ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ໂຄງຂ່າຍສາຍສົ່ງກະແສໄຟຟ້າຂອງລັດວິສາຫະກິດໄຟຟ້າລາວ ຕົກຢູ່ພາຍໃຕ້ສະພາບທີ່ຊຸດໂຊມຢ່າງໜັກໃນທົ່ວປະເທດ


ສາຍສົ່ງກະແສໄຟຟ້າແຮງສູງ ເຫັນໄດ້ຢູ່ດ້ານນອກ ໂຮງໄຟຟ້າແຫ່ງພະລັງຖ່ານຫີນແຫ່ງນຶ່ງ.
ສາຍສົ່ງກະແສໄຟຟ້າແຮງສູງ ເຫັນໄດ້ຢູ່ດ້ານນອກ ໂຮງໄຟຟ້າແຫ່ງພະລັງຖ່ານຫີນແຫ່ງນຶ່ງ.

ໂຄງຂ່າຍສາຍສົ່ງກະແສໄຟຟ້າຂອງລັດວິສາຫະກິດໄຟຟ້າລາວ (EDL) ຕົກຢູ່ພາຍໃຕ້ສະພາບທີ່ຊຸດໂຊມຢ່າງໜັກໃນທົ່ວປະເທດ ຈຶ່ງເຮັດໃຫ້ EDL ຕ້ອງປະເຊີນກັບບັນຫາຂາດທຶນຫຼາຍຂຶ້ນນັບມື້.

ເຈົ້າໜ້າທີ່ຂັ້ນສູງຂອງລັດວິສາຫະກິດໄຟຟ້າລາວ (EDL) ເປີດເຜີຍວ່າ ໂຄງຂ່າຍສາຍສົ່ງກະແສໄຟຟ້າໃນທົ່ວປະເທດລາວ ຕົກຢູ່ພາຍໃຕ້ສະພາບຊຸດໂຊມຢ່າງໜັກໃນປັດຈຸບັນນີ້ ເພາະວ່າ ເປັນລະບົບສາຍສົ່ງກະແສໄຟຟ້າທີ່ໄດ້ນຳໃຊ້ນັບເປັນໄລຍະເວລາທີ່ຍາວນານກວ່າ 30 ປີມາແລ້ວ ຈຶ່ງບໍ່ສາມາດຮອງຮັບກັບກະແສໄຟຟ້າທີ່ຜະລິດຈາກເຂື່ອນຫຼືໂຮງງານຜະລິດໄຟຟ້າໃນປັດຈຸບັນໄດ້ຢ່າງເຕັມກຳລັງ ນອກຈາກວ່າ ຈະໄດ້ມີການຕິດຕັ້ງໂຄງຂ່າຍສາຍສົ່ງກະແສໄຟຟ້າໃໝ່ທັງລະບົບ ແຕ່ດ້ວຍບັນຫາຂາດແຄນທາງດ້ານງົບປະມານຂອງ EDL ທັງຍັງຕ້ອງປະເຊີນກັບບັນຫາຂາດທຶນຢ່າງໜັກໜ່ວງດ້ວຍນັນ ຈຶ່ງເຮັດໃຫ້ EDL ຍັງຕ້ອງນຳໃຊ້ລະບົບໂຄງຂ່າຍສາຍສົ່ງກະແສໄຟຟ້າທີ່ຊຸດໂຊມເລື້ອຍມາ ອັນເຮັດໃຫ້ເກີດການສູນເສຍທາງເສດຖະກິດຢ່າງຫຼວງຫຼາຍນັ້ນ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງ EDL ຍັງໄດ້ຢືນຢັນວ່າ:

“ສະພາບຕາຂ່າຍໃນຂອບເຂດທົ່ວປະເທດມັນບໍ່ໄດ້ມາດຕະຖານ ລະບົບເກົ່າແກ່-ເຊື່ອມໂຊມແລ້ວ ກະໄດ້ເປ່ເພຕາມອາຍຸການ ອີງໃສ່ມາດຕະຖານສາກົນກຳນົດລວງຍາວຂອງ 22 Kv ທີ່ເຊື່ອມຕໍ່ຈາກສະຖານີແຕ່ລະຈຸດຫັ້ນ ກໍຈະບໍ່ເກີນປະມານ 22 ກິໂລແມັດ ແຕ່ກົງກັນຂ້າມ ຕາຂ່າຍໄຟຟ້າຂອງພວກເຮົາໃນໄລຍະຜ່ານມາ ຍາວກວ່າ 22 ກິໂລແມັດ ບາງບ່ອນຍາວຮອດ 100 ກິໂລແມັດ ກະເຮັດໃຫ້ບໍ່ມີຄວາມສະຖຽນລະພາບ ເວລາເກີດເຫດໄຟຕົກ-ໄຟມອດ ແມ່ນກະໄດ້ໃຊ້ເວລາທີ່ດົນນານໃນການແກ້ໄຂ-ສ້ອມແປງ-ກູ້ລະບົບຄືນ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG