ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກເທີກີ ຕ້ອງຕິ ການຕັດສິນ ຂອງສານ ຕໍ່ການຫ້າມໃຊ້ twitter (ວີດີໂອ)


ນາຍົກລັດຖະມົນຕີເທີກີ ທ່ານ Recep Tayyip Erdogan
ນາຍົກລັດຖະມົນຕີເທີກີ ທ່ານ Recep Tayyip Erdogan
ນາຍົກລັດຖະມົນຕີ​ເທິ​ກີກ່າວ​ວ່າ ທ່ານ​ບໍ່​ໃຫ້​ຄວາມ​ນັບ
ຖື​ຕໍ່ການຕັດສິນຂອງສານລັດຖະທຳ​ມະນູນ ທີ່​ໄດ້ຍົກ
​ເລີກການ​ຫ້າມ​ໃຊ້ twitter ທີ່ມີມາເປັນເວລາ ສອງ​ອາ
ທິດ ​ແຕ່​ກໍກ່າວ​ວ່າ ທ່ານ​ຈະ​ປະຕິບັດ​ຕາມ​ການ​ຕັດສິນ
ດັ່ງກ່າວ.

ການໃຫ້ຄວາມເຫັນຂອງທ່ານ Recep Tayyip Er-
dogan ຢູ່​ທີ່ກອງ​ປະ​ຊຸມ​ຖະແຫລງຂ່າວ ​ໃນ​ວັນ​ສຸກ​ມື້ນີ້
​ໄດ້​ມີ​ຂື້ນ​ນຶ່ງ​ມື້​ ຫລັງຈາກການບໍລິການຂອງຕາໜ່າງສື່
ສັງຄົມ twitter ທີ່ມີສຳນັກງານສະຫະລັດ ​ໄດ້​ເປີດ​ຄືນ​
ໃໝ່ ໃນເທີກີ.

ທ່ານ Erdogan ກ່າວວ່າ “ພວກ​ເຮົາ​ປະຕິບັດ​ຕາມ ການ​ຕັດສິນ ​ເພາະ​ວ່າ ​ແມ່ນການ​
ຕັດສິນ​ຂອງສານລັດຖະທຳ​ມະ​ນູນ. ​ເພາະ​ສະ​ນັ້ນ ພວກ​ເຮົາ​ໄດ້​ໃຫ້ຄຳແນະ​ນຳ​ແກ່ໝູ່​
ເພື່ອນ​ຂອງ​ພວ​ກ​ເຮົາ ​ແລະໃຫ້​ປະຕິບັດໄປຕາມ​ການຕັດສິນ​. ​ແຕ່​ວ່າ ຂ້າພະ​ເຈົ້າບໍ່​ໃຫ້​
ຄວາມ​ນັບ​ຖືໃນການຕັດສິນນີ້.

ທ່າ​ນ Erdogan ​ໄດ້​ສັ່ງ​ຫ້າມ ກ່ອນໜ້າການເລືອກຕັ້ງທ້ອງ​ຖິ່ນທີ່ສຳຄັນຕ່າງໆຫລັງ
ຈາກໄດ້ມີການໃຊ້ twitter ເພື່ອສົ່ງສຽງທີ່​ແນະ​ໃຫ້ຮູ້ກ່ຽວກັບການ​ສໍ້​ລາດ​ບັງ​ຫລວງ​
ໂດຍໂຕທ່ານ​ເອງ ໝູ່​ເພື່ອນ​ໃກ້​ຊິດ ​ແລະ​ຄອບຄົວຂອງທ່ານ.

ສານ​ສູງ​ສຸດຂອງປະເທດໄດ້ຕັດສິນ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ການ​ຫ້າມດັ່ງກ່າວນີ້ ລະເມີດ
ສິດເສລີພາບໃນການ​ປາກ​ເວົ້າ.
TURKEY TWITTER UPD VOSOTVO
please wait

No media source currently available

0:00 0:00:45 0:00
XS
SM
MD
LG