄດ້​ມາ​ໂອ​ລົມ​ກັບ VOA ກ່ຽວ​ກັບ​ການ​ປະກອບສ່ວນ​ຂອງ​ຜຸ້ກ່ຽວທີ່ເຮັດ​ໃຫ້ກຸ່ມ​ເຍົາວະ​ຊົນ​ເຕະບານຂອງ​ໂຮງຮຽນ English Development School ​ແຂວງ​ຊຽງ​ຂວາງ​ຂອງ​ລາວ ​ໄດ້​ມີໂອກາດ​ເຂົ້າ​ແຂ່ງຂັນ​ໃນ​ງານ​ມະຫະກຳ​ການ​ເຕະບານເຍົາວະ​ຊົນ (Gothia Cup) ​ທີ່​ໃຫ່ຽທີ່​ສຸດ​ຂອງ​ໂລກ ​ທີ່​ສະ​ວີ​ເດັນ ເຊີນ​ທ່ານອ່ານ​ບົດ​ຄວາມບາງ​ສ່ວນ​ຂອງ​ການ​ສຳ​ພາດ​ໄດ້​ເລີຍ
ແລ​ພກະລຸນາ​ຫາ​ທາງ​ຮັບຟັງກາ​ນສຳພາດ​ທັງ​ໝົດ​ໄດ້​ດ້ວຍ​ການ​ກົດ​ຮູບ​ໂທ​ລະໂຄ່ງ​ໄດ້​ໃນ​ຂ້າງ​ເທິງ​ຂວາ​ມື​ນີ້:

ລາວເປັນປະເທດທີ່ຂ້ອຍມັກທີ່ສຸດປະເທດນຶ່ງໃນໂລກ. ໃນສິ່ງທີ່ເລັກໆນ້ອຍໆ
ທີ່ຂ້ອຍກະທຳມານີ້ມັນໄດ້ມີຜົນກະທົບທີ່ດີຕໍ່ຄົນຢູ່ໃນລາວລຫຼືແມ່ນແຕ່ຄົນລາວ
ໃນທົ່ວໂລກທີ່ຂຽນເຖິງຂ້ອຍນັ້ນ. ສຳລັບຂ້ອຍດລ້ວໃນການທີ່ໄດ້ເຮັດສິ່ງທີ່ດີ
ໃຫ້ລາວແລ້ວນັ້ນແມ່ນວ່າຖືເປັນກຽດຢ່າງສູງສຸດໃນຊີວິດ. ເຫດຜົນທີ່ຂ້ອຍ
ເວົ້ວ່າ ລາວເປັນປະເທດທີ່ຂ້ອຍມັກທີ່ສຸດປະເທດນຶ່ງໃນໂລກນັ້ນ ອາດຈະເປັນເພາະວ່າ ຂ້ອຍມີຄວາມຮູ້ສຶກວ່າມັນປອດໄພ ສາມາດເວົ້າໄດ້ວ່າ
ຂ້ອຍຮູ້ສຶກປອດໄພທີ່ການເດີນຖະນົນໃນລາວກວ່າການເດີນຖະນົນໃນ ລອນດອນອີກຊ້ຳ. ແນ່ນອນໃນຄື ຜູ້ຄົນອຸບປະນິໄສແລະນ້ຳໃສໃຈຈິງແລະ
ບໍ່ແອບແຝງຂອງຜູ້ຄົນແລະການທີ່ພວກເຂົາເຫຼົ່ານີ້ເຮັດໃຫ້ຂ້ອຍມີຄວາມຮູ້ສຶກ
ເປັນກັນເອງແລະໃຫ້ການຕ້ອນຮັບສັນພີ່ນ້ອງພວກເຂົາເຈົ້າສົນໃຈແລະເອົາໃຈໃສ່ຢາກຮູ້ຢາກເຫັນວ່າຂ້ອຍເປັນໃຜ ມາຈາກໃສ ແລະນັ້ນລະຄືຈິດໃຈອັນ
ອ່ອນນ້ອມຂອງຊາວລາວທີ່ເກືອບວ່າທຸກຄົນແມ່ນມີພ້ອມ. ສະລຸບແລ້ວກໍຄືວ່າ ຂ້ອຍຮູ້ສຶກປອດໄພແລະມີຄວາມຮູ້ສຶກມີໃຈແລະເບີກບານທີ່ໄດ້ສຳພັດຜູ້ຄົນ
ພວກນີ້ ແລະນັ້ນລະຄືສິ່ງທີ່ວິເສດຂອງປະເທດລາວຄືຜູ້ຄົນ.

ຄວາມຫວັງ​ອັນ​ແຮງ​ກ້າ​ທີ່ Gareth ມີ​ຕໍ່​ປະ​ເທດ​ລາວ​ແມ່ນ​ວ່​າຢາກ
ຈະດຳ​ເນີນ​ເຮັດ​ສາລະ​ຄະດີ​ກ່ຽວ​ກັບປະ​ເທດ​ລາວ ແລະ​ວ່າ ພໍ​ຜູ້​ຄົນໄດ້​ເບິ່ງ​ສາລະ​ຄະດີ​ເລື່ອງ​ນີ້​ຈົບ​ແລ້ວ​ຜູ້​ຄົນ​ກໍ​ຈະຮູ້ວ່າ ປະ​ເທດ​ລາວ​ຢູ່​ໃສ​ແລະເປັນ​ປະ​ເທດ​ທີ່​ຮັ່ງມີອຸ​ດົມ​ສົມບູນ​ແລະ​ມີ​ອະລິຍະ​ທຳ​ທີ່​ສູງ​ສົ່ງ ຊຶ່ງລາ​ວກ່າວ​ຊີ້​ແຈງ​ແລະ​ສະ​ລຸ​ບວ່າ:

ມັນຈະ​ເປັນ​ຮູບ​ເງົາ​ທີ່​ສວຍ​ງາມ​ທີ່​ສຸດ​ເລື່ອງ​ນຶ່ງ​ທີ່​ໄດ້ຖ່າຍ​ທຳຂຶ້ນກຽ່ວ​ກັບ​ປະເທດລາວ. ​ສຸດ​ທ້າຍ​ນີ້ ຂ້ອຍ​ຢາກຂໍ​ຂອບ​ໃຈນໍາປະຊາຊົນລາວ ​ທີ່​ມີຈິດໃຈສວຍ​ງາມ​ ຮວມທັງ​ປະ​ເທດ​ລາວ​ນຳ ທີ່​ເຮັດ​ໃຫ້​ຂ້ອຍ​ໄດ້​ມີ​ປະສົບ​ການ​ອັນ​ດີທີ່ສຸດແລະລ້ຳ​ຄ່າທີ່ສຸດໃນຊີວິດ ແລະຂ້ອຍ​ດີ​ໃຈ ຫລາຍ ​ທີ່​ໄດ້​ມີ​ເພື່ອນ​ຄົນ​ລາວຢູ່​ໃນ​ປະ​ເທ​ດລາວ​ນີ້.

ພວກ​ເຮົາ​ຂໍອວຍພອນ​ໃຫ້​ຄວາມ​ຫວັງ​ຂອງ Gareth ​ເປັນ​ຈິງ​ແລະ​ສາມາດ​ຊ່ອຍ​ເສີມຂະ​ຫຍາຍ​ໂຄງການ​ຂອງ​ໂຮງຮຽນ​ພັດທະນາ​ພາສາ​ອັງກິດ​ຢ່າງຕໍ່​ເນື່ອງ ​ແລະ​ທາງ​ລາຍການ​ຊີວິດ​ຊາວ​ລາວ​ໃຂຕ່າງ​ແດນ​ຈະ​ນຳ​ເລື່ອງ​ລາວ​ທີ່​ໜ້າ​ສົນ​ໃຈ​ອື່ນໆ​ມາສະ​ເນີ​ທ່ານ​ອີກ ກະລຸນາ​ຄອຍ​ຕິດຕາມ.

XS
SM
MD
LG